ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ

ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ - 290009925 750696376379065 8328700928919184112 n - ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ
ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ - kitchen vibe - ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ

ວັນທີ 23 ມິຖຸນາ ບໍລິຄຳໄຊ ຈັດພິທີມອບຫຼຽນ, ໃບຍ້ອງຍໍ ໃຫ້ນັກຮຽນເກັ່ງລະດັບຊາດ, ຄູສອນດີເດັ່ນ ແລະ ໃບຢັ້ງຢືນຕໍາແໜ່ງວິຊາການຄູ ປະຈໍາສົກຮຽນ 2021-2022 ໂດຍມີ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຂັ້ນແຂວງ, ພະແນກການ, ຄູ-ອາຈານ, ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເລກທີ 1725/ສສກ, ວ່າດ້ວຍການມອບຫຼຽນນັກຮຽນເກັ່ງລະດັບຊາດ ແລະ ຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເລກທີ 1727/ສສກ ວ່າດ້ວຍການຍ້ອງຍໍນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ຈໍານວນ 19 ຄົນ ທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ປະຈໍາສົກປີ 2021-2022 ທີ່ສາມາດຍາດໄດ້ຄະແນນດີເລີດອັນດັບທີ 1, 2, 3. ໃນນັ້ນ, ນັກຮຽນເກັ່ງແຂວງບໍລິຄຳໄຊ ຈໍານວນ 3 ຄົນ ຄື: ນາງ ພູສະຫວັນ ມຸກດາແກ້ວ ນັກຮຽນ ມ.7 ໂຮງຮຽນ ມ.ປາຍ ປາກຊັນ ຍາດໄດ້ອັນດັບທີ 2 ວິຊາຟີຊິກສາດ ດ້ວຍຄະແນນລວມ 7,35, ທ້າວ ແອັດລີ່ ສັນຕິສັກ ນັກຮຽນ ມ.7 ໂຮງຮຽນມັດທະຍົກສົມບູນໂພນມີໄຊ ເມືອງຄໍາເກີດ ຍາດໄດ້ອັນດັບທີ 3 ວິຊາພາສາລາວ-ວັນນະຄະດີ ດ້ວຍຄະແນນລວມ 7,00 ແລະ ນາງ ຄຳໄພ ຫຼວງລາດ ນັກຮຽນ ມ.4 ໂຮງຮຽນມັດທະຍົມສົມບູນທ່າພະບາດ ຍາດໄດ້ອັນດັບທີ 3 ວິຊາພາສາລາວ – ວັນນະຄະດີ ດ້ວຍຄະແນນລວມ 7,00.

ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ - Visit Laos Visit SALANA BOUTIQUE HOTEL - ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ
ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ - Visit Laos Visit SALANA BOUTIQUE HOTEL - ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ

ຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເລກທີ 1973/ສສກ, ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ເພັດສະໝອນ ໄຊຍະລາດ ວິຊາພາສາອັງກິດ ມັດທະຍົມສົມບູນປາກກະດິງ ແລະ ທ່ານ ນາງ ພຸດສະດີ ທົງທາ ວິຊາຄະນິດສາດ ມັດທະຍົມປາຍປາກຊັນ ລັດຖະກອນຄູ ພະແນກ ສສກ ແຂວງບໍລິຄໍາໄຊ ດໍາລົງຕໍາແໜ່ງວິຊາການຄູ ຄູປະສົບການ ປະຈໍາສົກປີ 2018-2019 ແລະ 2019-2020 ແລະ ຂໍຕົກລົງຂອງແຂວງບໍລິຄຳໄຊ ເລກທີ 316/ຂບຊ ວ່າດ້ວຍການຍ້ອງຍໍສັນລະເສີນຄູ-ອາຈານ 3 ທ່ານ ແລະ ນັກຮຽນ 3 ຄົນ ທີ່ມີຜົນງານດີເດັ່ນໃນການສິດສອນ ແລະ ສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ປະຈໍາສົກປີ 2021-2022. ໃຫ້ກຽດມອບຫຼຽນ ແລະ ໃບຍ້ອງຍໍໃນຄັ້ງນີ້ ໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ພ້ອມນັ້ນ ແຂວງບໍລິຄຳໄຊ ຍັງມອບລາງວັນພິເສດໃຫ້ແກ່ນັກຮຽນເກັ່ງລະດັບຊາດ ຈໍານວນ 3 ຄົນ ໂດຍອັນດັບທີ 2 ໄດ້ຮັບລາງວັນເງິນສົດ 7.000.000 ກີບ ແລະ ອັນດັບທີ 3 ໄດ້ຮັບລາງວັນເງິນສົດ 6.000.000 ກີບ.

ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ - 4 - ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ
ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ - 5 - ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ
ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ - 3 - ບໍລິຄຳໄຊ ມອບຫຼຽນໃຫ້ນັກຮຽນເກັ່ງລະດັບຊາດ