ສປປ ລາວ ຕ້ອງການທຶນ 320 ກວ່າຕື້ກີບ ໃນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V

- 316120435 623804829432977 1645165377582533551 n - ສປປ ລາວ ຕ້ອງການທຶນ 320 ກວ່າຕື້ກີບ ໃນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V
- kitchen vibe - ສປປ ລາວ ຕ້ອງການທຶນ 320 ກວ່າຕື້ກີບ ໃນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V

ວັນທີ 17 ພະຈິກ 2022 ນີ້ ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາດ ກອງທຶນສຳລັບປະຊາກອນ (UNFPA) ຈັດກອງປະຊຸມລະດົມທຶນຄັ້ງທີ 3 ສໍາລັບການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ໃນປີ 2025  ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ມາລຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາເຈນ ວົງໂພສີ ໃຫ້ຮູ້ວ່າ: ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ແມ່ນການສໍາຫຼວດໃຫຍ່ລະດັບຊາດ ໃນທຸກໆ 10 ປີ. ເປົ້າໝາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ຄັ້ງທີ V, 2025 ແມ່ນຈົດນັບທຸກຄົນທີ່ດຳລົງຊີວິດຢູ່ ສປປ ລາວ ແລະ ມີໜ້າຢູ່ເປັນປະຈຳ 6 ເດືອນຂຶ້ນໄປ (De Jure) ແລະ ເກັບກໍາຂໍ້ມູນທາງດ້ານເສດຖະກິດ-ສັງຄົມຂອງບຸກຄົນ ແລະ ຄົວເຮືອນໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ຊັດເຈນ ຊຶ່ງຜ່ານການສຳຫຼວດໃນ 4 ຄັ້ງຜ່ານມາເຫັນໄດ້ວ່າ:

- Visit Laos Visit SALANA BOUTIQUE HOTEL - ສປປ ລາວ ຕ້ອງການທຶນ 320 ກວ່າຕື້ກີບ ໃນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V
  • ຄັ້ງທີ I ໃນປີ 1985
  • ຄັ້ງທີ II ໃນປີ 1995
  • ຄັ້ງທີ III ໃນປີ 2005
  • ຄັ້ງທີ IV ປີ 2015

ໄດ້ສະໜອງຂໍ້ມູນທີ່ສຳຄັນ ກ່ຽວກັບການຂະຫຍາຍຕົວຂອງພົນລະເມືອງ, ຄຸນລັກສະນະຂອງພົນລະເມືອງ, ໂຄງປະກອບທາງດ້ານເພດ, ໝວດອາຍຸ, ສະພາບການເກີດ, ການເສຍຊີວິດ, ການຍົກຍ້າຍ, ຄຸນລັກສະນະຂອງທີ່ຢູ່ອາໄສ, ການປະກອບອາຊີບ ແລະ ການເຂົ້າເຖິງການບໍລິການຕ່າງໆ ຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ.

ຈາກການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ໃນໄລຍະຜ່ານມາ ເຫັນວ່າຕະຫຼອດໄລຍະ 3 ທົດສະວັດຜ່ານມາ ອັດຕາການເພີ່ມຂຶ້ນ ຂອງພົນລະເມືອງແມ່ນມີທ່າອ່ຽງທີ່ຫຼຸດລົງ ໃນໄລຍະ, ແຕ່ປີ 1985-1995 ອັດຕາການເພີ່ມຂຶ້ນຂອງພົນລະເມືອງ ສະເລ່ຍແມ່ນ 2,47% ຕໍ່ປີ, ແຕ່ໃນທົດສະວັດຕໍ່ມາ ໃນໄລຍະປີ 1995-2005 ເຫັນວ່າ ອັດຕາການເພີ່ມຂຶ້ນຂອງພົນລະເມືອງ ຫຼຸດລົງມາເປັນ 2,08% ຕໍ່ປີ ແລະ ໃນໄລຍະປີ 2005-2015 ອັດຕາການເພີ່ມຂຶ້ນຂອງພົນລະເມືອງ ຫຼຸດລົງມາເປັນ 1,45% ຕໍ່ປີ.

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສໃນຄັ້ງນີ້ ຈະເປັນແຫຼ່ງຂໍ້ມູນທີ່ສໍາຄັນໃນການຕີລາຄາ ສະພາບ 10 ປີທີ່ຜ່ານມາ ເພື່ອຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ທັງເປັນການສ້າງບົດລາຍງານແຫ່ງຊາດແບບສະໝັກໃຈຂອງລັດຖະບານ ລວມທັງການຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ແລະ ວິໄສທັດຮອດປີ 2030

ສຳລັບຄວາມຕ້ອງການທຶນທັງໝົດທີ່ຈະນຳໃຊ້ເຂົ້າໃນການສໍາຫຼວດຄັ້ງນີ້ ລວມທັງການຊ່ວຍເຫຼືອທາງດ້ານວິຊາການ ຄາດຄະເນວ່າ ປະມານ 321 ຕື້ກີບ ຫຼື ປະມານ 22 ລ້ານໂດລາ. ໃນຈຳນວນດັ່ງກ່າວ ລັດຖະບານໄດ້ນຳສະເໜີເຂົ້າໃນແຜນງົບປະມານການລົງທຶນຂອງລັດ ສໍາລັບໂຄງການສົ່ງເສີມວິຊາການໃນໄລຍະ 2023-2025 ທັງໝົດປະມານ 60 ຕື້ກີບ (ຫຼື ປະມານ 4,2 ລ້ານໂດລາ); ສ່ວນທີ່ເຫຼືອແມ່ນຈະໄດ້ສືບຕໍ່ລະດົມຈາກບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ.

ຍ້ອນແນວນັ້ນ ການສຳຫຼວດ ຄັ້ງທີ V ມີຄວາມສຳຄັນຫຼາຍ ເພາະຈະເປັນພື້ນຖານໃຫ້ແກ່ການຕີລາຄາຜົນສໍາເລັດ ແລະ ວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ຄັ້ງທີ X ກໍຄືການບັນລຸການຫຼຸດພົ້ນຈາກປະເທດດ້ອຍພັດທະນາ ແລະ ເປົ້າໝາຍພັດທະນາແບບຍືນຍົງ 2030.

 

- 5 - ສປປ ລາວ ຕ້ອງການທຶນ 320 ກວ່າຕື້ກີບ ໃນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!