ໄລຍະປີ 2020-2021 ສປປ ລາວ ນຳເຂົ້ານໍ້າມັນເຊື້ອໄຟມູນຄ່າ 5 ຕື້ກວ່າໂດລາ


ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວຕໍ່ສື່ມວນຊົນໃນວັນທີ 13 ມີນາ 2022 ວ່າ:
ລາຄາຂອງນໍ້າມັນເຊື້ອໄຟ ພາຍໃນ ສປປ ລາວ ສ່ວນໜຶ່ງຂອງລາຄາທີ່ຈັດຕັ້ງປະຕິບັດ ແມ່ນຖືກກໍານົດດ້ວຍອັດຕາແລກປ່ຽນ ເພາະການນໍາເຂົ້ານໍ້າມັນເຊື້ອໄຟແມ່ນ ຊື້ເປັນເງິນຕາຕ່າງ ປະເທດ ເນື່ອງຈາກນໍ້າມັນເຊື້ອໄຟ ເປັນສິນຄ້ານໍາເຂົ້າຕົ້ນຕໍ ຂອງ ສປປ ລາວ.
ໃນໄລຍະ 2 ປີຜ່ານມາ, ການນໍາເຂົ້ານໍ້າມັນເຊື້ອໄຟ ແມ່ນມີມູນຄ່າສູງເຖິງ 5 ຕື້ກວ່າໂດລາສະຫະລັດ ຫລື ເທົ່າກັບປະມານ 10% ຂອງມູນຄ່າການນໍາເຂົ້າທັງໝົດ; ການນໍາເຂົ້າມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ແລະ ນໍ້າມັນເຊື້ອໄຟທີ່ນໍາເຂົ້າມາ ສ່ວນໃຫຍ່ແມ່ນນໍາໃຊ້ກັບພາຫະນະທາງບົກ ແລະ ທາງອາກາດ ເຊິ່ງສາມາດເວົ້າໄດ້ວ່າ ການນໍາເຂົ້ານໍ້າມັນເຊື້ອໄຟ ເປັນໜຶ່ງໃນຊ່ອງທາງ ຂອງການໄຫລອອກເງິນຕາຕ່າງປະເທດ ຢູ່ ສປປ ລາວ.
ຍິ່ງມີການນໍາເຂົ້າຫລາຍເທົ່າໃດ ຍິ່ງຕ້ອງການນໍາໃຊ້ເງິນຕາຫລາຍຂຶ້ນ ແລະ ຍິ່ງສົ່ງຜົນເຮັດໃຫ້ເງິນກີບອ່ອນຄ່າ ແລະ ລາຄານໍ້າມັນກໍຍິ່ງສູງຂຶ້ນເທົ່ານັ້ນ. ອີກສ່ວນໜຶ່ງຂອງລາຄາ ແມ່ນບັນດາພັນທະຂອງລັດ ທີ່ຕິດພັນກັບການເກັບລາຍຮັບ ກໍຄື ການເກັບພາສີ, ອາກອນຕ່າງໆ.
ແຕ່ເຖິງຢ່າງໃດກໍຕາມ, ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຄວາມເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ສະພາບການເໜັງຕີງຂຶ້ນ ຂອງລາຄານໍ້າມັນເຊື້ອໄຟ ໂດຍໄດ້ຈັດກອງປະຊຸມຮ່ວມກັບບັນດາຂະແໜງການລັດ, ບັນດາບໍລິສັດດຳເນີນທຸລະກິດນໍ້າມັນເຊື້ອໄຟ ຕັ້ງແຕ່ເດືອນພະຈິກ ປີ2021 ຜ່ານມາ ທີ່ລາຄາເລີ່ມປັບຂຶ້ນ ແລະ ຄັ້ງຫລ້າສຸດແມ່ນໄດ້ປຶກສາຫາລື ການປັບປຸງອົງປະກອບໃນໂຄງສ້າງລາຄານ້ຳມັນເຊື້ອໄຟ ແລະ ການຄຸ້ມຄອງລາຄາສິນຄ້າ ໃນສະພາບທີ່ລາຄາເພີ່ມຂຶ້ນສູງ, ປັດຈຸບັນ ບັນດາຂະແໜງການຂອງລັດ ກຳລັງຂຸ້ນຂ້ຽວສຸມຄວາມພະຍາຍາມ ໃນການຊອກວິທີທາງເພື່ອຊ່ວຍຫລຸດຜ່ອນບາງດ້ານໃນໂຄງສ້າງລາຄານ້ຳມັນເຊື້ອໄຟ.