ການແກ້ໄຂບັນຫາ ຝຸ່ນລະອອງໄລຍະຍາວ ພວກເຮົາຕ້ອງຮ່ວມໃຈກັນຢ່າງຈິງຈັງ ແລະ ເຂັ້ມງວດ
ໂດຍ: ມຶກບໍ່ແຫ້ງ ຟ້າມືດຄື້ມ ຜູ້ຄົນຫາຍໃຈຍາກ ຍ້ອນຝຸ່ນລະອອງຈາກໄຟໄໝ້ປ່າບວກກັບໝອກຄວັນຈາກການເຜົາໄໝ້ອື່ນໆ ກາຍເປັນບັນຫາມົນລະພິດທາງອາກາດທີ່ຮ້າຍແຮງກວ່າໝາຍປີຜ່ານມາ ເຊິ່ງເຮັດໃຫ້ພວກເຮົາບໍ່ສາມາດນີ້ງນອນເສີຍໄດ້ ເພື່ອແກ້ໄຂບັນຫາດັ່ງກ່າວໄລຍະຍາວ. ການວັດແທກ ດັດຊະນີຄຸນນະພາບອາກາດ (Air Quality Index) ໃນອາທິດທີ່ຜ່ານມາເຫັນວ່າ ລະດັບ ມົນລະພິດໝອກຄວັນ ຫຼື ຝຸ່ນລະອອງນັ້ນຢູ່ໃນລະດັບທີ່ມີຜົນກະທົບປານກາງ ຫາສູງຕໍ່ສຸຂະພາບ ໂດຍສັງເກດເຫັນວ່າທ້ອງຟ້າຫຼາຍພື້ນທີ່ມືດມົວລວມທັງນະຄອນຫຼວງວຽງຈັນ….