ນັກຂ່າວທົ່ວໂລກຖືກກັກຂັງລະຫວ່າງປະຕິບັດໜ້າທີ່ ຫລາຍກວ່າ 500 ຄົນໃນປີນີ້


ລາຍງານໂດຍອົງກອນສື່ໄຮ້ພົມແດນ ລະບຸຈຳນວນນັກຂ່າວຖືກກັກຂັງລະຫວ່າງປະຕິບັດໜ້າທີ່ລວມຢ່າງໜ້ອຍ 533 ຄົນ ໃນປີນີ້.
ວັນທີ 14 ທັນວາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງກອນສື່ໄຮ້ພົມແດນ (RSF) ເຜີຍແຜ່ລາຍງານປະຈຳປີນີ້ ກ່ຽວກັບສະຖິຕິນັກຂ່າວຖືກກັກຂັງທົ່ວໂລກ ລະຫວ່າງການປະຕິບັດໜ້າທີ່ ມີຈຳນວນສະສົມຢ່າງໜ້ອຍ 533 ຄົນ ເພີ່ມຂຶ້ນຈາກສະຖິຕິ 488 ຄົນ ໃນປີ 2021 ໃນຈຳນວນນີ້ 78 ຄົນເປັນຜູ້ຍິງ.
ສະຖານະການດ້ານສື່ມວນຊົນພາຍໃນອີຣານທະວີຄວາມເຄັ່ງຕຶງຢ່າງຊັດເຈນ ນັບແຕ່ເກີດການປະທ້ວງໃນທ້າຍເດືອນກັນຍາຜ່ານມາ ເຊິ່ງສາເຫດມາຈາກກໍລະນີນາງ ມາຊາ ອາມິນີ ອາຍຸ 22 ປີ ເສຍຊີວິດລະຫວ່າງຢູ່ພາຍໃນການຄວບຄຸມຂອງຕຳຫລວດສິນລະທຳ.
ລາຍງານດັ່ງກ່າວຂອງ RSF ໄດ້ຮັບການເຜີຍແພ່ອອກມາ ຫລັງສະມາພັນສື່ມວນຊົນນາໆຊາດ (IFJ) ເຊິ່ງເປັນອົງກອນສື່ລະຫວ່າງປະເທດຂະໜາດໃຫຍ່ທີ່ສຸດໃນໂລກ ເຜີຍແພ່ລາຍງານໃນທ້າຍອາທິດຜ່ານມາວ່າ: ນັບແຕ່ຕົ້ນປີນີ້ ມີນັກຂ່າວ ແລະ ບຸກຄະລາກອນໃນວົງການສື່ສານມວນຊົນທົ່ວໂລກ ເສຍຊີວິດລະຫວ່າງປະຕິບັດໜ້າທີ່ ລວມຈຳນວນເປັນທາງການຢ່າງໜ້ອຍ 67 ຄົນ ເພີ່ມຂຶ້ນຈາກສະຖິຕິຢ່າງໜ້ອຍ 47 ຄົນ ໃນປີ 2021.