ຊາວບຣາຊິນອອກມາຊຸມນຸມຂັບໄລ່ປະທານາທິບໍດີໃນຫລາຍເມືອງ ເຫດບໍ່ພໍໃຈການຮັບມືໂຄວິດ-19

ຊາວບຣາຊິນອອກມາຊຸມນຸມຂັບໄລ່ປະທານາທິບໍດີໃນຫລາຍເມືອງ ເຫດບໍ່ພໍໃຈການຮັບມືໂຄວິດ-19 -                 6 - ຊາວບຣາຊິນອອກມາຊຸມນຸມຂັບໄລ່ປະທານາທິບໍດີໃນຫລາຍເມືອງ ເຫດບໍ່ພໍໃຈການຮັບມືໂຄວິດ-19
ຊາວບຣາຊິນອອກມາຊຸມນຸມຂັບໄລ່ປະທານາທິບໍດີໃນຫລາຍເມືອງ ເຫດບໍ່ພໍໃຈການຮັບມືໂຄວິດ-19 - kitchen vibe - ຊາວບຣາຊິນອອກມາຊຸມນຸມຂັບໄລ່ປະທານາທິບໍດີໃນຫລາຍເມືອງ ເຫດບໍ່ພໍໃຈການຮັບມືໂຄວິດ-19

ວັນທີ 29 ພຶດສະພາ 2021, ປະຊາຊົນຊາວບຣາຊິນນັບໝື່ນຄົນອອກມາເດີນຂະບວນໄປຕາມທ້ອງຖະໜົນ ເພື່ອສະແດງຄວາມບໍ່ພໍໃຈຕໍ່ການຮັບມືໂຄວິດ-19 ຂອງປະທານາທິບໍດີ ຍາອີ ໂບລໂຊນາຣູ ເຊິ່ງຖືເປັນການປະທ້ວງຄັ້ງໃຫຍ່ທີ່ສຸດໃນບຣາຊິນຄັ້ງໜຶ່ງນັບແຕ່ເລີ່ມມີການລະບາດຂອງໂຄວິດ-19 ໃນປີຜ່ານມາ. ຂະນະທີ່ສື່ຫລາຍສຳນັກລາຍງານກົງກັນວ່າ: ຄວາມນິຍົມໃນຕົວປະທານາທິບໍດີທີ່ມີແນວຄິດຂວາຈັດຄົນນີ້ຫລຸດລົງຈາກການຮັບມືພະຍາດລະບາດ.

ການປະທ້ວງດຳເນີນໄປໃນຫລາຍເມືອງເຊັ່ນ: ເຊົາເປົາໂລ, ຣີໂອເດຈາເນໂຣ ແລະ ບຣາຊິນເລຍ ໂດຍຜູ້ປະທ້ວງຮຽກຮ້ອງໃຫ້ມີຂະບວນການຖອດຖອນປະທານາທິບໍດີ ຕະຫລອດຈົນການເຂົ້າເຖິງວັກຊີນໂຄວິດ-19 ທີ່ດີຂຶ້ນ. ຜູ້ປະທ້ວງຍົກປ້າຍຂໍ້ຄວາມເຊັ່ນ: “ໂບລໂຊນາຣູອອກໄປ” ແລະ “ຖອດຖອນດຽວນີ້”. ສຳນັກຂ່າວ Reuters ລະບຸວ່າ: ການປະທ້ວງດັ່ງກ່າວຈັດຂຶ້ນໂດຍພັກການເມືອງຝ່າຍຊ້າຍ, ສະຫະພາບແຮງງານ ແລະ ສະມາຄົມນັກສຶກສາ. ສ່ວນສຳນັກຂ່າວ CNN ລາຍງານວ່າ: ຜູ້ປະທ້ວງຫລາຍຄົນບໍ່ໄດ້ມີໄລຍະຫ່າງທາງສັງຄົມ ເຖິງວ່າສ່ວນຫລາຍຈະໃສ່ຜ້າປິດປາກ-ດັງກໍຕາມ.

ຊາວບຣາຊິນອອກມາຊຸມນຸມຂັບໄລ່ປະທານາທິບໍດີໃນຫລາຍເມືອງ ເຫດບໍ່ພໍໃຈການຮັບມືໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ຊາວບຣາຊິນອອກມາຊຸມນຸມຂັບໄລ່ປະທານາທິບໍດີໃນຫລາຍເມືອງ ເຫດບໍ່ພໍໃຈການຮັບມືໂຄວິດ-19

ບຣາຊິນກຳລັງຜະເຊີນການລະບາດຂອງໂຄວິດ-19 ໃນຮອບທີ 3 ເມື່ອວັນທີ 22 ພຶດສະພາຜ່ານມາ ກະຊວງສາທາລະນະສຸກຂອງບຣາຊິນລາຍງານຜູ້ຕິດເຊື້ອໃໝ່ 79.670 ຄົນ ລວມທັງຜູ້ເສຍຊີວິດທີ່ກ່ຽວຂ້ອງກັບໂຄວິດ-19 ຈຳນວນ 2.012 ຄົນ, ສ່ວນຜູ້ຕິດເຊື້ອສະສົມໃນບຣາຊິນມີຫລາຍກວ່າ 16 ລ້ານຄົນ ແລະ ຜູ້ເສຍຊີວິດສະສົມມີ 460.000 ຄົນ. ຂະນະທີ່ມີຜູ້ໄດ້ຮັບວັກຊີນຄົບຖ້ວນຕາມຈຳນວນໂດສແນະນຳແລ້ວປະມານ 10% ຂອງປະຊາກອນທົ່ວປະເທດທີ່ມີຫລາຍກວ່າ 210 ລ້ານຄົນ.

ໃນໄລຍະເລີ່ມຕົ້ນຂອງການລະບາດ ທ່າທີຂອງທ່ານ ໂບລໂຊນາຣູ ຄືການພະຍາຍາມເຮັດໃຫ້ການລະບາດເບິ່ງເປັນເລື່ອງບໍ່ຮ້າຍແຮງ, ທ່ານເຄີຍເອີ້ນໂຄວິດ-19 ວ່າເປັນ “ໄຂ້ຫວັດເລັກໆນ້ອຍໆ” ແລະ ພະຍາຍາມທຳລາຍຄວາມພະຍາຍາມໃນການໃຊ້ມາດຕະການເວັ້ນໄລຍະຫ່າງທາງສັງຄົມ ຫລື ການລັອກດາວ. ຂະນະທີ່ວຸດທິສະພາຂອງບຣາຊິນກຳລັງສືບສວນການຮັບມືຕໍ່ໂຄວິດ-19 ຂອງລັດຖະບານ ໂບລໂຊນາຣູ ເຊັ່ນກັນ.

ການປະທ້ວງສ່ວນຫລາຍເປັນໄປຢ່າງສະຫງົບ ຍົກເວັ້ນໃນເມືອງເຣຊີເຟ ເມືອງຫລວງຂອງລັດເປນຳບູກູ ເຊິ່ງຕຳຫລວດໄດ້ໃຊ້ລູກປືນຢາງ ແລະ ແກັສນໍ້າຕາເພື່ອສະຫລາຍຝູງຊົນ. ຂະນະທີ່ຮອງເຈົ້າຄອງລັດດັ່ງກ່າວລະບຸວ່າ: ຄຳສັ່ງສະຫລາຍຝູງຊົນບໍ່ໄດ້ມາຈາກລັດຖະບານ ແລະ ເລີ່ມມີການສອບສວນກ່ຽວກັບຍຸດທະວິທີຂອງຕຳຫລວດແລ້ວ, ສ່ວນເຈົ້າຄອງລັດເປນຳບູກູໄດ້ສັ່ງພັກວຽກຜູ້ບັນຊາການຕຳຫລວດ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄວ້ກ່ອນຈົນກວ່າຂະບວນການສອບສວນຈະສຳເລັດ.

ອ້າງອີງ:

ຊາວບຣາຊິນອອກມາຊຸມນຸມຂັບໄລ່ປະທານາທິບໍດີໃນຫລາຍເມືອງ ເຫດບໍ່ພໍໃຈການຮັບມືໂຄວິດ-19 - 3 - ຊາວບຣາຊິນອອກມາຊຸມນຸມຂັບໄລ່ປະທານາທິບໍດີໃນຫລາຍເມືອງ ເຫດບໍ່ພໍໃຈການຮັບມືໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!