ຊາຍອາຍຸ 27 ປີ ລັກຕັດສາຍໄຟຟ້າເສັ້ນທາງລົດໄຟ ຖືກຊ໋ອດອາການສາຫັດ

ຊາຍອາຍຸ 27 ປີ ລັກຕັດສາຍໄຟຟ້າເສັ້ນທາງລົດໄຟ ຖືກຊ໋ອດອາການສາຫັດ - 6661aa86 0016 4ea6 8f56 35470cea614b - ຊາຍອາຍຸ 27 ປີ ລັກຕັດສາຍໄຟຟ້າເສັ້ນທາງລົດໄຟ ຖືກຊ໋ອດອາການສາຫັດ
ຊາຍອາຍຸ 27 ປີ ລັກຕັດສາຍໄຟຟ້າເສັ້ນທາງລົດໄຟ ຖືກຊ໋ອດອາການສາຫັດ - kitchen vibe - ຊາຍອາຍຸ 27 ປີ ລັກຕັດສາຍໄຟຟ້າເສັ້ນທາງລົດໄຟ ຖືກຊ໋ອດອາການສາຫັດ

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ໃຫ້ຮູ້ວ່າ: ໃນເວລາ 1:00 ໂມງ ຂອງວັນທີ 4 ພະຈິກ 2021 ປະຊາຊົນແຈ້ງວ່າມີຄົນລັກຕັດສາຍໄຟຟ້າ ລົດໄຟລາວ-ຈີນ ເຂດບ້ານໂຄກໃຫຍ່ ຖືກໄຟຟ້າຊ໋ອດ ຕົນໂຕດໍາຂຽວ.

ຜູ້ກໍ່ເຫດຊື່ ທ້າວ ຊຽງທອງສີ ອາຍຸ 27 ປີ ກໍາມະກອນ ບ້ານຫົວຊຽງ ເມືອງຊໍາໃຕ້ ແຂວງຫົວພັນ ພັກເຊົາ ຢູ່ບ້ານໂຄກໃຫຍ່ ເມືອງໄຊທານີ ນະຄອນຫລວງວຽງຈັນ ລັກຕັດສາຍໄຟຟ້າເສັ້ນທາງລົດໄຟລາວ-ຈີນ ຖືກໄຟຟ້າຊ໋ອດອາການສາຫັດ.

ຈາກນັ້ນ, ຈິ່ງນໍາສົ່ງຜູ້ກ່ຽວໄປປິ່ນປົ່ວ ຢູ່ໂຮງໝໍທ່າງອນ ເມືອງໄຊທານີ. ຕໍ່ກັບຜູ້ຖືກຫາດັ່ງກ່າວ ພາຍຫຼັງຫາຍດີແລ້ວ ເຈົ້າໜ້າທີ່ຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.

ຊາຍອາຍຸ 27 ປີ ລັກຕັດສາຍໄຟຟ້າເສັ້ນທາງລົດໄຟ ຖືກຊ໋ອດອາການສາຫັດ - 3 - ຊາຍອາຍຸ 27 ປີ ລັກຕັດສາຍໄຟຟ້າເສັ້ນທາງລົດໄຟ ຖືກຊ໋ອດອາການສາຫັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!