ຜູ້ບໍລິຫານ Pfizer ເຜີຍ ວັກຊີນປ້ອງກັນໂຄວິດເຂັມ 4 ອາດຈຳເປັນຕ້ອງສັກ ໄວຂຶ້ນກວ່າການຄາດຄະເນໄວ້ ເພາະໂອມິຄຣອນ

ຜູ້ບໍລິຫານ Pfizer ເຜີຍ ວັກຊີນປ້ອງກັນໂຄວິດເຂັມ 4 ອາດຈຳເປັນຕ້ອງສັກ ໄວຂຶ້ນກວ່າການຄາດຄະເນໄວ້ ເພາະໂອມິຄຣອນ - 36940d67 db3c 4026 9ce4 14ed9723756b - ຜູ້ບໍລິຫານ Pfizer ເຜີຍ ວັກຊີນປ້ອງກັນໂຄວິດເຂັມ 4 ອາດຈຳເປັນຕ້ອງສັກ ໄວຂຶ້ນກວ່າການຄາດຄະເນໄວ້ ເພາະໂອມິຄຣອນ
ຜູ້ບໍລິຫານ Pfizer ເຜີຍ ວັກຊີນປ້ອງກັນໂຄວິດເຂັມ 4 ອາດຈຳເປັນຕ້ອງສັກ ໄວຂຶ້ນກວ່າການຄາດຄະເນໄວ້ ເພາະໂອມິຄຣອນ - kitchen vibe - ຜູ້ບໍລິຫານ Pfizer ເຜີຍ ວັກຊີນປ້ອງກັນໂຄວິດເຂັມ 4 ອາດຈຳເປັນຕ້ອງສັກ ໄວຂຶ້ນກວ່າການຄາດຄະເນໄວ້ ເພາະໂອມິຄຣອນ

ວັນທີ 8 ທັນວາ 2021, ທ່ານ ອັລເບິດ ບົວຣ໌ລາ ຜູ້ບໍລິຫານຂອງ Pfizer ເຜີຍວ່າ: ທຸກຄົນອາດຈຳເປັນຕ້ອງເຂົ້າຮັບການສັກວັກຊີນ Pfizer ເຂັມ 4 ໄວຂຶ້ນກວ່າການຄາດຄະເນໄວ້ ເນື່ອງຈາກເຊື້ອໄວຣັສໂຄໂຣນາກາຍພັນສາຍພັນໂອມິຄຣອນ ໂດຍກ່ອນໜ້ານີ້ທ່ານ ບົວຣ໌ລາ ຄາດຄະເນວ່າ: ຄວນເຂົ້າຮັບວັກຊີນເຂັມທີ 4 ຫລັງສັກວັກຊີນເຂັມທີ 3 ແລ້ວ 12 ເດືອນ, ແຕ່ເນື່ອງຈາກເຮົາຍັງມີຂໍ້ມູນທີ່ຈຳກັດກ່ຽວກັບສາຍພັນນີ້ ອາດມີຄວາມຈຳເປັນຕ້ອງສັກເຂັມ 4 ໄວຂຶ້ນກວ່າເກົ່າ.

Pfizer-BioNTech ເຜີຍຜົນການສຶກສາເບື້ອງຕົ້ນພົບວ່າ: ວັກຊີນເຂັມ 3 ມີປະສິດທິພາບພຽງພໍທີ່ຈະສາມາດຮັບມືເຊື້ອໂອມິຄຣອນໄດ້. ຂະນະທີ່ວັກຊີນ Pfizer ພຽງ 2 ເຂັມ ມີລະດັບພູມຕ້ານທານໂຄວິດຫລຸດລົງ. ແຕ່ຢ່າງໃດກໍຕາມ, ວັກຊີນ 2 ເຂັມຍັງເປັນສິ່ງທີ່ຈຳເປັນຫລາຍ ໂດຍຍັງມີທ່າອ່ຽງຈະສາມາດປ້ອງກັນການມີອາການຮຸນແຮງຫລັງຕິດເຊື້ອໂອມິຄຣອນໄດ້.

ຜູ້ບໍລິຫານ Pfizer ເຜີຍ ວັກຊີນປ້ອງກັນໂຄວິດເຂັມ 4 ອາດຈຳເປັນຕ້ອງສັກ ໄວຂຶ້ນກວ່າການຄາດຄະເນໄວ້ ເພາະໂອມິຄຣອນ - Visit Laos Visit SALANA BOUTIQUE HOTEL - ຜູ້ບໍລິຫານ Pfizer ເຜີຍ ວັກຊີນປ້ອງກັນໂຄວິດເຂັມ 4 ອາດຈຳເປັນຕ້ອງສັກ ໄວຂຶ້ນກວ່າການຄາດຄະເນໄວ້ ເພາະໂອມິຄຣອນ

ຜູ້ບໍລິຫານຂອງ Pfizer ລະບຸວ່າ: ສິ່ງສຳຄັນທີ່ສຸດຕອນນີ້ຄືເລັ່ງສັກວັກຊີນເຂັມ 3 ໃຫ້ໄດ້ຫລາຍທີ່ສຸດ ເພື່ອຮັບມືເຊື້ອກາຍພັນໃນຊ່ວງລະດູໜາວນີ້ ໂດຍເຊື່ອວ່າວັກຊີນເຂັມ 3 ຈະຍັງມີປະສິດທິພາບສູງໃນການຮັບມືເຊື້ອໂອມິຄຣອນ. ຂະນະທີ່ຢາເມັດປິ່ນປົວໂຄວິດຄື Paxlovid ຈະເປັນອີກໜຶ່ງທາງເລືອກໃນການຊ່ວຍປ້ອງກັນການເຂົ້າປິ່ນປົວໃນໂຮງໝໍ ແລະ ຊ່ວຍຮັບມືໂຄວິດຊ່ວງລະດູໜາວນີ້.

ທາງ Pfizer ໄດ້ຍື່ນເລື່ອງຂໍໃຫ້ຄະນະກຳມະການອາການ ແລະ ຢາອາເມລິກາ (FDA) ອະນຸມັດການໃຊ້ຢາເມັດນີ້ເປັນກໍລະນີສຸກເສີນແລ້ວ ໂດຍທາງການອາເມລິກາສັ່ງຊື້ຢາເມັດນີ້ຈຳນວນ 10 ລ້ານຄອຣ໌ສ ໂດຍຈະເລີ່ມຂົນສົ່ງໄດ້ໃນທ້າຍປີນີ້ ເຊິ່ງທ່ານ ບົວຣ໌ລາ ສະແດງຄວາມໝັ້ນໃຈວ່າ: ຢາເມັດ Paxlovid ຈະສາມາດຮັບມືເຊື້ອໂອມິຄຣອນໄດ້ ເນື່ອງຈາກຕົວຢາມຸ້ງເປົ້າໃສ່ສ່ວນອື່ນໆຂອງເຊື້ອໄວຣັສ ເຊິ່ງເປັນເອນໄຊທີ່ໃຊ້ສຳລັບການຈຳລອງແບບ ບໍ່ໄວຕໍ່ການກາຍພັນ. ຂະນະທີ່ວັກຊີນປ້ອງກັນໂຄວິດຈະມຸ້ງເປົ້າໃສ່ໂປຣຕີນຂັດຂວາງທີ່ໄວຣັສໃຊ້ໃນການບຸກລຸກເຊລຂອງມະນຸດ ເຊິ່ງໂປຣຕີນນີ້ກາຍພັນຊ້ຳແລ້ວຊ້ຳອີກຕະຫລອດໄລຍະການແຜ່ລະບາດ.

ທາງທີມຜູ້ຜະລິດ ແລະ ພັດທະນາວັກຊີນຂອງ Pfizer ຄາດຄະເນວ່າ: ຈະສາມາດຜະລິດວັກຊີນທີ່ໃຊ້ຮັບມືເຊື້ອໂອມິຄຣອນໄດ້ໂດຍສະເພາະໃນເດືອນມີນາ 2022 ຖ້າມີຄວາມຈຳເປັນຕ້ອງໃຊ້ ໂດຍເບື້ອງຕົ້ນທາງທີມຕ້ອງສຶກສາປະສິດທິພາບຂອງວັກຊີນທີ່ມີຢູ່ໃນຕອນນີ້ກ່ອນວ່າສາມາດຮັບມືເຊື້ອໂອມິຄຣອນໄດ້ໜ້ອຍຫລາຍສໍ່າໃດ.

ອ້າງອີງ:

https://www.cnbc.com/…/omicron-pfizer-ceo-says-we-may…

https://www.nbcnews.com/…/pfizer-says-booster-dose…

https://www.reuters.com/…/biontech-pfizer-say-test…/

ຜູ້ບໍລິຫານ Pfizer ເຜີຍ ວັກຊີນປ້ອງກັນໂຄວິດເຂັມ 4 ອາດຈຳເປັນຕ້ອງສັກ ໄວຂຶ້ນກວ່າການຄາດຄະເນໄວ້ ເພາະໂອມິຄຣອນ - 5 - ຜູ້ບໍລິຫານ Pfizer ເຜີຍ ວັກຊີນປ້ອງກັນໂຄວິດເຂັມ 4 ອາດຈຳເປັນຕ້ອງສັກ ໄວຂຶ້ນກວ່າການຄາດຄະເນໄວ້ ເພາະໂອມິຄຣອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!