ເລຂາທິການໃຫຍ່ ເນັ້ນຫລາຍບັນຫາເພື່ອຫັນປ່ຽນວຽກງານການເມືອງ-ແນວຄິດກ້າວສູ່ຄຸນນະພາບໃໝ່
ໃນໂອກາດໂອ້ລົມຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ວັນທີ 18 ພະຈິກ 2022 ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຊົມເຊີຍ, ຍ້ອງຍໍສັນລະເສີນຕໍ່ຄະນະພັກແຕ່ລະຂັ້ນທີ່ໄດ້ເອົາໃຈໃສ່ນໍາພາຊີ້ນໍາ ແລະ ຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດໃນໄລຍະຜ່ານມາເຊິ່ງເປັນພື້ນຖານສໍາຄັນໃນການຮັບປະກັນສະຖຽນລະພາບ ແລະ ຄວາມໜັກແໜ້ນທາງດ້ານການເມືອງ-ສັງຄົມຢູ່ປະເທດເຮົາ,…