ສ.ເກົາຫລີ ກຽມຍົກເວັ້ນຄົນສັກວັກຊີນຕ້ານໂຄວິດ-19 ຄົບໂດສ ບໍ່ຕ້ອງກັກຕົວ


ວັນທີ 28 ເມສາ 2021, ໜ່ວຍງານສາທາລະນະສຸກຂອງ ສ.ເກົາຫລີ ເປີດເຜີຍວ່າ: ສ.ເກົາຫລີ ຈະຍົກເວັ້ນໃຫ້ຜູ້ທີ່ໄດ້ຮັບວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຄົບຕາມກຳນົດບໍ່ຕ້ອງກັກຕົວ 14 ວັນຕາມຄຳສັ່ງ ນັບແຕ່ຕົ້ນເດືອນພຶດສະພາເປັນຕົ້ນໄປ.
ທ່ານ ຢຸນເຕໂຮ ເຈົ້າໜ້າທີ່ອາວຸໂສຂອງສຳນັກງານໃຫຍ່ການແກ້ໄຂໄພພິບັດກາງຂອງ ສ.ເກົາຫລີ ຖະແຫລງຂ່າວວ່າ: ຜູ້ທີ່ໄດ້ຮັບວັກຊີນຄົບຕາມກຳນົດຈະໄດ້ຮັບການຍົກເວັ້ນການກັກຕົວ ເມື່ອພວກເຂົາມີຜົນກວດພະຍາດໂຄວິດ-19 ເປັນລົບ ແລະ ບໍ່ມີອາການປ່ວຍ ເຖິງວ່າເຄີຍສຳຜັດໃກ້ຊິດຜູ້ຕິດເຊື້ອກໍຕາມ.
ປັດຈຸບັນ ຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ຖືກກຳນົດໃຫ້ກັກຕົວເປັນເວລາ 2 ອາທິດ ໂດຍການຍົກເວັ້ນດັ່ງກ່າວຈະເລີ່ມຕົ້ນວັນທີ 5 ພຶດສະພາ, ແຕ່ທ່ານ ຢຸນ ຊີ້ວ່າ: ຜູ້ທີ່ໄດ້ຮັບການຍົກເວັ້ນຈະຕ້ອງຖືກຕິດຕາມ ແລະ ກວດພະຍາດໂຄວິດ-19 ສອງຄັ້ງພາຍໃນເວລາ 14 ວັນ.
ທ່ານ ຢຸນ ລະບຸວ່າ: ການຍົກເວັ້ນການກັກຕົວຈະຄວບຄຸມຜູ້ເດີນທາງໄປຕ່າງປະເທດຫລັງຮັບວັກຊີນຄົບສອງໂດສ ແລະ ເດີນທາງກັບມາ ສ.ເກົາຫລີ, ແຕ່ຈະບໍ່ຄວບຄຸມຜູ້ເດີນທາງມາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ຊະນິດກາຍພັນທີ່ແຜ່ກະຈາຍໄດ້ງ່າຍເຊັ່ນ: ອາຟຣິກາໃຕ້ ແລະ ບຣາຊິລ.
ທັງນີ້, ຜູ້ທີ່ໄດ້ຮັບວັກຊີນຄົບຕາມກຳນົດໝາຍເຖິງຜູ້ທີ່ໄດ້ຮັບວັກຊີນໂດສສຸດທ້າຍຢ່າງໜ້ອຍ 2 ອາທິດ ເຊິ່ງເປັນໄລຍະເວລາທີ່ໃຊ້ສ້າງແອນຕິບໍດີພາຍໃນຮ່າງກາຍ.
ໜ່ວຍງານຄວາມປອດໄພທາງຢາຂອງ ສ.ເກົາຫລີ ໄດ້ອະນຸມັດວັກຊີນຂອງແອສຕຣາເຊນເນກາ (AstraZeneca), ໄຟເຊີ (Pfizer) ແລະ ຈອນສັນແອນຈອນສັນ (Johnson and Johnson) ໂດຍນອກຈາກວັກຊີນທັງສາມຊະນິດດັ່ງກ່າວແລ້ວ ສ.ເກົາຫລີ ຍັງຕົກລົງຈັດຊື້ວັກຊີນຂອງໂນວາແວັກ (Novavax) ແລະ ໂມເດິນາ (Moderna) ນຳອີກ.
ປັດຈຸບັນ ສ.ເກົາຫລີ ດຳເນີນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນແລ້ວ 2.586.769 ຄົນ ຫລື ປະມານ 5% ຂອງປະຊາກອນ 52 ລ້ານຄົນ ແລະ ມີຜູ້ຮັບວັກຊີນຄົບຕາມກຳນົດແລ້ວ 148.282 ຄົນ.
ອ້າງອີງ: ສຳນັກຂ່າວຊິນຮົວ