ໃນໄລຍະ 5 ປີ ການລົງທຶນຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດໃນລາວມີມູນຄ່າກວ່າ 36 ຕື້ໂດລາ

ໃນໄລຍະ 5 ປີ ການລົງທຶນຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດໃນລາວມີມູນຄ່າກວ່າ 36 ຕື້ໂດລາ - 265315434 622361979212506 1081793916809832993 n - ໃນໄລຍະ 5 ປີ ການລົງທຶນຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດໃນລາວມີມູນຄ່າກວ່າ 36 ຕື້ໂດລາ
ໃນໄລຍະ 5 ປີ ການລົງທຶນຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດໃນລາວມີມູນຄ່າກວ່າ 36 ຕື້ໂດລາ - kitchen vibe - ໃນໄລຍະ 5 ປີ ການລົງທຶນຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດໃນລາວມີມູນຄ່າກວ່າ 36 ຕື້ໂດລາ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວໃນກະກອງ​ປະຊຸມສະຫຼຸບຖອດຖອນບົດຮຽນ ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໃນໄລຍະ 2016-2020 ແລະ ທິດທາງແຜນການ 2021-2025 ວັນທີ 8 ທັນວາ 2021 ນີ້ ວ່າ: ​

ໃນ​ໄລ​ຍະ 5 ປີ ຜ່ານມາ ມີບໍລິສັດເຂົ້າມາລົງທຶນ​ຢູ່​​ບັນ​ດາເຂດ​ເສດ​ຖະ​ກິດ​ພິ​ເສດ ທັງໝົດ 743 ບໍລິສັດ, ມີທຶນຈົດທະບຽນ 12 ຕື້ກວ່າໂດລາ ແລະ ທຶນທັງໝົດ 36 ຕື້ກວ່າໂດລາ, ໃນຂະນະດຽວກັນມີການລົງທຶນຕົວຈິງໄປແລ້ວ 3 ຕື້ກວ່າໂດລາ ພິເສດໄດ້ມີບໍລິສັດທີ່ມີຊື່ສຽງ ແລະ ມີຄຸນນະພາບຈາກຕ່າງປະເທດເຂົ້າມາລົງທຶນ.

ໃນໄລຍະ 5 ປີ ການລົງທຶນຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດໃນລາວມີມູນຄ່າກວ່າ 36 ຕື້ໂດລາ - Visit Laos Visit SALANA BOUTIQUE HOTEL - ໃນໄລຍະ 5 ປີ ການລົງທຶນຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດໃນລາວມີມູນຄ່າກວ່າ 36 ຕື້ໂດລາ

ການພັດທະນາເຂດເສດຖະກິດພິເສດຢູ່ປະເທດເຮົາ ມີລັກສະນະ ແລະ ຈຸດພິເສດທີ່ແຕກຕ່າງກັບການພັດທະນາເຂດເສດຖະກິດພິເສດຢູ່ບັນດາປະເທດອື່ນໆ ຍ້ອນທີ່ຕັ້ງພູມສັນຖານປະເທດເຮົາບໍ່ມີຊາຍແດນຕິດຈອດກັບທະເລ ແລະ ງົບປະມານໃນການພັດທະນາພື້ນຖານໂຄງລ່າງມີຈຳກັດ. ລັດຖະບານ ຈຶ່ງໄດ້ສົ່ງເສີມໃຫ້ຜູ້ພັດທະນາເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ໂດຍໃຫ້ນະໂຍບາຍສົ່ງເສີມພິເສດ ແລະ ມີການບໍລິຫານຄຸ້ມຄອງສະເພາະ ເພື່ອສົ່ງເສີມການລົງທຶນ.

ມາຮອດປັດຈຸບັນ ເຂດເສດຖະກິດພິເສດ ຢູ່ ສປປ ລາວ ຕັ້ງຢູ່ 7 ແຂວງມີ 19 ສັນຍາພັດທະນາໂຄງການໃນຂອບເຂດທົ່ວປະເທດ ໂດຍໄດ້ນໍາໃຊ້ເນື້ອທີ່ດິນຕົວຈິງມີພຽງ 15 ພັນກວ່າເຮັກຕາ ຊຶ່ງມີຜົນສຳເລັດໃນຂັ້ນເບື້ອງຕົ້ນທີ່ເປັນຮູບປະທໍາເຊັ່ນ: ການພັດທະນາພື້ນຖານໂຄງລ່າງພາຍໃນເຂດ ແລະ ເຂດເຊື່ອມຕໍ່, ການສ້າງເຂດຕົວເມືອງໃໝ່ໃນຊົນນະບົດ, ການສ້າງເຂດອຸດສາຫະກຳ, ການຖ່າຍທອດເຕັກໂນໂລຊີ, ການຍົກລະດັບສີມືແຮງງານ, ການສ້າງວຽກເຮັດງານທໍາ, ການສ້າງລະບົບບໍລິການ logistic ທີ່ເປັນລະບົບຄົບຊຸດອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ, ການສ້າງຖານລາຍຮັບໃໝ່, ປະຊາຊົນ ຫຼື ທຸລະກິດຂະໜາດນ້ອຍ-ກາງ (SME) ທີ່ຢູ່ອ້ອມຂ້າງໂຄງການໄດ້ມີສ່ວນຮ່ວມ ແລະ ມີຜົນປະໂຫຍດຈາກການພັດທະນາໃນທາງກົງ ແລະ ທາງອ້ອມ ໂດຍສະເພາະທຸລະກິດດ້ານການບໍລິການ ແລະ ອື່ນໆ. ນອກຈາກນັ້ນ ຍັງໄດ້ມີທ່າບົກ (Dry Port) ຈໍານວນ 3 ແຫ່ງ (ເຂດສະຫວັນ-ເຊໂນ, ເຂດວຽງຈັນ ໂລຈິສຕິກ, ເຂດວັງເຕົ່າ-ໂພນທອງ) ແລະ ສູນບໍລິການເຕົ້າໂຮມຄ່ຽນຖ່າຍສິນຄ້າ (ICD) ຈໍານວນ 2 ແຫ່ງ (ເຂດບໍ່ເຕ່ນແດນງາມ ແລະ ເຂດທ່າແຂກ).

ໃນໄລຍະ 5 ປີຜ່ານມາ ບັນດາເຂດເສດຖະກິດພິເສດ ໄດ້ມີຜົນງານພົ້ນເດັ່ນໃນການພັດທະນາ ປະກອບມີ: ເຂດສະຫວັນ-ເຊໂນ (ຈຸດ C), ເຂດກວມລວມໄຊເຊດຖາ, ເຂດການຄ້າວຽງຈັນ-ໂນນທອງ, ເຂດບໍ່ເຕ່ນແດນງາມ, ເຂດສາມຫຼ່ຽມຄໍາ, ເຂດບຶງທາດຫຼວງ ແລະ ເຂດປາກເຊ-ຍີ່ປຸ່ນ ຊຶ່ງມາຮອດປັດຈຸບັນ ໄດ້ມີບໍລິສັດເຂົ້າມາລົງທຶນທັງໝົດ 743 ບໍລິສັດ, ມີທຶນຈົດທະບຽນ 12 ຕື້ກວ່າໂດລາ ແລະ ທຶນທັງໝົດ 36 ຕື້ກວ່າໂດລາ.

ໃນປີ 2021 ມີບໍລິສັດເຂົ້າມາລົງທຶນທັງໝົດ 45 ບໍລິສັດ, ມອບພັນທະເຂົ້າງົບປະມານຂອງລັດ 47 ຕື້ກວ່າກີບ, ນໍາເຂົ້າມູນຄ່າ 349 ລ້ານກວ່າໂດລາ (ສ່ວນໃຫຍ່ແມ່ນປະເພດເຄື່ອງຈັກ ແລະ ວັດສະດຸກໍ່ສ້າງ), ສົ່ງອອກສິນຄ້າໄດ້ 376 ລ້ານກວ່າໂດລາ.

ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ແຮງງານຕ່າງປະເທດ ແລະ ແຮງງານລາວທີ່ເຮັດວຽກຢູ່ໃນຂົງເຂດການຄ້າ ແລະ ການບໍລິການເປັນຕົ້ນ: ເຂດສາມຫຼ່ຽມຄໍາ ແລະ ເຂດບໍ່ເຕ່ນແດນງາມ ແມ່ນໄດ້ຖອນກັບຄືນປະເທດ. ສ່ວນແຮງງານລາວທີ່ຢູ່ໃນຂົງເຂດອຸດສາຫະກໍາເຊັ່ນ: ເຂດສະຫວັນ-ເຊໂນ, ເຂດກວມລວມໄຊເສດຖາ ແລະ ເຂດປາກເຊ-ຍີ່ປຸ່ນ ແມ່ນຍັງສືບຕໍ່ເຮັດວຽກເປັນປົກກະຕິ.

ໃນໄລຍະ 5 ປີ ການລົງທຶນຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດໃນລາວມີມູນຄ່າກວ່າ 36 ຕື້ໂດລາ - 5 - ໃນໄລຍະ 5 ປີ ການລົງທຶນຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດໃນລາວມີມູນຄ່າກວ່າ 36 ຕື້ໂດລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!