ມີສະຕິກຽມ​ຮັບ​ມື​ກັບ​ພາຍຸ​ລະດູ​ຮ້ອນ 12-16 ເມສານີ້

ກົມ​ອຸຕຸນິຍົມ ​ແລະ ອຸທົກ​ກະສາ​ດ ​ໃຫ້ຮູ້​ວ່າ: ​​ເນື່ອງ​ຈາກ​​ບໍລິ​ເວນ​ຕ່ຳ​ຂອງ​ອາກາດ​ຮ້ອນ ​ໄດ້​ເຂົ້າມາປົກ​ຄຸມ​ທົ່ວ​ທຸ​ກພາກ​ຂອງ​ລາວ​ໃນ​ໄລຍະຫລາຍ​ວັນ​ຜ່ານ​ມາ ​ແລະ ຈະ​ສືບ​ຕໍ່​ປົກ​ຄຸມໄປ​ຈົນ​ຮອດ​ໄລຍະ​ຕອນ​ເຊົ້າ​ຂອງ​ວັນ​ທີ 12 ​ເມສານີ້ ແລະ ຫລັງ​ຈາກ​ນັ້ນ ມວນ​ອາກາດ​ເຢັນ​ຈາກ​ປະ​ເທດ​ຈີນ ຈະ​ແຜ່​ລົງມາ​ປົກ​ຄຸມ​ອີກ​ເທື່ອ​ໃໝ່ ​ແລະ ຈະ​ເຮັດ​ໃຫ້​ເກີດ​ມີ​ແລວ​ປະ​ທະ​ຂອງ​ມວນ​ອາກາດ​ຮ້ອນ ​ແລະ ​ເຢັນ ພ້ອມດຽວ​ກັນ​ນັ້ນ ກະ​ແສ​ລົມ​ຕາ​ເວັນ​ຕົກສ່ຽງ​ໃຕ້​ຈະ​ພັດ​ປົກ​ຄຸມ,…

ປີນກຳແພງເພື່ອລັກລອບເຂົ້າສວນສັດ ເກືອບເປັນເຫຍື່ອສິງໂຕ ປະເທດຈີນ

ຊາຍນັກທ່ອງທ່ຽວ 4 ຄົນ ໄດ້ເປີດເຜີຍກັບ China Business News ກ່ຽວກັບການເຂົ້າສວນສັດຢູ່ Qinlling ໃນຊ່ວງທ້າຍເດືອນ ມີນາວ່າ ໄດ້ມີຜູຍິງຄົນຫນຶ່ງ ຈະພາເຂົ້າສວນສັດດ້ວຍລາຄາທີ່ຖືກກວ່າລາຄາປີ້ ຈາກປະຈຸບັນທີ່ຕ້ອງຈ່າຍ 130ຢວນ ປະມານ 150,000 ກີບຕໍ່ຄົນ ມາເປັນ 60…

ເພີ່ມອີກກໍລະນີຖືກໄຟຟ້າດູດ ໃນຂະນະສາກໂທລະສັບຄ້າງຄືນ

Wiley Day ເປັນຄົນມັກໃຊ້ໂທລະສັບຍໍ່ຫໍ້ iphone ເວລາກ່ອນນອນ ທັງສາກໂທລະສັບ ແລະ ທັງໃຊ້ໂທລະສັບໃນເວລາດຽວກັນ ເລົາບໍ່ຄິດວ່າສິ່ງເລົານີ້ຈະເຮັດໃຫ້ເລົາຕ້ອງເຂົ້າໂຮງຫມໍ ອີງຕາມລາຍງານຂອງ Washington Post, ວັນທີ 22/03 ຂະຫນະທີ່ Day ອາຍຸ 32 ປີ ຢູ່ບ້ານ…

​​ເກີດ​​​ໄຟ​ໄໝ້ເຮືອນປະຊາຊົນຫລາຍ​ຫລັງຢູ່ບ້ານທົ່ງຂັນຄຳ​

  ​​ເຈົ້າໜ້າ​ທີ່​ຕ້ານ ​ແລະ ສະກັດ​ກັ້ນ​ອັກຄີ​ໄພ​ນະຄອນຫລວງ​ວຽງ​ຈັນ ​ລາຍ​ງານ​ໃຫ້​ຮູ້​ວ່າ: ​ເວລາ​ປະມານ 11:00 ​ໂມງ​ຂອງ​​ວັນ​ທີ 31 ມີນາ​ນີ້, ​ໄດ້ເກີດ​ເຫດ​ໄຟ​ໄໝ້​ເຮືອນປະຊາຊົນຢູ່ບ້ານທົ່ງຂັນຄຳ, ເມືອງຈັນທະບູລີ ​ໃນ​ເຂດທີ່​ເປັນຊຸມຊົນ​ແອ​ອັດ​ເສຍ​ຫາຍທັງໝົດ 6 ຫລັງ ​ແລະ ມີ 5 ຫລັງຖືກ​ໄຟລວກ​ເສຍ​ຫາຍ ​ແລະ…

ພຽງສອງວັນທ້າຍອາທິດ ມີຜູ້ເສຍຊີວິດຈາກອຸປະຕິເຫດ 3 ຄົນ

          ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ທ່ຽງຄືນຂອງວັນທີ 24 ມີນາຜ່ານມານີ້, ໄດ້ເກີດເຫດລົດຈັກຊິ້ງຕຳກຳແພງຢ່າງແຮງ ຢູ່ເຂດບ້ານສະພານທອງເໜືອ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ສົ່ງຜົນໃຫ້ຜູ້ຂັບເສຍຊີວິດຄາທີ່; ແລະ ເວລາປະມານ 15:00 ໂມງຂອງວັນທີ 25 ມີນາຜ່ານມານີ້, ຢູ່ເຂດບ້ານອ່າງນ້ອຍ,…

ນະຄອນຫລວງອອກແຈ້ງການເພີ່ມທະວີສະກັດກັ້ນອັກຄີໄພ

ພາຍຫລັງມີອັກຄີໄພເກີດຂຶ້ນຢ່າງຕໍ່ເນື່ອງ, ຊຶ່ງພຽງ 3 ເດືອນຕົ້ນປີນີ້ທົ່ວປະເທດມີອັກຄີໄພເກີດຂຶ້ນຫລາຍກວ່າ 40 ຄັ້ງ, ມີເຮືອນເສຍຫາຍຫລາຍກວ່າ 60 ຫລັງ, ມີຜູ້ເສຍຊີວິດ 4 ຄົນ. ສະເພາະຢູ່ນະຄອນຫລວງວຽງຈັນເກີດຂຶ້ນຫລາຍກວ່າ 20 ຄັ້ງ ແລະ ລ່າສຸດເວລາປະມານ 5:30 ຂອງວັນທີ 21…

ຂັບຂີ່ປະໝາດພາໃຫ້ເກີດອຸປະຕິເຫດ ແລະ ເສຍຊີວິດ

          ເຊົ້າວັນທີ 20 ມີນານີ້, ຢູ່ເສັ້ນທາງເລກທີ 10, ໜ້າໂຮງຮຽນຕຳຫລວດ, ເຂດບ້ານດອນຕິ້ວ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ໄດ້ເກີດເຫດລົດໃຫຍ່ຕຳກັບລົດຈັກປະທະກັນຢູ່ຈຸດລ້ຽວກາງທາງຢ່າງຮຸນແຮງ, ສົ່ງຜົນໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່. ເຈົ້າໜ້າທີ່ ຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ລົດໃຫຍ່ຄັນເກີດເຫດໄດ້ຂັບຂີ່ມາແຕ່ທາງດອນໜູນ ມຸ້ງໜ້າໄປທາງຕະຫລາດດົງໝາກຄາຍ, ສ່ວນລົດຈັກແມ່ນຂັບຂີ່ມາໃນທິດທາງກົງກັນຂ້າມ, ພໍມາຮອດຈຸດເກີດເຫດລົດໃຫຍ່ຄັນດັ່ງກ່າວ…

ປະຊາຊົນບ້ານເຕົ່າ-ສະແງເລັ່ງສ້ອມແປງເຮືອນຫລັງຖືກພະຍຸພັດເປ່ເພ

  ແຫລ່ງຂ່າວທ້ອງຖິ່ນ ໃຫ້ຮູ້ວ່າ: ປັດຈຸບັນປະຊາຊົນບ້ານເຕົ່າ ແລະ ບ້ານສະແງ, ເມືອງນາໝໍ້, ແຂວງອຸດົມໄຊຫລາຍກວ່າ 50 ຄອບຄົວ, ພວມເລັ່ງສ້ອມແປງເຮືອນຊານຂອງຕົນທີ່ໄດ້ຮັບຜົນກະທົບ ແລະ ເປ່ເພຈາກລົມພະຍຸພັດຜ່ານຢ່າງຮຸນແຮງເມື່ອທ້າຍອາທິດຜ່ນມານີ້. ຕາມການລາຍງານຂອງອໍານາດການປົກຄອງບ້ານທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດຄັ້ງນີ້ ໃຫ້ຮູ້ວ່າ: ເວລາປະມານ 18:00 ໂມງຂອງວັນທີ 9 ມີນາຜ່ານມາ,…

ໄຟໄໝ້ເຮືອນປະຊາຊົນ 6 ຫລັງຢູ່ບ້ານຍາພະ

          ເຈົ້າໜ້າທີ່ມອດໄຟ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານທ່ຽງຄືນຂອງວັນທີ 11 ມີນາຜ່ານມານີ້, ໄດ້ເກີດໄຟໄໝ້ເຮືອນປະຊາຊົນຢູ່ບ້ານຍະພະ, ໜ່ວຍ 18, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນຢ່າງຮຸນແຮງ, ເຈົ້າໜ້າທີ່ໄດ້ນຳໃຊ້ລົດນ້ຳເກືອບ 10 ຄັນ ແລະ ກຳລັງຈຳນວນໜຶ່ງເຂົ້າຊ່ວຍເຫລືອຢ່າງຮີບດ່ວນ, ຜ່ານໄປຫລາຍຊົ່ວໂມງ ຈຶ່ງສາມາດຄວບຄຸມໄຟໄດ້ສຳເລັດ, ແຕ່ກໍຍັງເຮັດໃຫ້ເຮືອນ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!