ຟໍເຣສ ຢືນຢັນຄວ້າ ເຈສຊີ ລິນກາດ ເຂົ້າທີມແບບບໍ່ມີຄ່າຕົວ ເຊັນສັນຍາ 1 ປີ
July 22, 2022 - 9:28 AM

ນັອດຕິງແຮມ ຟໍເຣສ ທີມນ້ອງໃຫມ່ຫາກໍເລື່ອນຊັ້ນຂຶ້ນມາ ໄດ້ນັກເຕະຊັ້ນດີສຳລັບສູ້ເສິກໃນພຣີເມຍລີກ ຫລັງປະກາດຢືນຢັນຄວ້າ ເຈສຊີ ລິນກາດ ມາຮ່ວມທີມບໍ່ມີຄ່າຕົວ ເຊັນສັນຍາ 1 ປີ.
ລິນກາດຫມົດສັນຍາກັບ ແມນເຊສເຕີ ຢູໄນເຕັດ ທີມໃນພຣີເມຍລີກອີກທີມ ເມື່ອຈົບລະດູການຫລ້າສຸດ ເຊິ່ງຕາມຂ່າວນັກເຕະມີ ແວວຈະໄປຮ່ວມທີມ ເວສແຮມ ຢູໄນເຕັດ ທີ່ເຄີຍຢືມໄປໃຊ້ງານມາແລ້ວ.
ແນວໃດກໍຕາມ ລິນກາດພັດຕັດສິນໃຈເລືອກຍ້າຍຢູ່ກັບ ຟໍເຣສ ເຊິ່ງຖືເປັນການຫວນກັບພູມມິພາກອິສມິດແລນ ອີກເທື່ອ ຫນຶ່ງຂອງລາວ ຫລັງເຄີຍຖືກ ແມນເຊສເຕີ ຢູໄນເຕັດ ປ່ອຍໃຫ້ ດາບີ ເຄົາຕິ ຄູ່ປັບຕະຫລອດການຂອງຟໍເຣສ ໃນພູມ ມິພາກດັ່ງກ່າວ ຢືມໃຊ້ງານໃນປີ 2015.
ສຳລັບ ຟໍເຣສ ຫາກໍເລື່ອນຊັ້ນກັບມາສູ່ພຣີເມຍລີກໄດ້ໃນຮອບ 23 ປີ ໂດຍ ລິນກາດ ເປັນນັກເຕະໃຫມ່ຄົນທີ 11 ຂອງສະໂມ ສອນໃນຕະຫລາດລະດູການນີ້ ເຊິ່ງນັກເຕະອາຍຸ 29 ປີ ຈະໄດ້ໃສ່ເສື້ອເບີ 10 ໃຫ້ຕົ້ນສັງກັດໃຫມ່.