ຮອງນາຍົກຕ້ອນຮັບການເຂົ້າຢ້ຽມອໍາລາຂອງທູດ ສ ເກົາຫຼີ ປະຈໍາ ສປປ ລາວ
September 2, 2022 - 4:32 PM


ວັນທີ 2 ກັນຍານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ອິມ ມູ ຮົງ (Im Moo-hong) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ, ເນື່ອງໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ຂອງ ທ່ານທູດ ອິມ ມູ ຮົງ ຕະຫຼອດໄລຍະເວລາເກືອບ 2 ປີ ຜ່ານມາ (ນັບຕັ້ງແຕ່ເດືອນກຸມພາ 2021-ກັນຍາ 2022) ຊຶ່ງທ່ານທູດໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຊຸກຍູ້ການພົວພັນ ແລະ ການຮ່ວມມືສອງຝ່າຍຂອງສອງປະເທດ ເປັນຕົ້ນແມ່ນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນຕ່າງໆຂອງສອງປະເທດ, ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ເຊັ່ນ: ໂຄງການພັດທະນາຊົນນະບົດແບບ ສ ເກົາຫຼີ ໃນຂອບເຂດທົ່ວປະເທດ, ໂຄງການປ້ອງກັນຕາຝັ່ງເຈື່ອນ ແມ່ນໍ້າຂອງ (ໄລຍະ II), ພິເສດແມ່ນການຊຸກຍູ້ການຊ່ວຍເຫຼືອດ້ານທຶນການສຶກສາຂອງ ສ ເກົາຫຼີ ໃຫ້ແກ່ພະນັກງານ ແລະ ນັກສຶກສາລາວ. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ທີ່ໄດ້ຮັບການເສີມຂະຫຍາຍຫຼາຍດ້ານ ແລະ ກວ້າງຂວາງຍິ່ງຂຶ້ນ ເປັນຕົ້ນແມ່ນດ້ານການ ຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ດ້ານແຮງງານ, ໂຄງລ່າງພື້ນຖານ ແລະ ອື່ນໆ. ການຊ່ວຍເຫຼືອ ODA ຂອງ ສ ເກົາຫຼີ ຈັດຢູ່ໃນອັນດັບຕົ້ນໆຂອງການຊ່ວຍເຫຼືອ ODA ໃນ ສປປ ລາວ, ການລົງທຶນຂອງ ສ ເກົາຫຼີ ຢູ່ ສປປ ລາວ ຈັດເປັນອັນດັບທີ 5 ຂອງການລົງທຶນໂດຍກົງຈາກຕ່າງປະເທດ ໃນ ສປປ ລາວ. ນອກນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບແຜນການເດີນທາງຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການ ພ້ອມຄະນະ ໃນລະຫວ່າງວັນທີ 5-8 ກັນຍາ 2022.
ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ອິມ ມູ ຮົງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບໃນຄັ້ງນີ້ຂອງທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ອໍານວນຄວາມສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ ຈົນປະສົບຜົນສໍາເລັດຢ່າງຈົບງາມ ແລະ ຢືນຢັນວ່າ ເຖິງວ່າຈະສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ ແລ້ວກໍຕາມ, ແຕ່ຍັງຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.