ການຈອດລົດເທິງທາງຍ່າງ ທີ່ເປັນບັນຫາຊຳເຮື້ອ ທີ່ສ້າງຜົນກະທົບຕໍ່ປະຊາຊົນຜູ້ທຽວທາງ ແລະ ສ້າງຄວາມເຂົ້າໃຈຜິດແກ່ນັກທ່ອງທ່ຽວ
ບັນຫາການຈອດລົດເທິງທາງຍ່າງ ເປັນບັນຫາຊຳເຮື້ອມາຍາວນານ ເປັນບັນຫາທີ່ຖືກສ່ອງແສງຈາກສັງຄົມເປັນຈຳນວນຫລາຍໃນຕະຫລອດໄລຍະຜ່ານມາ ທັງນີ້ກໍເນື່ອງມາຈາກພວກເຂົາໄດ້ຮັບຄວາມເດືອດຮ້ອນ, ສ້າງຄວາມຫຍຸ້ງຍາກເວລາຍ່າງ, ມີຄວາມບໍ່ປອດໄພ ແລະ ຄວາມບໍ່ຈົບງາມໃຫ້ແກ່ຕົວເມືອງ. ຖ້າເວົ້າເຖິງບັນຫານີ້ແລ້ວເຮົາມັກຈະເວົ້າເຖິງການຖືເບົາເວົ້າຄວາມງ່າຍ ແລະ ການບໍ່ພິຈາລະນາຄົ້ນຄິດຖີ່ຖ້ວນເປັນບົດພິສູດທີ່ສາມາດຊີ້ໃຫ້ເຫັນຄວາມຜິດພາດຂອງພາກສ່ວນກ່ຽວຂ້ອງລວມທັງບັນດານັກຂັບຂີ່ລົດທັງຫລາຍ ຊຶ່ງຄວາມຈິງແລ້ວທຸກການກໍ່ສ້າງ ເພື່ອການນຳໃຊ້ ດັ່ງທາງຍ່າງ ຊຶ່ງຄໍາວ່າ ທາງຍ່າງ ບໍ່ຈຳເປັນອະທິບາຍ ພຽງແຕ່ຊື່ກໍຮູ້ແລ້ວ, ແຕ່ບັນຫາ ການນໍາໃຊ້ຜົນປະໂຫຍດຈາກມັນຖືກເປົ້າໝາຍໜ້ອຍຫລາຍສໍ່າໃດ…