ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ

ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ - WhatsApp Image 2021 10 02 at 7 - ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ
ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ - Untitled design 1 - ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ

ອີງຕາມການລາຍງານຂ່າວທ້ອງຖິ່ນແຂວງໄຊຍະບູລີ ໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2021 ຜ່ານມາ, ປະຊາຊົນຢູ່ບ້ານນໍ້າແບງ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ມີອາການຖອກທ້ອງກະທັນຫັນ, ຈາກການສອບຖາມຂໍ້ມູນຈາກ ທ້າວ ພຽນ ແກ້ວບາງ ປະຊາຊົນບ້ານນໍ້າແບງ ຜູ້ໜຶ່ງໃນປະຊາຊົນທີ່ມີອາການຖອກທ້ອງ ເພີ່ນໄດ້ເລົ່າວ່າ: ວັນທີ 30 ກັນຍາ ນີ້, ຜູ້ກ່ຽວພ້ອມດ້ວຍໝູ່ເພື່ອນພາຍໃນບ້ານ ໄດ້ພາກັນນຳເອົາຊີ້ນຄວາຍທີ່ຕາຍໂດຍບໍ່ຮູ້ສາເຫດ ມາປຸງແຕ່ງອາຫານກິນ ຈາກນັ້ນໄດ້ມີອາການເຈັບທ້ອງ ແລະ ຖອກທ້ອງຢ່າງກະທັນຫັນ ຈຳນວນ 37 ຄົນ ອາການໜັກຈົນໄດ້ນໍາສົ່ງໂຮງໝໍ ແລະ ຍັງມີຫລາຍຄົນທີ່ມີອາການເບົາບາງ ແລະ ປິ່ນປົວຢູ່ພາຍໃນບ້ານ.

ຕາມການການສັນນິຖານເບື້ອງຕົ້ນຂອງ ທ່ານໝໍປະຈຳໂຮງໝໍຊຸມຊົນເມືອງຊຽງຮ່ອນ ສາເຫດໃນການຖອກທ້ອງກະທັນຫັນຄັ້ງນີ້ ອາດເກີດຈາກການບໍລິໂພກຊີ້ນຄວາຍທີ່ຕາຍບໍ່ຮູ້ສາເຫດ, ສ່ວນສາເຫດທີ່ເຮັດໃຫ້ຄວາຍໂຕດັ່ງກ່າວຕາຍ, ວິຊາການລະບາດວິທະຍາໂຮງໝໍຊຸມຊົນເມືອງຊຽງຮ່ອນ ກຳລັງລົງກວດກາຢູ່ບ້ານດັ່ງກ່າວ ເພື່ອຊອກຫາສາເຫດຂອງການຕາຍຂອງຄວາຍວ່າເກີດຈາກສາເຫດຫຍັງແທ້.

ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ - Visit Laos Visit SALANA BOUTIQUE HOTEL - ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ

ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ - WhatsApp Image 2021 10 02 at 7 - ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ

ຕໍ່ກັບເຫດການຄັ້ງນີ້, ທ່ານໝໍໄດ້ຝາກເຕືອນເປັນອຸທາຫອນຝາກໄວ້ໃຫ້ທຸກຄົນບໍ່ຄວນ ບໍລິໂພກສັດຕາຍ ໂດຍທີ່ບໍ່ຮູ້ສາເຫດ ເພາະອາດຈະເກີດອັນຕະລາຍຕໍ່ຮ່າງກາຍຂອງຄົນເຮົາໄດ້.

ຂ່າວ: ດອນ ຂຽວພະນາ

ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ - lattana banner 1 - ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ
ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ -    AD conten website - ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ
ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ - lattana banner - ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນ ອາການໜັກ 37 ຄົນ
error: Alert: ເນື້ອຫາຂ່າວມີລິຂະສິດ !!