ລັດ ພວມເລັ່ງຊ່ວຍເຫລືອແຮງງານນອກລະບົບ ແລະ ຜູ້ທຸກຍາກ

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃຫ້ຮູ້ວ່າ: ການແພ່ລະບາດພະຍາດໂຄວິດ-19 ຮອບສອງປີນີ້, ໄດ້ສົ່ງຜົນກະທົບຕໍ່ແຮງງານ ແລະ ຫົວໜ່ວຍທຸລະກິດຢ່າງໜັກ ເຮັດໃຫ້ມີແຮງງານຖືກໂຈະວຽກເຖິງຫລາຍກວ່າ 50.000 ຄົນ, ສະເພາະຢູ່ນະ ຄອນຫລວງວຽງຈັນ ມີຫົວໜ່ວຍແຮງງານຈໍານວນໜຶ່ງໄດ້ຢຸດກິດຈະການຄື: ໂຮງງານຕັດຫຍິບ 11 ແຫ່ງ, ໂຮງງານຜະລິດເຫລັກ 2 ແຫ່ງ ແລະ ມີແຮງງານ 10.000 ຄົນຖືກໂຈະວຽກ. ແນ່ນອນເມື່ອ ບໍ່ໄດ້ເຮັດວຽກ ລາຍຮັບກໍ່ບໍ່ມີ ຈຶ່ງສົ່ງຜົນກະທົບຢ່າງໜັກຕໍ່ການດໍາລົງຊີວິດຂອງເຂົາເຈົ້າ. ສໍາລັບແຮງງານ ທີ່ຢູ່ລະບົບປະກັນສັງຄົມ ຫລື ເປັນສະມາຊິກປະກັນສັງຄົມແມ່ນໄດ້ຮັບການຊ່ວຍເຫລືອ ຕາມລະບຽບການຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ແຕ່ສິ່ງທີ່ໜ້າເປັນຫວງແມ່ນແຮງງານນອກລະບົບທີ່ມີເກືອບ 2 ພັນຄົນ ຈະໄດ້ຮັບການຊ່ວຍແນວໃດ.
ມາຮອດປັດຈຸບັນ, ຂະແໜງການທີ່ກ່ຽວຂ້ອງພາຍໃຕ້ການນຳພາ-ຊີ້ນຳ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງເກັບກຳຈຳນວນຕົວເລກ ແຮງງານນອກລະບົບປະກັນສັງຄົມ ແລະ ປະຊາຊົນທຸກຍາກທີ່ໄດ້ຮັບຜົນກະທົບ ແລະ ມີຄວາມເດືອດ ຮ້ອນຂາດເຂີນປັດໄຈ ໃນການດໍາລົງຊີວິດປະຈໍາວັນ ເນື່ອງຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ໃນຮອບໃໝ່ນີ້ ຕາມແຈ້ງການຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 1531/ຮສສ ລົງວັນທີ 6 ພຶດສະພາ 2021 ທີ່ຜ່ານມາ, ເຊິ່ງປະຕິບັດໄດ້ເກືອບຄົບທຸກແຂວງແລ້ວ ຍັງປະມານ 2 ຫາ 3 ແຂວງເທົ່ານັ້ນ, ທີ່ຍັງບໍ່ທັນໄດ້ສົ່ງຂໍ້ມູນມາ ໂດຍສັງລວມໄດ້ປະຊາຊົນທີ່ທຸກຍາກ ມີ 84.000 ກວ່າຄົນ ແລະ ແຮງງານນອກລະບົບປະກັນສັງຄົມ ຫລາຍກວ່າ 1.700 ຄົນ ແລະ ພວກເຮົາກໍາລັງລວບລວມຂໍ້ມູນໃຫ້ສຳເລັດໂດຍໄວ ເພື່ອຫາທາງແກ້ໄຂ ແລະ ຊ່ວຍເຫລືອຮີບດ່ວນ.
ສຳລັບເປົ້າໝາຍທີ່ຈະໃຫ້ການຊ່ວຍເຫລືອຮີບດ່ວນ ໃນທົ່ວປະເທດ ແມ່ນກຸ່ມຄົນທີ່ຖືກຢຸດວຽກບໍ່ໄດ້ຮັບເງິນເດືອນ ຫລື ຖືກເລີກຈ້າງ ມີຄວາມເດືອດຮ້ອນ, ຂາດເຂີນ, ບໍ່ມີອັນຢູ່ອັນກິນ, ຂາດທີ່ເພິ່ງພາອາໄສ ໃນໄລຍະປະຕິບັດເຂັ້ມງວດມາດຕະການຂອງລັດຖະບານນີ້, ໂດຍໄດ້ຮັບການຢັ້ງຢືນຈາກບ້ານ, ເປັນຄົນລາວ ທີ່ມີສໍາມະໂນຄົວ ຫລື ໃບອະນຸຍາດພັກເຊົາຢູ່ບ້ານ ໃນເວລາເກັບກໍາຂໍ້ມູນ, ເປັນຄອບຄົວທີ່ບໍ່ແມ່ນພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ພະນັກງານບໍານານ ແລະ ຜູ້ທີ່ໄດ້ເຂົ້າລະບົບປະກັນສັງຄົມ ໂດຍສະເພາະແມ່ນ ພະນັກງານ-ລູກຈ້າງ ຂອງບັນດາຜູ້ປະກອບການ ທີ່ໄດ້ຖືກສັ່ງປິດກິດຈະການຊົ່ວຄາວເພື່ອປ້ອງກັນການລະບາດຂອງໂຄວິດ-19 (ສະຖານບັນເທິງ, ຮ້ານນວດ, ສູນອອກກໍາລັງກາຍ, ຮ້ານເສີມສວຍ, ຮ້ານຕັດຜົມ, ອື່ນໆ); ຜູ້ທີ່ຮັບຈ້າງ-ອອກແຮງານລາຍວັນ ແຕ່ໄລຍະນີ້ບໍ່ມີວຽກເຮັດງານທໍາ, ຜູ້ທີ່ຢູ່ຫ້ອງເຊົ່າ, ຫໍພັກ, ຂາດທີ່ເພິ່ງພາອາໄສຢູ່ໃນບັນດາຕົວເມືອງໃຫຍ່; ນັກສຶກສາທີ່ຂາດເຂີນທຶນຮອນ ດ້ານການສຶກສາທີ່ຢູ່ຫ້ອງເຊົ່າ-ຫໍພັກ ທີ່ກໍາລັງສຶກສາຢູ່ສະຖາບັນການສຶກສາຂອງລັດ (ອາໄສການເຮັດວຽກໃນຍາມຫວ່າງ ໂດຍການຫາລາຍໄດ້ລາຍວັນເສີມ ຈາກການເປັນພະນັກງານເສີບ-ອະນາໄມຕາມພັດທະຄານ, ຮ້ານອາຫານ, ສະຖານບັນເທີງ, ອື່ນໆ) ທີ່ຖືກສັ່ງປິດກິດຈະການ ໃນໄລຍະການລະບາດຂອງພະຍາດໂຄວິດ-19.
ທັງໝົດນັ້ນ ສະແດງໃຫ້ເຫັນວ່າ ພາກລັດ ບໍ່ເຄີຍເມີນເສີຍຕໍ່ຄວາມເດືອດຮ້ອນຂອງປະຊາຊົນ ກໍຄື ບັນດາແຮງງານທີ່ໄດ້ຮັບຜົນກະທົບຈາກວິກິດພະຍາດໂຄວິດ-19 ແລະ ຂໍຊົມເຊີຍຢ່າງຈິງໃຈຕໍ່ປະຊາຊົນຄົນລາວ ກໍຄື ຜູ້ທີອາໄສຢູ່ໃນຜືນແຜ່ນດິນລາວ ທີ່ມີນ້ຳຈິດນ້ຳໃຈເອື້ອເຟື້ອເພື່ອແຜ່ ຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບ ຜູ້ທີ່ຂາດເຂີນ ທຸກຍາກ ຍ້ອນພິດໂຄວິດແບບນີ້. ຍາມຫຍຸ້ງຍາກ ຈຶ່ງຮູ້ວ່າ ເນື້ອແທ້ຄົນລາວເປັນຄົນແນວໃດ ສໍາລັບຜູ້ທີ່ບໍ່ສາມາດຊ່ວຍເຫລືອຜູ້ອື່ນໄດ້ ກໍຂໍໃຫ້ສົ່ງກໍາລັງໃຈ ສົ່ງຄວາມຫວັງດີໃຫ້ເຂົາເຈົ້າ, ຄວນຫລີກທີ່ສຸດແມ່ນການສ້າງກະ ແສຍົວະ ຫລື ສຽດສີ ວ່າ ຜູ້ອື່ນ ພາກສ່ວນອື່ນບໍ່ເຮັດຫຍັງ ບໍ່ຊ່ວຍຫຍັງໂດຍທີ່ຕົນເອງບໍ່ຮູ້ເລິກເຖິງຖອງ ເພາະຈະເປັນການສ້າງຄວາມແຕກແຍກໃນສັງຄົມ.