ແຂວງໄຊສົມບູນ ມອບ-ຮັບ ໜ້າທີ່ ເຈົ້າແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ແຂວງໄຊສົມບູນ

ແຂວງໄຊສົມບູນ ມອບ-ຮັບ ໜ້າທີ່ ເຈົ້າແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ແຂວງໄຊສົມບູນ - 6e840c55 f591 43f2 9448 defdea1ef1b3 - ແຂວງໄຊສົມບູນ ມອບ-ຮັບ ໜ້າທີ່ ເຈົ້າແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ແຂວງໄຊສົມບູນ
ແຂວງໄຊສົມບູນ ມອບ-ຮັບ ໜ້າທີ່ ເຈົ້າແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ແຂວງໄຊສົມບູນ - kitchen vibe - ແຂວງໄຊສົມບູນ ມອບ-ຮັບ ໜ້າທີ່ ເຈົ້າແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ແຂວງໄຊສົມບູນ

ວັນທີ 31 ມັງກອນ 2022 ນີ້ ທີ່ສະໂມສອນເມືອງອະນຸວົງ ໄດ້ຈັດຂຶ້ນພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ເກົ່າ ແລະ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ຮອງເລຂາພັກແຂວງ ຂຶ້ນເປັນເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ໃໝ່ ໂດຍການເຂົ້າຮ່ວມ ຂອງສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາສະຫາຍ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າກົມ-ຮອງກົມ ຈາກສູນກາງ ພ້ອມດ້ວຍຄະນະພັກ-ຄະນະນຳ ແຂວງ, ການນຳ ທັງ 5 ເມືອງ ຕະຫຼອດຮອດພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີ ສະຫາຍ ດວງຕາ ຈູມພາວັນ, ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງ, ດຳລັດຍົກຍ້າຍ ແລະ ການແຕ່ງຕັ້ງການນຳຂັ້ນສູງ ຂອງແຂວງໄຊສົມບູນ ໂດຍຍົກຍ້າຍ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ ແລະ ແຕ່ງຕັ້ງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ຮອງເລຂາພັກແຂວງ ຂຶ້ນເປັນເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ໃໝ່ ພ້ອມທັງຍົກຍ້າຍ ສະຫາຍ ພົຕ ວົງສອນ ອິນປານພິມ ຈາກກະຊວງປ້ອງກັນປະເທດ ມາຮັບໜ້າທີ່ໃໝ່ ເປັນຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ຢູ່ແຂວງໄຊສົມບູນ.

ແຂວງໄຊສົມບູນ ມອບ-ຮັບ ໜ້າທີ່ ເຈົ້າແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ແຂວງໄຊສົມບູນ - Visit Laos Visit SALANA BOUTIQUE HOTEL - ແຂວງໄຊສົມບູນ ມອບ-ຮັບ ໜ້າທີ່ ເຈົ້າແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ແຂວງໄຊສົມບູນ
ແຂວງໄຊສົມບູນ ມອບ-ຮັບ ໜ້າທີ່ ເຈົ້າແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ແຂວງໄຊສົມບູນ - 5 - ແຂວງໄຊສົມບູນ ມອບ-ຮັບ ໜ້າທີ່ ເຈົ້າແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ແຂວງໄຊສົມບູນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!