ປກສ ເມືອງຈັນທະບູລີ ມ້າງແກ້ງຄ້າຢາເສບຕິດລາຍໃຫຍ່ ຢຶດໄດ້ຢາບ້າ 5 ແສນກວ່າເມັດ
July 1, 2022 - 4:19 PM


ວັນທີ 29 ມິຖຸນາ 2022 ຜ່ານມາ, ທ່ານ ພັນໂທ ພົມມີ ແສນຈົງຮັກ ຫົວໜ້າພະແນກຕໍາຫລວດ ປກສ ເມືອງຈັນທະບູລີ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບຂໍ້ມູນຈາກພົນລະເມືອງ ວ່າມີກຸ່ມຄົນຈໍານວນໜຶ່ງ ເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ເຂດເມືອງຈັນທະບູລີ. ຈາກນັ້ນ, ຈິ່ງໄດ້ນຳກຳລັງວິຊາສະເພາະ ລົງຕິດຕາມ ເຫັນວ່າມີຂໍ້ມູນຫລັກຖານ ໃນວັນທີ 10 ມິຖຸນາ 2022, ໄດ້ຈັບຕົວ ທ້າວ ວິລະພົນ ຫຼື ພົນ ອາຍຸ 21 ປີ ຢູ່ບ້ານຊຽງຢືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ຊື້-ຂາຍຢາບ້າ ມາແຕ່ປີ 2021 ຮ່ວມກັບ ທ້າວ ສຸກມີໄຊ ຫລື ຕານ້ອຍ, ມາຮອດວັນທີ 28 ມິຖຸນາ 2022, ຈິງໄດ້ເຂົ້າຈັບຕົວ ທ້າວ ສຸກມິໄຊ ຫລື ຕານ້ອຍ ອາຍຸ 36 ປີ ແລະ ນາງ ນິດ ອາຍຸ 32 ປີ ຢູ່ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ( ເປັນຜົວເມຍກັນ ) ຢູ່ຮ້ານຄາລາໂອເກະແຫ່ງໜຶ່ງ ເຂດບ້ານນາໄຊ ເມືອງໄຊເສດຖາ ນວ. ຈາກນັ້ນ ຈິ່ງຂໍຄໍາສັ່ງກວດຄົ້ນເຄຫະສະຖານ ຈາກອົງການໄອຍະການສານ ເຂດ III ແລ້ວໄດ້ສົມທົບກັບອຳນາດການປົກຄອງບ້ານຊຳເກດ, ປກສ ກຸ່ມໜອງບຶກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນເຄຫະສະຖານ, ພົບເຫັນ ທ້າວ ຈ່ຽວຊ່າງເຫລືອງ ອາຍຸ 36 ປີ, ເຊື້ອຊາດ, ສັນຊາດ ຫວຽດນາມ, ພ້ອມຢາບ້າ 299 ມັດ ແລະ 04 ຖົງນ້ອຍ ຫລື 598.690 ເມັດ, ເຄື່ອງປ້ຳຢາບ້າ ຈໍານວນ 01 ເຄື່ອງ, ຢາໄອສ 02 ຖົງໃຫຍ່, ສານເສບຕິດສີແດງ ຈໍານວນ 02 ຖົງໃຫຍ່, ສານເສບຕິດສີສົ້ມ ຈຳນວນ 01 ຖົງໃຫຍ່, ຜ່ານການສອບສວນ ພວກກ່ຽວ ຮັບສາລະພາບວ່າ ຢາບ້າທີ່ກວດພົບແມ່ນຂອງພວກກ່ຽວແທ້ ເຊິງໄດ້ເລີ່ມຄ້າຂາຍຢາບ້າ ມາແຕ່ປີ 2021 ຈົນເຖິງປັດຈຸບັນ.

ປັດຈຸບັນ ກອງບັນຊາການ ປກສ ເມືອງຈັນທະບູລີ ພວມເລັ່ງສືບສວນ-ສອບສວນ ຂະຫຍາຍຜົນເຖິງຜູ້ຮ່ວມຂະບວນການຄ້າຂາຍຢາເສບຕິດ ມາດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.
