ໄຕ້ຝຸ່ນນັນມາດໍຖະຫລົ່ມຍີ່ປຸ່ນ ເສຍຊີວິດແລ້ວ 2 ຄົນ – ບາດເຈັບນັບສິບ
ພາຍຸໄຕ້ຝຸ່ນນັນມາດໍເຄື່ອນທີ່ເຂົ້າສູ່ເກາະຄິວຊູ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດຍີ່ປຸ່ນໃນວັນທີ 19 ກັນຍາ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ບາດເຈັບອີກຫລາຍກວ່າ 12 ຄົນ. ທັງນີ້, ສຳນັກຂ່າວກຽວໂດລາຍງານວ່າ: ໄຕ້ຝຸ່ນນັນມາດໍມີທ່າອ່ຽງເຄື່ອນທີ່ໄປທາງຝັ່ງຕາເວັນອອກສຽງເໜືອ ຫລັງຈາກຜ່ານເກາະຮອນຊູໃນວັນທີ 20 ກັນຍາ. ຂະນະທີ່ກົມອຸຕຸນິຍົມວິທະຍາຍີ່ປຸ່ນປະກາດເຕືອນໄພກະແສລົມຮຸນແຮງ, ຄື້ນສູງ ແລະ…