ເມືອງນ້ຳບາກ ແຂວງຫລວງພະບາງ ເປີດງານ ເທສະການໝາກກ້ຽງຫວານຢ່າງຄຶກຄື້ນ

- 95491 e1667018965752 - ເມືອງນ້ຳບາກ ແຂວງຫລວງພະບາງ ເປີດງານ ເທສະການໝາກກ້ຽງຫວານຢ່າງຄຶກຄື້ນ
- kitchen vibe - ເມືອງນ້ຳບາກ ແຂວງຫລວງພະບາງ ເປີດງານ ເທສະການໝາກກ້ຽງຫວານຢ່າງຄຶກຄື້ນ

ວັນທີ 29 ຕຸລາ 2022 ນີ້, ເມືອງນ້ຳບາກ ແຂວງຫລວງພະບາງ ໄດ້ຈັດພິທີເປີດເທສະການໝາກກ້ຽງຫວານນ້ຳບາກ ຄັ້ງທີ ll ປະຈໍາປີ 2022, ໂດຍການເຂົ້າຮ່ວມຂອງທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍການນຳແຂວງຫລວງພະບາງ, ເມືອງອ້ອມຂ້າງ ແລະ ຊາວເມືອງນ້ຳບາກ ເຂົ້າຮ່ວມ.

ພິທີດັ່ງກ່າວ, ໄດ້ມີຂະບວນແຫ່ໝາກກ້ຽງຈຳລອງຂອງແຕ່ລະບ້ານ ທັງໄດ້ມີການປະກວດລົດຊາດໝາກກ້ຽງ ແລະ ສາວງາມໝາກກ້ຽງຫວານໄປພ້ອມ, ພິເສດມີຂະບວນແຫ່ຂອງບ້ານວັດທະນະທຳໄຕລື້ ບ້ານນາຍາງເໜືອ ແລະຂະບວນແຫ່ໝາກກ້ຽງຈຳລອງຂອງເມືອງງອຍ.

- Visit Laos Visit SALANA BOUTIQUE HOTEL - ເມືອງນ້ຳບາກ ແຂວງຫລວງພະບາງ ເປີດງານ ເທສະການໝາກກ້ຽງຫວານຢ່າງຄຶກຄື້ນ

- 6904 1024x569 - ເມືອງນ້ຳບາກ ແຂວງຫລວງພະບາງ ເປີດງານ ເທສະການໝາກກ້ຽງຫວານຢ່າງຄຶກຄື້ນ

ທ່ານ ສົມຫວັງ ພອນຄໍາວົງສາ ເຈົ້າເມືອງນ້ຳບາກ ກ່າວວ່າ: ການປູກໝາກກ້ຽງຂອງປະຊາຊົນຊາວເມືອງນ້ຳບາກ ມີມູນເຊື້ອມາແຕ່ດົນນານ, ເຊິ່ງປັດຈຸບັນໄດ້ການເປັນສິນຄ້າບູລິມະສິດ ໃນການສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນເມືອງແຕ່ລະປີ, ໂດຍທົ່ວເມືອງມີບ້ານທີ່ປູກໝາກກ້ຽງ 26 ບ້ານ, 1.288 ຄອບຄົວ, ເນື້ອທີ່ຫລາຍກວ່າ 622 ເຮັກຕາ, ໃນນັ້ນ ໃຫ້ປົນຜະລິດແລ້ວຫລາຍກວ່າ 494 ເຮັກຕາ, ຜົນຜະລິດສະເລ່ຍ 15 ໂຕນຕໍ່ເຮັກຕາ, ສ້າງລາຍຮັບໄດ້ 45 ລ້ານກີບຕໍ່ເຮັກຕາ, ບ້ານທີ່ປູກຫລາຍກວ່າໝູ່ແມ່ນບ້ານບົມ, ບ້ານນະຄອນ, ບ້ານລີ່, ບ້ານຟ້າ, ບ້ານນ້ຳລາ, ບ້ານໂຄ້ງ, ບ້ານໂພນໄຊ, ບ້ານນ້ຳງາ ແລະ ບ້ານຫ້ວຍຫົກ.

ພາຍຫລັງສຳເລັດພິທີໄດ້ມີການແຂ່ງຂັນກິລາດຶງເຊືອກເພດຊາຍ ແລະກິລາຫາບໝາກກ້ຽງເພດຍິງ ພ້ອມທັງມີການມອບລາງວັນດານປະກວດໝາກກ້ຽງຈຳລອງ, ການປະກວດສາວງາມໝາກກ້ຽງ, ການປະກວດລົດຊາດໝາກກ້ຽງ ແລະ ກິລາທັງສອງປະເພດດ້ວຍບັນຍາກາດຄຶກຄື້ນ ແລະ ເບີກບານມ່ວນຊື່ນ.

- 5 - ເມືອງນ້ຳບາກ ແຂວງຫລວງພະບາງ ເປີດງານ ເທສະການໝາກກ້ຽງຫວານຢ່າງຄຶກຄື້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!