ຮ່ວມກັບນ້ອງເຂີຍ ລັກລອບຄ້າຂາຍຢາບ້າ ຖືກຈັບພ້ອມຂອງກາງ 198.000 ເມັດ

ຮ່ວມກັບນ້ອງເຂີຍ ລັກລອບຄ້າຂາຍຢາບ້າ ຖືກຈັບພ້ອມຂອງກາງ 198.000 ເມັດ - 774 1 - ຮ່ວມກັບນ້ອງເຂີຍ ລັກລອບຄ້າຂາຍຢາບ້າ ຖືກຈັບພ້ອມຂອງກາງ 198.000 ເມັດ
ຮ່ວມກັບນ້ອງເຂີຍ ລັກລອບຄ້າຂາຍຢາບ້າ ຖືກຈັບພ້ອມຂອງກາງ 198.000 ເມັດ - kitchen vibe - ຮ່ວມກັບນ້ອງເຂີຍ ລັກລອບຄ້າຂາຍຢາບ້າ ຖືກຈັບພ້ອມຂອງກາງ 198.000 ເມັດ
ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນອາທິດຜ່ານມາ ເຈົ້າໜ້າທີ່ກຳລັງວິຊາສະເພາະ ພະແນກ 303 ຫ້ອງຕໍາຫຼວດ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາກໍາລັງເຂົ້າຈັບກຸມເປົ້າໝາຍຄ້າ-ຂາຍຢາເສບຕິດ ພາຍຫຼັງທີ່ສືບຮູ້ວ່າ: ຢູ່ເຂດບ້ານ ຫຼັກ 35 ເມືອງຈໍາພອນ ແຂວງສະຫວັນນະເຂດ ສາມາດຈັບຕົວເປົ້າໝາຍໄດ້ 2 ຄົນ ຄື: ທ້າວ ສຸກສາຄອນ ຫຼື ໂຕ້ ອາຍຸ 35 ປີ (ນ້ອງເຂີຍ) ແລະ ນາງ ສີຝອງ ອາຍຸ 39 ປີ (ປ້າ) ທັງສອງຢູ່ບ້ານໂພສີແກ້ວ ເມືອງໄຊພູທອງ ແຂວງສະຫວັນນະເຂດ ພ້ອມຂອງກາງຢາບ້າ ຈຳນວນ 99 ມັດ ເທົ່າກັບ 198.000 ເມັດ, ລົດໃຫຍ່ 2 ຄັນ ຄື: ລົດກະບະມິດສຸບີຊິໄທຕັ້ນ ສີປອນ ໝາຍເລກທະບຽນ ກຈ 6197 ສະຫວັນນະເຂດ ແລະ ລົດເກັງ ອີເລັນ ຕ້າ ສີດໍາ ໝາຍເລກທະບຽນ ກກ 9726 ວຽງຈັນ ແລະ ໂທລະສັບ 2 ເຄື່ອງ ໄປດໍາເນີນຄະດີ.
ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ພວມຢູ່ສືບສວນ-ສອບສວນ ເພື່ອຕິດຕາມນຳຈັບຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍຕໍ່ໄປ.
ຮ່ວມກັບນ້ອງເຂີຍ ລັກລອບຄ້າຂາຍຢາບ້າ ຖືກຈັບພ້ອມຂອງກາງ 198.000 ເມັດ - 4 - ຮ່ວມກັບນ້ອງເຂີຍ ລັກລອບຄ້າຂາຍຢາບ້າ ຖືກຈັບພ້ອມຂອງກາງ 198.000 ເມັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!