ຕຳຫລວດໄທພົບຜູ້ເສຍຫາຍຖືກຕັດເງິນໃນບັນຊີ 4 ໝື່ນກວ່າຄົນ ເລັ່ງຫາຜູ້ກໍ່ເຫດ ຊີ້ໄພໄຊເບີເກີດຈາກການຂາດສະຕິຂອງຜູ້ໃຊ້

ວັນທີ 18 ຕຸລາ 2021, ພົນຕຳຫລວດໂທ ກອນໄຊ ຄ້າຍຄິ່ງ ຜູ້ບັນຊາການຕຳຫລວດສືບສວນສອບສວນອາດຊະຍາກຳທາງເຕັກໂນໂລຊີຂອງໄທ ໄດ້ຖະແຫລງຂ່າວຫລັງພົບຄົນຮ້າຍລ້ວງຂໍ້ມູນ ແລະ ຫລອກຖອນເງິນຈາກບັນຊີທະນາຄານບັດເດບິດ ແລະ ບັດເດບິດປະຊາຊົນຫລາຍຄັ້ງຢ່າງຜິດປົກກະຕິ ໂດຍເປີດເຜີຍວ່າ: ຕອນນີ້ພົບຜູ້ເສຍຫາຍແລ້ວ 40.000 ຄົນ ເບື້ອງຕົ້ນປະເມີນມູນຄ່າຄວາມເສຍຫາຍປະມານ 10 ລ້ານບາດ ໂດຍຜູ້ບັນຊາການຕຳຫລວດແຫ່ງຊາດໄທ ໄດ້ສັ່ງໃຫ້ກອງບັນຊາການຕຳຫລວດນະຄອນບານ ແລະ ກອງບັນຊາການຕຳຫລວດພູທອນ ພາກ 1-9 ຮັບແຈ້ງຄວາມທຸກຄະດີທີ່ກ່ຽວຂ້ອງກັບເຫດການດັ່ງກ່າວ, ຂໍເນັ້ນເຕືອນປະຊາຊົນໃຫ້ເກັບຂໍ້ມູນເລກໜ້າບັດ 16 ຫລັກ ແລະ ເລກຄວາມປອດໄພດ້ານຫລັງບັດຈຳນວນ 3 ຫລັກ ເປັນຄວາມລັບ.
ພົນຕຳຫລວດໂທ ກອນໄຊ ກ່າວວ່າ: ປະຊາຊົນຕ້ອງຄິດກ່ອນຄລິກ, ເຊັກກ່ອນໂອນ, ຢ່າເປີດໄຟລ໌ ແລະ ອີເມລທີ່ບໍ່ຮູ້ຈັກ, ອັບເດດຊອບແວ, ຕິດຕັ້ງລະບົບແອນຕີໄວຣັສ ແລະ ສຳຮອງຂໍ້ມູນຢູ່ສະເໝີ ເພາະໄພໄຊເບີມັກເກີດຈາກການຂາດສະຕິຂອງຜູ້ໃຊ້.
ພົນຕຳຫລວດຕີ ນິເວດ ອາພາວະສິນ ຜູ້ບັງຄັບການກວດສອບ ແລະ ວິເຄາະອາດຊະຍາກຳທາງເຕັກໂນໂລຊີຂອງໄທ ເປີດເຜີຍວ່າ: ຈາກການສອບສວນພົບວ່າ ຄົນຮ້າຍມີຂໍ້ມູນໝາຍເລກໜ້າບັດ ແລະ ຫລັງບັດ ລວມທັງວັນໝົດອາຍຸຂອງບັດ, ສັນນິຖານວ່າໄດ້ມາ 3 ວິທີ ໄດ້ແກ່: ຜູກບັດໄວ້ກັບແອບພລິເຄຊັນ, ຫລອກລວງໃຫ້ໃສ່ຂໍ້ມູນໃນຮູບແບບຟິດຊິງອີເມລ ຫລື SMS ແລະ ຂໍ້ມູນຫລຸດຈາກເຄື່ອງຮູດບັດ ແລະ ມີການຊື້ຂາຍໃນຕະຫລາດມືດ.
ພົນຕຳຫລວດຕີ ນິເວດ ກ່າວອີກວ່າ: ຈາກການກວດສອບພຶດຕິກຳການດູດເງິນຂອງຄົນຮ້າຍ ຈະດູດເງິນຈຳນວນໜ້ອຍແຕ່ຫລາຍຍອດ ເພາະຖ້າເປັນບັດເດບິດຈະບໍ່ມີການສົ່ງຂໍ້ຄວາມແຈ້ງເຕືອນໃຫ້ຜູ້ເສຍຫາຍຮູ້, ເຈົ້າໜ້າທີ່ຕຳຫລວດຈຶ່ງປະສານກັບຮ້ານຄ້າທີ່ຮັບຊຳລຳ. ທັງນີ້ ຢູ່ລະຫວ່າງຫາລືກັບທະນາຄານແຫ່ງປະເທດໄທ ແລະ ກຸ່ມຜູ້ປະກອບການອອນລາຍເຖິງມາດຕະການປ້ອງກັນເຊັ່ນ: ການລົງທະບຽນຮ້ານຄ້າອອນລາຍ, ການປັບມາດຕະການແຈ້ງເຕືອນຊຳລະສິນຄ້າ ແລະ ບໍລິການທີ່ຍອດບໍ່ເຖິງຂັ້ນຕໍ່າ ເພື່ອປ້ອງກັນບໍ່ໃຫ້ເກີດເຫດຊ້ຳອີກ.
ອ້າງອີງ:
https://www.facebook.com/1683658098593742/posts/2877778752514998/