ກັບເມືອງແມນເຊສເຕີແລ້ວ ຣັງນິກ ເຜີຍ ປັອກບາ ພັກອີກໜຶ່ງເດືອນ

ກັບເມືອງແມນເຊສເຕີແລ້ວ ຣັງນິກ ເຜີຍ ປັອກບາ ພັກອີກໜຶ່ງເດືອນ - 6f36356ac77afea0c62d4c420e927f12e14fa596 - ກັບເມືອງແມນເຊສເຕີແລ້ວ ຣັງນິກ ເຜີຍ ປັອກບາ ພັກອີກໜຶ່ງເດືອນ
ກັບເມືອງແມນເຊສເຕີແລ້ວ ຣັງນິກ ເຜີຍ ປັອກບາ ພັກອີກໜຶ່ງເດືອນ - kitchen vibe - ກັບເມືອງແມນເຊສເຕີແລ້ວ ຣັງນິກ ເຜີຍ ປັອກບາ ພັກອີກໜຶ່ງເດືອນ

ຣາຟ ຣັງນິກ ຜູ້ຈັດການ ແມນເຊັສເຕີ ຢູໄນເຕັດ ຢືນຢັນວ່າ ພໍລ ປັອກບາ ໄດ້ບິນກັບຄືນຈາກ ດູໄບ ມາ ເມືອງແມນເຊັສເຕີ. ແຕ່ຕ້ອງພັກອີກ 1 ເດືອນ ເພື່ອໃຫ້ຮ່າງກາຍແຂງແຮງສົມບູນ.

ກອງກາງອາຍຸ 28 ປີໄດ້ຮັບບາດເຈັບຂາໃນລະຫວ່າງການຝຶກຊ້ອມກັບທີມຊາດຝຣັ່ງໃນເດືອນພະຈິກ ເຮັດໃຫ້ເຈົ້າໂຕຕ້ອງບິນໄປຟື້ນຟູທີ່ ດູໄບ ສະຫະລັດອາຣັບເອມີເຣດ ຈົນໄດ້ອົດຊ່ວຍທີມເຖິງ 8 ເກມ.

ກັບເມືອງແມນເຊສເຕີແລ້ວ ຣັງນິກ ເຜີຍ ປັອກບາ ພັກອີກໜຶ່ງເດືອນ - Visit Laos Visit SALANA BOUTIQUE HOTEL - ກັບເມືອງແມນເຊສເຕີແລ້ວ ຣັງນິກ ເຜີຍ ປັອກບາ ພັກອີກໜຶ່ງເດືອນ

ລ່າສຸດນີ້ ນາຍໃຫຍ່ຄົນໃໝ່ຂອງທີມ ຜີສາດແດງ ອອກມາເປີດເຜີຍວ່າລາວໄດ້ໂອ້ລົມກັບນັກເຕະແລ້ວ. ພ້ອມ​ທັງ​ຢືນຢັນ​ວ່າ​ນັກເຕະຈະ​ບິນ​ກັບ​ຄືນ​ສູ່​ໂອ ແທຟຟອດ ມື້ນີ້ ແລະ ຈະພັກອີກ 1 ເດືອນ ເພື່ອໃຫ້ຮ່າງກາຍແຂງແຮງ.

“ພວກເຮົາໄດ້ໂທລົມກັນແລ້ວໃນວັນອັງຄານ ແລະ ໃນເວລານັ້ນລາວຍັງຢູ່ໃນ ດູໄບ, “ຣັງນີກ ກ່າວໃນການສໍາພາດກ່ອນການແຂ່ງຂັນ ພຣີເມຍລີກ ໃນວັນເສົາກັບ ນໍຣິດ ຊິຕີ້.

“ລາວຕັ້ງໃຈຈະກັບມາມື້ນີ້ (ວັນສຸກ) ແລະ ພວກເຮົາຈະພົບກັນສ່ວນຕົວໃນວັນອາທິດ.”

“ພວກເຮົາລົມກັນໄດ້ປະມານ 10-15 ນາທີ ແລະ ລາວຮູ້ສຶກດີຂຶ້ນ. ​ແຕ່ເຫັນໄດ້ວ່າຍັງບໍ່ຟິດເຕັມທີ່.”

ສໍາລັບ ປັອກບາ, ມີສັນຍາກັບ ແມນເຊັສເຕີ ຢູໄນເຕັດ ຈົນຈົບລະດູການນີ້ ​ແຕ່​ຍັງ​ບໍ່​ທັນ​ມີວີ່ແວວຈະຕໍ່​ສັນຍາອອກໄປອີກເທື່ອ.

ກັບເມືອງແມນເຊສເຕີແລ້ວ ຣັງນິກ ເຜີຍ ປັອກບາ ພັກອີກໜຶ່ງເດືອນ - 4 - ກັບເມືອງແມນເຊສເຕີແລ້ວ ຣັງນິກ ເຜີຍ ປັອກບາ ພັກອີກໜຶ່ງເດືອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!