ເງິນຢູໂຣແຂງຄ່າຂຶ້ນ 1,05% ຮັບທ່າອ່ຽງການປັບເພີ່ມອັດຕາດອກເບ້ຍ

ເງິນຢູໂຣແຂງຄ່າຂຶ້ນ 1,05% ຮັບທ່າອ່ຽງການປັບເພີ່ມອັດຕາດອກເບ້ຍ - 283660503 730162661765770 4488786199382477304 n - ເງິນຢູໂຣແຂງຄ່າຂຶ້ນ 1,05% ຮັບທ່າອ່ຽງການປັບເພີ່ມອັດຕາດອກເບ້ຍ
ເງິນຢູໂຣແຂງຄ່າຂຶ້ນ 1,05% ຮັບທ່າອ່ຽງການປັບເພີ່ມອັດຕາດອກເບ້ຍ - kitchen vibe - ເງິນຢູໂຣແຂງຄ່າຂຶ້ນ 1,05% ຮັບທ່າອ່ຽງການປັບເພີ່ມອັດຕາດອກເບ້ຍ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 23 ພຶດສະພາ 2022 ທີ່ຜ່ານມາ, ເງິນຢູໂຣປັບໂຕເພີ່ມຂຶ້ນ ຮັບທ່າອ່ຽງທີ່ທະນາຄານກາງເອີຣົບ (ECB) ຈະປັບຂຶ້ນອັດຕາດອກເບ້ຍໃນກອງປະຊຸມນະໂຍບາຍການເງິນໃນເດືອນກໍລະກົດ ແລະ ກັນຍາ.

ເງິນຢູໂຣແຂງຄ່າຂຶ້ນ 1,05% ສູ່ລະດັບ 136,43 ເຢນ ແລະ ປັບໂຕເພີ່ມຂຶ້ນ 1,09% ສູ່ລະດັບ 0,068 ໂດລາ. ທ່ານ ຟຣັງຊົວ ວິນເລີຣອຍ ເດິ ການຮາວ ຜູ້ວ່າການທະນາຄານກາງຝຣັ່ງກ່າວວ່າ ມີຄວາມເປັນໄປໄດ້ທີ່ ECB ຈະປັບເພີ່ມຂຶ້ນອັດຕາດອກເບ້ຍໃນກອງປະຊຸມນະໂຍບາຍການເງິນໃນເດືອນກໍລະກົດ ແລະ ເດືອນກັນຍາ.

ທ່ານກ່າວຕື່ມວ່າ ຖ້າຫາກພິຈາລະນາສິ່ງທີ່ທ່ານນາງ ຄຣິສຕິນ ລາກາດ ປະທານ ECB ກ່າວວ່າ ທ່ານຈະພົບວ່າ ECB ຈະປັບຂຶ້ນອັດຕາດອກເບ້ຍຂ້ອນຂ້າງແນ່ນອນ ຂະນະທີ່ກຳມະການ ECB ມີຄວາມຄິດເຫັນສອດຄ່ອງກັນ.

ໂດຍທ່ານນາງ ລາກາດ ກ່າວກ່ອນໜ້ານີ້ວ່າ ECB ມີທ່າອ່ຽງປັບຂຶ້ນອັດຕາດອກເບ້ຍໃນເດືອນກໍລະກົດ ແລະ ອັດຕາດອກເບ້ຍເງິນຝາກຈະມີຄ່າເປັນບວກໃນໄລຍະທ້າຍໄຕມາດທີ 3 ຈາກປັດຈຸບັນຢູ່ທີ່ລະດັບ -0,50%.

ເງິນຢູໂຣແຂງຄ່າຂຶ້ນ 1,05% ຮັບທ່າອ່ຽງການປັບເພີ່ມອັດຕາດອກເບ້ຍ - 5 - ເງິນຢູໂຣແຂງຄ່າຂຶ້ນ 1,05% ຮັບທ່າອ່ຽງການປັບເພີ່ມອັດຕາດອກເບ້ຍ
ເງິນຢູໂຣແຂງຄ່າຂຶ້ນ 1,05% ຮັບທ່າອ່ຽງການປັບເພີ່ມອັດຕາດອກເບ້ຍ - 3 - ເງິນຢູໂຣແຂງຄ່າຂຶ້ນ 1,05% ຮັບທ່າອ່ຽງການປັບເພີ່ມອັດຕາດອກເບ້ຍ
ເງິນຢູໂຣແຂງຄ່າຂຶ້ນ 1,05% ຮັບທ່າອ່ຽງການປັບເພີ່ມອັດຕາດອກເບ້ຍ - 4 - ເງິນຢູໂຣແຂງຄ່າຂຶ້ນ 1,05% ຮັບທ່າອ່ຽງການປັບເພີ່ມອັດຕາດອກເບ້ຍ