ສະເພາະເດືອນສິງຫາ 4 ປະເທດຮ່ວມກັນ ມ້າງຄະດີຢາເສບຕິດຢູ່ເຂດລ້ອງແມ່ນ້ຳ 33 ຄະດີ, ຢຶດຢາເສບຕິດປະເພດຕ່າງໆໄດ້ 6,75 ໂຕນ

ສະເພາະເດືອນສິງຫາ 4 ປະເທດຮ່ວມກັນ ມ້າງຄະດີຢາເສບຕິດຢູ່ເຂດລ້ອງແມ່ນ້ຳ 33 ຄະດີ, ຢຶດຢາເສບຕິດປະເພດຕ່າງໆໄດ້ 6,75 ໂຕນ - 301826245 3456738384554902 8563708259584408553 n - ສະເພາະເດືອນສິງຫາ 4 ປະເທດຮ່ວມກັນ ມ້າງຄະດີຢາເສບຕິດຢູ່ເຂດລ້ອງແມ່ນ້ຳ 33 ຄະດີ, ຢຶດຢາເສບຕິດປະເພດຕ່າງໆໄດ້ 6,75 ໂຕນ
ສະເພາະເດືອນສິງຫາ 4 ປະເທດຮ່ວມກັນ ມ້າງຄະດີຢາເສບຕິດຢູ່ເຂດລ້ອງແມ່ນ້ຳ 33 ຄະດີ, ຢຶດຢາເສບຕິດປະເພດຕ່າງໆໄດ້ 6,75 ໂຕນ - kitchen vibe - ສະເພາະເດືອນສິງຫາ 4 ປະເທດຮ່ວມກັນ ມ້າງຄະດີຢາເສບຕິດຢູ່ເຂດລ້ອງແມ່ນ້ຳ 33 ຄະດີ, ຢຶດຢາເສບຕິດປະເພດຕ່າງໆໄດ້ 6,75 ໂຕນ

ຂ່າວ CRI ລາຍງານໃຫ້ຮູ້ວ່າ: ວັນທີ​ 26​ ສິງຫາ 2022 ຜ່ານມານີ້,​ ເຮືອບັງຄັບໃຊ້ກົດໝາຍຂອງຈີນ​ 3​ ລຳທີ່ເຂົ້າຮ່ວມ ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທ​ ຄັ້ງທີ​ 120​ ໄດ້ຈອດຢູ່ທ່າກຳປັ່ນກ່ວນເຫຼີຍກິ່ງແຂວງສິບສອງພັ່ນນາຂອງຈີນ​ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຄັ້ງນີ້ໄດ້ຮັບຜົນຢ່າງເຕັມເມັດເຕັມໜ່ວຍ.

ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວໄດ້ສົ່ງກຳປັ່ນລວມ 5 ລຳເຂົ້າຮ່ວມ ການເຄື່ອນໄຫວຄັ້ງນີ້,ໃຊ້ເວລາ 4 ວັນ 3 ຄືນ, ໄລຍະເດີນທາງລວມ 600 ກວ່າກິໂລແມັດ.

ໃນການເຄື່ອນໄຫວຄັ້ງນີ້, ພາກສ່ວນບັງຄັບໃຊ້ກົດໝາຍຂອງຈີນ ລາວ ມຽນມາ-ໄທລ້ວນແຕ່ໄດ້ເພີ່ມທະວີການໂຈມຕີອາຊະຍາກຳປະເພດຕ່າງໆໃນເຂດຕາມລຳແມ່ນ້ຳຂອງ.

ນັບແຕ່ເດືອນສິງຫານີ້ເປັນຕົ້ນມາ, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວໄດ້ມ້າງຄະດີຢາເສບຕິດຢູ່ເຂດລ້ອງແມ່ນ້ຳຂອງລວມ 33 ຄະດີ, ຢຶດຢາເສບຕິດປະເພດຕ່າງໆໄດ້ 6,75 ໂຕນ, ເຊິ່ງໄດ້ໂຈມຕີອາຊະຍາກຳດ້ານຢາເສບຕິດພາຍໃນເຂດລ້ອງແມ່ນ້ຳຂອງຢ່າງມີປະສິດທິຜົນ, ເຮັດໃຫ້ຜູ້ກໍ່ອາຊະຍາກຳດ້ວຍປືນແລະລູກລະເບີດພາຍໃນເຂດລ້ອງແມ່ນ້ຳຂອງມີຄວາມສະທ້ານຢ້ານກົວ.

ສະເພາະເດືອນສິງຫາ 4 ປະເທດຮ່ວມກັນ ມ້າງຄະດີຢາເສບຕິດຢູ່ເຂດລ້ອງແມ່ນ້ຳ 33 ຄະດີ, ຢຶດຢາເສບຕິດປະເພດຕ່າງໆໄດ້ 6,75 ໂຕນ - 5 - ສະເພາະເດືອນສິງຫາ 4 ປະເທດຮ່ວມກັນ ມ້າງຄະດີຢາເສບຕິດຢູ່ເຂດລ້ອງແມ່ນ້ຳ 33 ຄະດີ, ຢຶດຢາເສບຕິດປະເພດຕ່າງໆໄດ້ 6,75 ໂຕນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!