ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ

ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ - unnamed file scaled - ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ
ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ - kitchen vibe - ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ

ທາງການຈີນສັກບູສເຕີໃຫ້ຜູ້ທີ່ໄດ້ຮັບວັກຊີນເຊື້ອຕາຍຄົບ 2 ເຂັມມາແລ້ວຢ່າງໜ້ອຍ 6 ເດືອນ.

ເຊົາໄຊນ່າມໍນິ້ງໂພສລາຍງານວ່າ: ເມືອງຕ່າງໆໃນປະເທດຈີນເລີ່ມສັກວັກຊີນຕ້ານໂຄວິດ-19 ໃຫ້ປະຊາຊົນທີ່ໄດ້ຮັບວັກຊີນເຂັມທີ 2 ມາແລ້ວຢ່າງໜ້ອຍ 6 ເດືອນ.

ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ - Visit Laos Visit SALANA BOUTIQUE HOTEL - ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ
ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ - Visit Laos Visit SALANA BOUTIQUE HOTEL - ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ

ຫລັງຈາກປະຊາກອນເກືອບ 80% ໄດ້ຮັບວັກຊີນຄົບ 2 ເຂັມແລ້ວ, ແຕ່ມີຂໍ້ມູນເພີ່ມຕື່ມສະແດງໃຫ້ເຫັນວ່າລະດັບພູມຕ້ານທານຂອງຜູ້ສັກວັກຊີນຊະນິດເຊື້ອຕາຍທີ່ໃຊ້ເປັນວັກຊີນຫລັກໃນປະເທດຈີນຫລຸດລົງຫລັງເວລາຜ່ານໄປຫລາຍເດືອນ.

ການເຄື່ອນໄຫວຄັ້ງນີ້ເກີດຂຶ້ນກ່ອນກິລາໂອລິມປິກລະດູໜາວ ເຊິ່ງມີປັກກິ່ງເປັນເຈົ້າພາບຈະເລີ່ມຕົ້ນຂຶ້ນໃນເດືອນກຸມພາປີໜ້າ ເຊິ່ງຜູ້ຈັດງານຢືນຢັນວ່າຈະປະຕິບັດຕາມມາດຕະການຄວບຄຸມພະຍາດຢ່າງເຂັ້ມງວດ ໂດຍເບື້ອງຕົ້ນລະບຸວ່າຈະມີພຽງຊາວຈີນເທົ່ານັ້ນທີ່ສາມາດເຂົ້າຊົມການແຂ່ງຂັນໄດ້.

ຂະນະທີ່ກຸ່ມຜູ້ຊ່ຽວຊານຈາກອົງການອະນາໄມໂລກ (WHO) ແນະນຳວ່າ: ຜູ້ທີ່ມີອາຍຸ 60 ປີຂຶ້ນໄປທີ່ໄດ້ຮັບວັກຊີນຊະນິດເຊື້ອຕາຍຂອງ Sinovac ຫລື Sinopharm ຄວນໄດ້ຮັບວັກຊີນເຂັມທີ 3 ຫລື ບູສເຕີເພື່ອກະຕຸ້ນພູມຕ້ານທານ.

ໂດຍໃນເດືອນກໍລະກົດຜ່ານມາ, ຄະນະຜູ້ຊ່ຽວຊານແນະນຳໃຫ້ໃຊ້ວັກຊີນຊະນິດ mRNA ເປັນເຂັມກະຕຸ້ນ ເນື່ອງຈາກມີລາຍງານອັດຕາປະສິດທິພາບສູງໃນການທົດລອງ ແລະ ຖືກໃຊ້ຢ່າງແຜ່ຫລາຍໃນຕາເວັນຕົກ.

ເຖິງຢ່າງໃດກໍຕາມ, ປະກາດທີ່ອອກໂດຍໜ່ວຍງານເບິ່ງແຍງໃນທ້ອງຖິ່ນຂອງຈີນບໍ່ໄດ້ລະບຸເຖິງຍີ່ຫໍ້ ຫລື ຊະນິດຂອງວັກຊີນທີ່ໃຊ້ເປັນເຂັມກະຕຸ້ນ.

ທັງນີ້, ລາຍລະອຽດຂອງການສັກວັກຊີນເຂັມກະຕຸ້ນແຕກຕ່າງກັນໄປຕາມແຂວງ ແລະ ເມືອງຕ່າງໆ ໂດຍມີຫລາຍພື້ນທີ່ທີ່ສັກວັກຊີນເຂັມທີ 3 ໃຫ້ປະຊາຊົນທີ່ອາຍຸຕໍ່າກວ່າ 60 ປີ.

ຕາມລາຍງານຂອງໜັງສືພິມກວາງໂຈເດລີລະບຸວ່າ: ຜູ້ທີ່ມີອາຍຸ 18 ຫາ 59 ປີໃນເມືອງກວາງໂຈທີ່ໄດ້ຮັບວັກຊີນ Sinopharm, Sinovac ຫລື Cansino ຄົບ 2 ເຂັມມາແລ້ວຢ່າງໜ້ອຍ 6 ເດືອນ ສາມາດຮັບວັກຊີນຊະນິດເກົ່າເປັນເຂັມທີ 3 ໄດ້.

ຂະນະທີ່ນະຄອນຫລວງປັກກິ່ງລະດົມສັກວັກຊີນໃຫ້ປະຊາຊົນຈຳນວນຫລາຍນອກເໜືອຈາກກຸ່ມສ່ຽງ, ແຕ່ຍັງລວມໄປເຖິງຜູ້ທີ່ເຮັດວຽກໃນຮ້ານຄ້າ, ສະຖານສຶກສາ ແລະ ສະຖານທີ່ສາທາລະນະອື່ນໆ.

ພື້ນທີ່ອື່ນໆ ລວມທັງມົນທົນເຫີເປຍ ແລະ ມົນທົນເສສວນຈະໃຫ້ສິດຜູ້ສູງອາຍຸໃນການຮັບວັກຊີນເຂັມທີ 3 ກ່ອນເປັນລຳດັບທຳອິດ ແລະ ຈະຈັດສັນວັກຊີນໃຫ້ປະຊາຊົນກຸ່ມອື່ນໆເປັນລຳດັບຕໍ່ໄປ.

ຂະນະທີ່ຫລາຍພື້ນທີ່ຜະເຊີນການແຜ່ລະບາດຂອງໂຄວິດ-19 ຮອບໃໝ່ ໂດຍມີການສັ່ງຍົກເລີກຖ້ຽວບິນພາຍໃນປະເທດຫລາຍຮ້ອຍຖ້ຽວ ລວມທັງປິດໂຮງຮຽນ ແລະ ເລັ່ງກວດຫາເຊື້ອໃນປະຊາຊົນຫລາຍພື້ນທີ່.

ດ້ານຜູ້ຊ່ຽວຊານທີ່ໃຫ້ຄຳປຶກສາແກ່ລັດຖະບານຮົງກົງຄາດວ່າຈະມີການປະຊຸມໃນອາທິດໜ້າ ເພື່ອຫາລືວ່າຄວນໃຫ້ວັກຊີນເຂັມທີ 3 ແກ່ປະຊາຊົນໃນຮົງກົງ ຫລື ບໍ່. ຂະນະທີ່ມີຜູ້ໄດ້ຮັບວັກຊີນຄົບໂດສແລ້ວບໍ່ເຖິງ 70%.

ອ້າງອີງ:

https://www.posttoday.com/world/666199?fbclid=IwAR0-FHMDqILLSYlerlvn1x0IIShabHzEVhLSHzaoiNWbhvqNxjvC50MYP1g

ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ - 3 - ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ
ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ - 4 - ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ
ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ - 5 - ຈີນລະດົມສັກວັກຊີນເຂັມ 3 ໂຄວິດລະບາດອີກຮອບ