ທາງການລັດຮາວາຍ ເຕືອນໄພຜູ້ໃຊ້ຖະໜົນ ຫລັງພູເຂົາໄຟລະເບີດ ລາວາໄຫລເຂົ້າໃກ້ທາງຫລວງ
ສຳນັກງານຕ່າງປະເທດລາຍງານວ່າ: ວັນທີ 30 ພະຈິກ 2022 ນີ້ ທາງການລັດຮາວາຍ ຮຽກຮ້ອງປະຊາຊົນບໍ່ໃຫ້ຈອດລົດຢູ່ຕາມເສັ້ນທາງຫລວງ ຫລັງຈາກທີ່ພູເຂົາໄຟ 2 ລູກລະເບີດຕໍ່ເນື່ອງກັນ ໃນອາທິດທີ່ຜ່ານມາ ເຮັດໃຫ້ລາວາໄຫລເຂົ້າໃກ້ຫົນທາງຫລາຍຂຶ້ນເລື້ອຍໆ. ເບື້ອງຕົ້ນເຈົ້າໜ້າທີ່ເຊື່ອວ່າການລະເບີດຄັ້ງນີ້ ຈະບໍ່ກະທົບຕໍ່ບ້ານເຮືອນຂອງປະຊາຊົນ ຫລື ໂຄງສ້າງພື້ນຖານໃກ້ຄຽງ ແຕ່ພໍມາຮອດ ວັນທີ 29…