ສັງຄົມສະແດງຄວາມເຫັນ “ບໍ່ເຫັນດີ ນຳແຈ້ງການພະແນກ ສສກ ນະຄອນຫລວງເລື່ອງເກັບເງິນນຳຄູາອາຈານ”

ນະຄອນຫລວງວຽງຈັນ ເປັນພາກສ່ວນໜຶ່ງສຳຄັນທີ່ປະກອບສ່ວນສົ່ງນັກກິລາເຂົ້າຮ່ວມງານມະຫະກຳກິລາແຕ່ລະຄັ້ງ ແລະ ໄດ້ແຊັ້ມຫລາຍສະໄໝ ເນື່ອງຈາກນະຄອນຫລວງວຽງຈັນ ເປັນສູນກາງທີ່ມີຄວາມສະດວກສະບາຍຫລາຍດ້ານ ອັນເອື້ອອຳນວຍແກ່ການຝຶກຊ້ອມນັກກິລາ ແລະ ການຈັດສັນງົບປະມານ ທີ່ພຽງພໍ ແຕ່ເຖິງຢາງໃດກໍຕາມ ປາສະຈາກບໍ່ໄດ້ ບາງບັນຫາ ອັນເປັນຫາງສຽງສັງຄົມ ຕໍ່ພາກສ່ວນກ່ຽວຂ້ອງ ເນື່ອງດ້ວຍງົບປະມານການນຳສົ່ງນັກກິລາໄປແຂ່ງຂັນນັ້ນ ຂາດເຂີນ ຫລື ມີການຈັດສັນງົບປະມານ ບໍ່ພຽງພໍ ຄື ວັນທີ 9 ພະຈິກ 2022 ຜ່ານມານີ້ ພະແນກ ສສ ກ ນະຄອນຫລວງວຽງຈັນອອກແຈ້ງການ ເລື່ອງ ປະກອບສ່ວນຊຸກຍູ້ ທຶນຮອນເພື່ອຮັບໃຊ້ກະກຽມຂະບວນທັບນັກກິລານະຄອນຫຼວງວຽງຈັນ ໂດຍກຳນົດ
- ລະດົມການຊຸກຍູ້ຈາກ ພະນັກງານ-ຄູອາຈານ ພາຍໃນຂະແໜງສຶກສາ ແລະ ກິລາ 10.000 ກີບ/ຄົນ (ແບບບັງຄັບ)
- ລະດົມການຊຸກຍູ້ຈາກ ຜູ້ປົກຄອງນັກຮຽນທັງພາກລັດ ແລະ ພາກເອກະຊົນ ຕາມຄວາມສະໝັກໃຈ
- ລະດົມການຊຸກຍູ້ຈາກ ຜູ້ປະກອບການໂຮງຮຽນພາກເອກະຊົນຜູ້ປະກອບການຫົວໜ່ວຍທຸລະກິດກິລາ ພາຍໃນນະຄອນ ຫລວງວຽງຈັນ ຕາມຄວາມສະໝັກໃຈ
ແຕ່ແຈ້ງການສະບັບດັ່ງກ່າວນີ້ ຖືກນຳມາເຜີຍແຜ່ຜ່ານສື່ອອນລາຍໃນວັນທີ 15 ພະຈິກ 2022 ນີ້ ພາຍຫລັງແຈ້ງການຖືກເຜີຍແຜ່ ສັງຄົມຕ່າງກໍໄດ້ສະແດງຄວາມຄິດ ເປັນເອກະສັນ “ບໍ່ເຫັນດີ” ຕໍ່ແຈ້ງການສະບັບດັ່ງກ່າວ ໂດຍໃຫ້ເຫດຜົນ ແລະ ມີຄວາມສົງໄສໄປຕ່າງໆນານາເຊັ່ນ:
- ເປັນຫຍັງ ພາກລັດບໍ່ມີງົບປະມານພຽງພໍບໍ ຫລື ແນວໃດ ?
- ຖ້າບໍ່ມີງົບປະມານ ມີຄວາມຈຳເປັນຕ້ອງສົ່ງໄປຮ່ວມຫລືບໍ່ ເພື່ອຫລີກລ່ຽງບໍ່ໃຫ້ເດືອດຮ້ອນຄູອາຈານ
- ຄູ-ອາຈານເງິນເດືອນໜ້ອຍຢູ່ແລ້ວ ຍັງຕ້ອງມາເກັບຕື່ມ (ເຖິງວ່າໜ້ອຍກໍຕາມ) ເພາະຖ້າທຽບໃສ່ຍາມຂຶ້ນເງິນເດືອນກໍຍາກຍິ່ງ.
- ຖ້າສົມມຸດວ່າເປັນຄູອາສາເດ ນອກຈາກບໍ່ໄດ້ຮັບການອຸດໜູນໃດໆ ແລ້ວ ບາດເກັບຄ່າຕ່າງໆຊໍ້າພັດໄດ້ເສຍ.
- ມີບາງຄວາມຄິດເຫັນ ໄດ້ໃຫ້ຮູ້ວ່າ ການແຈ້ງການລະດົມທຶນ ເພື່ອສົ່ງນັກກິລາເຂົ້າງານມະຫະກຳກິລາແຫ່ງຊາດຢູ່ຊຽງຂວາງ ຂອງ ນະຄອນຫລວງ ບໍ່ແມ່ນເທື່ອທຳອິດ ແຕ່ເຄີຍມີໜັງສືແຈ້ງການ ມາເທື່ອໜຶ່ງແລ້ວໃນປີ 2020 ເຊິ່ງໃນແຈ້ງການດັ່ງກ່າວກຳນົດໃຫ້ຄູ-ອາຈານ ປະກອບສ່ວນ 50.000 ກີບ/ຄົນ ແຕ່ຖືກເລື່ອນງານ ບໍ່ແນ່ໃຈວ່າເງິນທີ່ໄດ້ຈາກການເກັບໃນຄັ້ງນັ້ນ ມີການມອບເປັນງົບປະມານ ຫລື ຖືກນຳໄປໃຊ້ໃນສ່ວນໃດ.
- ອີກມຸມໜຶ່ງສະແດງຄວາມເຫັນວ່າ ຫາກນະຄອນຫລວງຫວັງງົບປະມານຈາກການລະດົມທຶນນຳຄູອາຈານ ເພື່ອໃຫ້ນັກກິລາໄປເຖິງຝັ່ງຝັນ ຫລື ໃຫ້ນະຄອນຫລວງເປັນເຈົ້າຫລຽນຄຳ ນັ້ນເປັນໄປໄດ້ຍາກຫລາຍ ເນື່ອງຈາກຄູອາຈານພາກລັດ ໃນນະຄອນຫລວງວຽງຈັນ ມີບໍ່ເຖິງ 10.000 ຄົນ ຄູນໃຫ້ຜູ້ລະ 10.000 ກີບ ກໍໄດ້ຢູ່ແຕ່ 100 ລ້ານກີບເທົ່ານັ້ນ ເຊິ່ງເປັນງົບປະມານໜ້ອຍເຫລືອທົນ ຖ້າທຽບໃສ່ຄວາມຕ້ອງການໃນການບໍລິຫານນັກກິລາ.
- ບາງຄວາມເຫັນ ບໍ່ເຫັນດີແລ້ວ ບາງຄົນກໍໄດ້ມີຄຳເຫັນແບບສະເໜີແນະເຊັ່ນ: ໃຫ້ໃຊ້ງົບປະມານຂອງພະແນກສຶກສາທິການ ແລະ ກິລານະຄອນຫລວງ ເລີຍຈະເປັນການດີ ຫລື ລະດົມການປະກອບສ່ວນຈາກພາກສ່ວນຕ່າງໆ ທີ່ບໍ່ກະທົບຕໍ່ຄູ.
ບາງຄົນກໍສະແດງຄວາມຄິດເຫັນວ່າການລະດົມທຶນຈາກຄູ-ອາຈານ-ພະນັກງານຂະແໜ່ງການສຶກສາຄັ້ງນີ້ ອາດແມ່ນນະໂຍບາຍໜຶ່ງ ທີ່ເປີດໂອກາດໃຫ້ພະນັກງານ-ຄູ ໄດ້ປະກອບສ່ວນເຂົ້າໃຈວຽກງານຂະແໜ່ງກິລາ ແລະ ໄດ້ຮັບການພິຈາລະນາດີສົມຄວນແລ້ວ ເພາະເບິ່ງຕາມບ່ອນອ້າງອີງໃນໜັງສືແຈ້ງການຂອງພະແນກ ແລ້ວເຫັນວ່າ ມີຫລາຍບ່ອນອີງຕັ້ງແຕ່ຂັ້ນນະຄອຫນລວງ ເຖິງອຳນວຍການໂຮງຮຽນ ທົ່ວນະຄອນຫລວງຢ່າງຊັດເຈນ ເຊັ່ນ:
- ຂໍ້ຕົກລົງ ເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 835/ຈນວ, ລົງວັນທີ 4/10/2022
- ໜັງສືສືແຈ້ງການເຊີນຂອງຄະນະຮັບຜິດຊອບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ IX ທີ່ ແຂວງຊຽງຂວາງ ເປັນເຈົ້າພາບ ສະບັບເລກທີ 11/ຄຈກຊ.XI, ລົງວັນທີ 31 ສິງຫາ 2022
- ບົດບັນທຶກຂອງກອງປະຊຸມຄົບຄະນະຮັບຜິດຊອບນໍາພາທັບນັກກິລາ ນະຄອນຫຼວງວຽງຈັນ ຄັ້ງວັນທີ 13 ຕຸລາ 2022
- ມະຕິຕົກລົງກອງປະຊຸມສ່ອງແສງຜູ້ອໍານວຍການໂຮງຮຽນ ພາຍໃນນະຄອນຫຼວງວຽງຈັນ, ຄັ້ງວັນທີ 2 ພະຈິກ 2022
- ເພື່ອຮັບປະກັນໃຫ້ການເຂົ້າຮ່ວມແຂ່ງຂັນກິລາໃນງານຄັ້ງນີ້ ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ການມີສ່ວນຮ່ວມຂອງຂະແໜງສຶກສາ ແລະ ກິລານະຄອນຫຼວງວຽງຈັນ ໃນການເສຍສະຫລະທຶນຮອນໃຫ້ຂະບວນທັບນັກກິລານະຄອນຫລວງວຽງຈັນ ເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ໃຫ້ໄດ້ຮັບຜົນສໍາເລັດ ເປັນເຈົ້າຫລຽນຄໍາ
ເຖິງຢ່າງໃດກໍຕາມ ຈາກຫາງສຽງສັງຄົມ ທີ່ບໍ່ເຫັນດີເຫັນພ້ອມໃນການເກັບເງິນໃນຄັ້ງນີ້ ອາດເປັນສຽງສະທ້ອນໜຶ່ງເຖິງພາກສ່ວນກ່ຽວຂ້ອງໄດ້ຄິດພິຈາລະນາຄືນ ເຊິ່ງບາງທີອາດຈະມີການປ່ຽນແປງ ຫລື ມີຄຳຊີ້ແຈງຕື່ມກໍເປັນໄດ້ ຕ້ອງຕິດຕາມຕອນຕໍ່ໄປຕື່ມ.