ກອງປະຊຸມປຶກສາຫາວຽກງານຮີບດ່ວນຕິດພັນກັບວາລະແຫ່ງຊາດວ່າດ້ວຍການຕ້ານການຮົ່ວໄຫຼລາຍຮັບ


ໃນວັນທີ 13 ກັນຍາ 2021 ນີ້, ທີ່ຫ້ອງປະຊຸມໃຫຍ່ກົມສ່ວຍສາອາກອນ ກະຊວງການເງິນ, ໄດ້ຈັດກອງປະຊຸມປຶກສາຫາລືວຽກງານທີ່ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໂດຍສະເພາະວຽກງານຕ້ານການຮົ່ວໄຫຼດ້ານລາຍຮັບ, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະ ເສີດ ລັດຖະມົນຕີກະຊວງການເງິນ, ມີທ່ານ ຮອງລັດຖະມົນຕີກະຊວງການເງິນ, ບັນດາຫົວໜ້າກົມ, ຮອງຫົວ ໜ້າກົມໄດ້ເຂົ້າຮ່ວມດ້ວຍ.
ໂອກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນຊີ້ນໍາວ່າ:ກອງປະຊຸມດັ່ງກ່າວເປັນການປຶກສາຫາລືວຽກງານທີ່ຕິພັນກັບ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ, ຊຶ່ງເປັນການປຶກສາຫາລືແບ່ງຄວາມຮັບຜິດຊອບແຕ່ລະຂົງເຂດໄດ້ຄົ້ນຄວ້າເຊື່ອມຊຶມໃຫ້ທົ່ວເຖິງ, ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດຕາມແຜນການດໍາເນີນງານຂອງບັນດາກົມ, ເອົາໃຈໃສ່ແບບແຜນວິທີການເຮັດວຽກ, ຄະນະກົມເພີ່ມທະວີການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
ຄຽງຄູ່ກັນນີ້, ຕ້ອງຜັນຂະຫຍາຍເປັນມາດຕະການອັນລະອຽດໃນແຕ່ລະບັນຫາແຕ່ລະຂອດວຽກງານຕາມຄວາມຮັບຜິດຊອບຂອງຕົນບົນພື້ນຖານການຕັດສິນໃຈ, ຕ້ອງມີຄວາມເສຍສະຫຼະ ເພື່ອຊາດເພື່ອປະໂຫຍດຂອງປະຊາຊົນ, ຕ້ອງຫັນສູ່ການລົງເລິກເຮັດວຽກຫຼາຍກວ່າເກົ່າ, ຍຸດຕິການຟຸມເຟືອຍ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ເອົາໃຈ ໃສ່ຊຸກຍູ້ຕິດຕາມກວດກາການປະເມີນຜົນຖອດຖອນບົດຮຽນເປັນປົກກະຕິ, ສະກັດກັ້ນການແກ້ໄຂທຸກປະ ກົດການຫຍໍ້ທໍ້ຂອງຂະແໜງການເງິນ.