Ranil Wickremesinghe ນາຍົກລັດຖະມົນຕີສີລັງກາ ໄດ້ຮັບເລືອກເປັນປະທານາທິບໍດີຄົນໃໝ່ ທ່າມກາງການຕໍ່ຕ້ານຈາກປະຊາຊົນ

Ranil Wickremesinghe ນາຍົກລັດຖະມົນຕີຜູ້ຄອງຕຳແໜ່ງສູງສຸດ 6 ສະໄໝ ຊະນະການເລືອກຕັ້ງໃນສະພາ ຂຶ້ນເປັນປະທານາທິບໍດີຄົນໃໝ່ ຂອງສີລັງກາ.
ໃນວັນທີ 20 ກໍລະກົດ 2022 ລັດຖະສະພາ ສີລັງກາ ຈັດການເລືອກຕັ້ງປະທານາທິບໍດີຄົນໃໝ່ ແທນ ທ່ານ ໂກຕາບາຢາ ຣາຊປັກສາ ທີ່ຜະເຊີນແຮງກົດດັນຈາກປະຊາຊົນຈົນຕ້ອງໜີອອກນອກປະເທດ ແລະ ປະກາດາອອກໃນອາທິດຜ່ານມາ. ຜົນການເລືອກຕັ້ງປາກົດວ່າ: ທ່ານ Ranil Wickremesinghe ນາຍົກລັດຖະມົນຕີ ແລະ ຮັກສາການປະທານາທິບໍດີ ເປັນຜູ້ຄວ້າໄຊໃນການເລືອກຕັ້ງຄັ້ງນີ້ ເຖິງວ່າຜະເຊີນການຕໍ່ຕ້ານຈາກປະຊາຊົນ.
ທ່ານ Ranil Wickremesinghe ອາຍຸ 73 ປີ ໄດ້ຮັບໄຊຊະນະດ້ວຍຄະແນນສະໜັບສະໜູນ 134 ສຽງ ຈາກສະມາຊິກສະພາຜູ້ແທນລາຊະດອນ 225 ຄົນ ອອກນຳຄູ່ແຂ່ງຫລັກຄືທ່ານ ດັລລາ ອາລາຮາເປີຣູມາ ລັດຖະມົນຕີຝ່າຍສື່ສານມວນຊົນ ແລະ ໂຄສົກຄະນະລັດຖະບານຈາກພັກລັດຖະບານ ເຊິ່ງໄດ້ສຽງສະໜັບສະໜູນ 82 ສຽງ.
ການຂຶ້ນສູ່ຕຳແໜ່ງປະທານາທິບໍດີສີລັງກາ ຂອງ ທ່ານ Ranil Wickremesinghe ເກີດຂຶ້ນທ່າມກາງຄວາມບໍ່ພໍໃຈຂອງປະຊາຊົນຈຳນວນຫລາຍ ໂດຍກ່ອນການເລືອກຕັ້ງພຽງມື້ດຽວ ໃນວັນທີ 19 ກໍລະກົດ ນັກສຶກສາ ແລະ ກຸ່ມປະຊາຊົນຊາວສີລັງກາ ໄດ້ອອກມາລວມຕົວກັນເພື່ອປະທ້ວງ ຫລັງຈາກມີການປະກາດລາຍຊື່ ທ່ານ Ranil Wickremesinghe ເປັນໜຶ່ງໃນຜູ້ສະໝັກຊີງຕຳແໜ່ງປະທານາທິບໍດີໃນຄັ້ງນີ້.
ອ້າງອີງ: