ຊຸບເປີໄຕ້ຝຸ່ນ ‘ຣາອີ’ ຖະຫລົ່ມຟີລິບປິນ ເສຍຊີວິດແລ້ວ 12 ຄົນ ຄາດກະທົບປະຊາຊົນ 13 ລ້ານຄົນ
ຊຸບເປີໄຕ້ຝຸ່ນ ‘ຣາອີ’ (Rai) ພັດຂຶ້ນຝັ່ງເກາະເຊຍເກົາ ເຊິ່ງເປັນເກາະຕາກອາກາດຍອດນິຍົມຂອງຟີລິບປິນ ໃນວັນທີ 16 ທັນວາຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດທີ່ໄດ້ຮັບການຢືນຢັນແລ້ວ 12 ຄົນ. ຂະນະທີ່ອົງການສະຫະປະຊາຊາດ (UN) ຄາດວ່າປະຊາຊົນປະມານ 13 ລ້ານຄົນອາດໄດ້ຮັບຜົນກະທົບ. ເກາະທ່ອງທ່ຽວຍອດນິຍົມເປັນໜຶ່ງໃນພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກ ຫລັງຈາກພາຍຸໄຕ້ຝຸ່ນກຳລັງແຮງພັດຜ່ານທາງຕອນໃຕ້ຂອງຟີລິບປິນ ເຮັດໃຫ້ເກີດຝົນຕົກໜັກ ແລະ…