ເຍົາວະຊົນ U-12 ດິເຄ ພ້ອມລຸຍເຕະບານ ຊູນ ຊີງ ລີງ ຄັບ 2017 ທີ່ສປ ຈີນ

- aHR0cDovL3BlMS5pc2Fub29rLmNvbS9sYS8wL3VkLzIvMTMxNTkvdW50aXRsZWQtMS5qcGc - ເຍົາວະຊົນ U-12 ດິເຄ ພ້ອມລຸຍເຕະບານ ຊູນ ຊີງ ລີງ ຄັບ 2017 ທີ່ສປ ຈີນ
- kitchen vibe - ເຍົາວະຊົນ U-12 ດິເຄ ພ້ອມລຸຍເຕະບານ ຊູນ ຊີງ ລີງ ຄັບ 2017 ທີ່ສປ ຈີນ

- aHR0cDovL3BlMS5pc2Fub29rLmNvbS9sYS8wL3VkLzIvMTMxNTkvdW50aXRsZWQtMS5qcGc 300x180 - ເຍົາວະຊົນ U-12 ດິເຄ ພ້ອມລຸຍເຕະບານ ຊູນ ຊີງ ລີງ ຄັບ 2017 ທີ່ສປ ຈີນ
ທັບນັກເຕະເຍົາວະຊົນ ຮຸ່ນ ອາຍຸບໍ່ເກີນ 12 ປີ ຂອງສະໂມ ສອນ ດີເຄ ເອັຟຊີ ທີມໃນການ ແຂ່ງຂັນບານເຕະລາວພຣີເມຍ ລີກ 2017 ມີຄວາມພ້ອມເຕັມ ຮ້ອຍ ກຽມຕາງໜ້າໃຫ້ ສປປ ລາວ ເຂົ້າຮ່ວມການແຂ່ງເຕະ ບານລາຍການ ຊູນ ຊີງ ລີງ ຄັບ 2017 (SOONG CHING LING CUP 2017.) ທີ່ ສປ ຈີນ ເປັນເຈົ້າພາບ ໃນທ້າຍອາ ທິດນີ້.
ອີງຕາມການໃຫ້ສຳພາດ ຂອງ ທ່ານ ອາລ໋ອບ ມະນີບົດ ປະ ທານສະໂມສອນ ດີເຄ ເອັຟຊີ ທັງ ເປັນຜູ້ຈັດການທີມເຍົາວະຊົນ ຮຸ່ນ ອາຍຸບໍ່ເກີນ 12 ປີ ຂອງສະໂມ ສອນ ດີເຄ ເອັຟຊີ ໃນວັນທີ 1 ສິງຫາຜ່ານມາ ໃຫ້ຮຸ້ວ່າ: ປັດຈຸ ບັນ ທີມເຍົາວະຊົນພວກເຮົາແມ່ນ ມີຄວາມພ້ອມເຕັມຮ້ອຍເປີເຊັນ ແລ້ວ ທີ່ຈະຕ່າງໜ້າໃຫ້ກັບ ສປປ ລາວ ເຂົ້າຮ່ວມການແຂ່ງຂັນເຕະ ບານລາຍການ ຊູນ ຊີງ ລີງ ຄັບ 2017 ທີ່ ສປ ຈີນ ເປັນເຈົ້າພາບ ລະຫວ່າງວັນທີ 6-13 ສິງຫານີ້. ເຊິ່ງໃນການເດີນທາງໄປຄັ້ງນີ້ ແມ່ນຈະອອກເດີນທາງໃນວັນທີ 4 ສິງຫາ 2017 ໂດຍມີທີມງານ ແລະ ນັກກິລາທັງໝົດ 18 ຄົນ ປະກອບມີ: ທ່ານ ອາລ໋ອບ ມະນີ ບົດ ຜູ້ຈັດການທີມ, ທ່ານ ນາງ ສຸພາພອນ ມະນີວົງ ຜູ້ປະສານ ງານ ແລະ ທ່ານ ວຽງອາຄົມ ວິລະວົງ ຄູເຝິກ. ສ່ວນນັກກິລາມີ 15 ຄົນຄື: ທ້າວ ຄຳມະການ ລັດ ສະອາດ, ດູລາໄນ ແກ້ວມະນີວົງ, ພຸດສະດີ ບາສະວັນທອງ, ອາລິ ຍາ ດວງດາລາ, ພູເພັດ ວັນວິໄລ, ຄູນທະວີ, ສັກສິດ ເມືອງມະນີ, ທະວີສິດ ພິຈິດ, ອານຸໄຊ ເພັງກິງ ລາວົງ, ພິລາພົງ ໄຊຍະສານ, ພູ ສົມບູນ ປັນຍາວົງ, ວິລະຊົນ ມະ ນີວົງ, ສຸກມີໄຊ ມາຫາວົງ, ສີສະ ຫວາດ ແກ້ວມັງຂັນ ແລະ ອາພິ ຊາດ ວົງວິຈິດ.

- 5 - ເຍົາວະຊົນ U-12 ດິເຄ ພ້ອມລຸຍເຕະບານ ຊູນ ຊີງ ລີງ ຄັບ 2017 ທີ່ສປ ຈີນ
- Visit Laos Visit SALANA BOUTIQUE HOTEL - ເຍົາວະຊົນ U-12 ດິເຄ ພ້ອມລຸຍເຕະບານ ຊູນ ຊີງ ລີງ ຄັບ 2017 ທີ່ສປ ຈີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!