ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ

ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ - 324739666 543738007795902 4575118408379811704 n - ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ
ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ - kitchen vibe - ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ

ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ຢຶດຢາເສບຕິດ ປະເພດຢາບ້າໄດ້ 14.401 ເມັດ ພ້ອມກັກຕົວຜູ້ຖືກຫາໄດ້ 3 ຄົນ ມາດໍາເນີນຄະດີຕາມກົດໝາຍ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນວັນທີ 6 ມັງກອນ 2023 ໄດ້ຮັບລາຍງານຈາກແຫລ່ງຂ່າວວ່າ ມີໄວໜຸ່ມ 2 ຄົນ ກໍາລັງຂັບຂີ່ລົດຈັກໄປສົ່ງຢາບ້າຢູ່ເຂດ ບ້ານ ໂພນສູງ ເມືອງຫີນບູນ ແຂວງຄຳມ່ວນ, ຮອດເວລາ 12:00 ໂມງ ຂອງວັນດຽວກັນ ຈຶ່ງໄດ້ພົບເຫັນເປົ້າໝາຍ 2 ຄົນ ຂັບຂີ່ລົດຈັກ ບໍ່ມີປ້າຍທະບຽນ, ມາສົ່ງຢາເສບຕິດຢູ່ທີ່ຈຸດນັດໝາຍ. ໃນຂະນະທີ່ພວກກ່ຽວກຳລັງຊື້-ຂາຍຢາເສບຕິດກັນຢູ່ນັ້ນ ທາງເຈົ້າໜ້າທີ່ໄດ້ເຂົ້າກັກຕົວເປົ້າໝາຍ ໄດ້ 2 ຄົນ ພ້ອມຂອງກາງຢາບ້າຈຳນວນ 7 ມັດ ເທົ່າກັບ 14.000 ເມັດ ຊື່ ນາງ ຄຳຮູ້ ອາຍຸ 34 ປີ ແລະ ທ້າວ ເອັມ ວົງທອງຈິດ ອາຍຸ 22 ປີ ທັງສອງຢູ່ບ້ານສອງຫ້ອງ ເມືອງຫີນບູນ ແຂວງຄຳມ່ວນ.

ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ - Visit Laos Visit SALANA BOUTIQUE HOTEL - ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ

ຜ່ານການສອບສວນ ນາງ ຄຳຮູ້ ແລະ ທ້າວ ເອັມ ພວກກ່ຽວຮັບສາລະພາບວ່າ  ຢາບ້າຈຳນວນດັ່ງກ່າວ ແມ່ນໄດ້ຊື້ມາຈາກ  ທ້າວ ບຸນທະວີ ຄຳພາວົງ ອາຍຸ 29 ປີ ປະຊາຊົນ ຢູ່ບ້ານ ທົ່ງນາມີ ເມືອງປາກກະດິງ ແຂວງ ບໍລິຄຳໄຊ, ຈາກນັ້ນ ເຈົ້າໜ້າທີ່ຕຳຫລວດວິຊາສະເພາະຈຶ່ງໄດ້ປະສານສົມທົບກັບອຳນາດການປົກຄອງບ້ານ ທົ່ງນາມີ ເພື່ຶອທຳການກວດຄົ້ນເຮືອນຂອງ ທ້າວ ເອັມ ພົບເຫັນຢາບ້າ 2 ຖົງ ເທົ່າກັບ 401 ເມັດ ພ້ອມທັງຕິດຕາມນຳກັກຕົວ ທ້າວ ບຸນທະວີ ຄຳພູວົງມາດຳເນີນຄະດີຕາມລະບຽບກົດໝາຍ.

ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ - 5 - ປກສ ແຂວງຄຳມ່ວນ ຢຶດຢາບ້າ 14.000 ກວ່າເມັດ ນຳຕົວຜູ້ຖືກຫາ 3 ຄົນ ມາດຳເນີນຄະດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!