ອົງການອະນາໄມໂລກ ຮັບຮອງວັກຊີນ ຊີໂນແວັກ ໃຫ້ໃຊ້ສຳລັບກໍລະນີສຸກເສີນ


ວັນທີ 1 ມິຖຸນາ 2021 ນີ້ ອົງການອະນາໄມໂລກ ເຜີຍແຜ່ເອກະສານປະກາດຮັບຮອງວັກຊີນ Corona Vac ເປັນວັກຊີນປ້ອງກັນເຊື້ອໂຄວິດ-19 ທີ່ພັດທະນາໂດຍ ຊີໂນແວັກ ໄບໂອເທັກ ບໍລິສັດການຢາຂອງ ສປຈີນ ສຳລັບການໃຊ້ສະຖານະການສຸກເສີນ ຖືວ່າເປັນວັກຊີນຊະນິດທີ 2 ຂອງສັນຊາດຈີນທີ່ໄດ້ຮັບການອະນຸມັດຈາກອົງການອະນາໄມໂລກ ຮອງຈາກຊີໂນຟາມ ແລະ ເປັນການເປີດໂອກາດໃຫ້ວັກຊີນຊີໂນແວັກສາມາດໃຊ້ກັບປະຊາຊາກອນກຸ່ມປະເທດດ້ອຍການພັດທະນາ.
ສຳລັບວັກຊີນຊີໂນແວັກ ໄດ້ຮັບການທົດສອບປະສິດທິພາບ ໂດຍໃຊ້ປະຊາກອນເປັນຕົວຢ່າງ ສະແດງໃຫ້ເຫັນວ່າວັກຊີນດັ່ງກ່າວ ສາມາດປ້ອງກັນການປ່ວຍສະແດງອອກການໄດ້ 51% ແລະ ປ້ອງກັນການເຂົ້າໂຮງໝໍຈາກການຕິດເຊື້ອຮຸນແຮງໄດ້ 100%.
ວັກຊີນຊີໂນແວັກ ເປັນວັກຊີນຊະນິດທີ 8 ທີ່ໄດ້ຮັບການຮັບຮອງຈາກອົງການອະນາໄມໂລກໃຫ້ໃຊ້ໃນກໍລະນີສຸກເສີນ ແຕ່ຍັງບໍ່ສາມາດປະເມີນປະສິດທິພາບຂອງວັກຊີນໃນກຸ່ມຜຸ້ມີອາຍຸສູງກວ່າ 60 ປີໄດ້ ເນື່ອງຈາກມີຜູ້ອາຍຸເກີນ 60 ປີເຂົ້າຮ່ວມການທົດສອບວັກຊີນມີຈຳນວນບໍ່ຫລາຍພໍໃນການປະເມີນ.
ດັ່ງນັ້ນ ການຮັບຮອງຈາກອົງການອະນາໄມໂລກຄັ້ງນີ້ ກໍເທົ່າກັບວ່າສາມາດໃຊ້ວັກຊີນຊີໂນແວັກໄດ້ ເພື່ອກະຈາຍວັກຊີນໃຫ້ແກ່ປະເທດຕ່າງໆຢ່າງເທົ່າທຽມຜ່ານໂຄງການ ໂຄແວັກ.