ອັດຕາເງິນເຟີ້ຢູ່ເຂດໃຊ້ເງິນເອີໂຣສູງຂຶ້ນເປັນ 8,9%, ເປັນສະຖິຕິສູງສຸດໃນປະຫວັດສາດ
ຂ່າວ CRI ລາຍງານໃຫ້ຮູ້ວ່າ: ຕົວເລກສະຖິຕິທີ່ອົງການສະຖິຕິສະຫະພາບເອີຣົບເປີດເຜີຍໃນວັນທີ 18 ສິງຫາ 2022 ໄດ້ສະແດງໃຫ້ເຫັນວ່າ ໃນເດືອນກໍລະກົດຜ່ານມາ, ອັດຕາເງິນເຟີ້ຢູ່ 19 ປະເທດຂອງເຂດໃຊ້ເງິນເອີໂຣແມ່ນ 8,9%, ສູງກວ່າອັດຕາເອີເຟີ 8,6% ຂອງເດືອນມິຖຸນາ, ໄດ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່. ອົງການສະຖິຕິສະຫະພາບເອີຣົບກ່າວວ່າ: ສາເຫດຕົ້ນຕໍທີ່ພາໃຫ້ອັດຕາເງິນເຟີ້ໃນເດືອນກໍລະກົດແລ້ວນີ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່ ແມ່ນຍ້ອນວ່າລາຄາພະລັງງານແລະອາຫານແພງຂຶ້ນຕື່ມອີກ,…