ອົງການກວດກາແຫ່ງລັດ ກວດພົບຫລາຍບັນຫາຂອງໂຄງການບໍ່ສອດຄ່ອງ ກັບມະຕິສະພາແຫ່ງຊາດ

ອົງການກວດກາແຫ່ງລັດ ກວດພົບຫລາຍບັນຫາຂອງໂຄງການບໍ່ສອດຄ່ອງ ກັບມະຕິສະພາແຫ່ງຊາດ - 321349401 872501853938414 1745953643126351136 n e1671692525469 - ອົງການກວດກາແຫ່ງລັດ ກວດພົບຫລາຍບັນຫາຂອງໂຄງການບໍ່ສອດຄ່ອງ ກັບມະຕິສະພາແຫ່ງຊາດ
ອົງການກວດກາແຫ່ງລັດ ກວດພົບຫລາຍບັນຫາຂອງໂຄງການບໍ່ສອດຄ່ອງ ກັບມະຕິສະພາແຫ່ງຊາດ - kitchen vibe - ອົງການກວດກາແຫ່ງລັດ ກວດພົບຫລາຍບັນຫາຂອງໂຄງການບໍ່ສອດຄ່ອງ ກັບມະຕິສະພາແຫ່ງຊາດ

ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 22 ທັນວາ 2022 ນີ້ວ່າ: ການກວດກາຕົວຈິງເຫັນວ່າຫລາຍໂຄງການບໍ່ສອດຄ່ອງກັບມະຕິສະພາແຫ່ງຊາດສະບັບເລກທີ 24/ ສພຊ ລົງວັນທີ 16 ພະຈິກ 2021 ເຊິ່ງພົບເຫັນບາງບັນຫາລຸ່ມນີ້:

• ການອອກນິຕິກຳທີ່ເປັນບ່ອນອີງໃນການຄິດໄລ່ລາຄາຫົວໜ່ວຍການກໍ່ສ້າງຂອງກະຊວງໂຍທາທິການ ແລະ ຂົນສົ່ງຕາມຂໍ້ຕົກລົງສະບັບເລກທີ26123/ຍທຂ ລົງວັນທີ 17 ທັນວາ 2017 ແລະ ກະຊວງພະລັງງານບໍ່ແຮ່ ຕາມຂໍ້ຕົກລົງສະບັບເລກທີ2811/ພບ ລົງວັນທີ 8 ທັນວາ 2017, ກ່ຽວກັບວຽກເຄຫະສະຖານ, ຜັງເມືອງ, ກ່ຽວກັບຄ່າບໍລິການ 5% ເທົ່າກັບມູນຄ່າລວມຂອງໂຄງການ ເຫັນວ່າບໍ່ສອດຄ່ອງກັບດຳລັດແນະນຳການຈັດຕັ້ງກົດໝາຍລົງທຶນຂອງລັດ ສະບັບເລກທີ 431/ລບ ລົງວັນທີ 16 ພະຈິກ 2014 ເຫັນວ່າຍັງບໍ່ເປັນເອກະພາບກັນ.

ອົງການກວດກາແຫ່ງລັດ ກວດພົບຫລາຍບັນຫາຂອງໂຄງການບໍ່ສອດຄ່ອງ ກັບມະຕິສະພາແຫ່ງຊາດ - Visit Laos Visit SALANA BOUTIQUE HOTEL - ອົງການກວດກາແຫ່ງລັດ ກວດພົບຫລາຍບັນຫາຂອງໂຄງການບໍ່ສອດຄ່ອງ ກັບມະຕິສະພາແຫ່ງຊາດ

• ໂຄງການຈຳນວນໜຶ່ງການສຳຫລວດອອກແບບຍັງບໍ່ລະອຽດຊັດເຈນ ເຮັດໃຫ້ເວລາການກໍ່ສ້າງຕົວຈິງໄດ້ມີການດັດແກ້ແບບ, ດັດແກ້ບໍລິມາດວຽກເພີ່ມຂຶ້ນ ເຮັດໃຫ້ມູນຄ່າໂຄງການເພີ່ມຂຶ້ນເກີນທີ່ມູນຄ່າສະພາແຫ່ງຊາດຮັບຮອງ ກາຍເປັນມູນຄ່າໂຄງການນອກແຜນທັງໝົດ 37 ໂຄງການ ມູນຄ່າ 310,79 ຕື້ກີບ, ໃນນີ້ມີ 8 ໂຄງການ ໄດ້ດັດແກ້ໜ້າວຽກເຮັດໃຫ້ມູນຄ່າສັນຍາເກີນ ທີ່ມູນຄ່າສະພາແຫ່ງຊາດ ຮັບຮອງ ໂດຍມີມູນຄ່າເກີນ 29,41 ຕື້ກີບ ມີ 25 ໂຄງການທີ່ແຂວງໄດ້ສະເໜີເອົາມູນຄ່າໂຄງການເຂົ້າແຜນເທື່ອລະ 5 ຕື້ກີບ ເພື່ອໃຫ້ຖືກກັບກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ນອນໃນຄວາມຮັບຜິດຊອບຂອງຕົນ ແຕ່ບໍ່ຖືກກັບມູນຄ່າການຕົວຈິງ.

• ໂຄງການຊົນລະປະທານໃນຂອບເຂດທົ່ວປະເທດເຫັນວ່າມີບາງໂຄງການບໍ່ປະຕິບັດໄປຕາມຂັ້ນຕອນ, ການສຶກສາສຳຫລວດອອກແບບບໍ່ສອດຄ່ອງກັບສະພາບຕົວຈິງ, ການກໍ່ສ້າງແກ່ຍາວເວລາ ແລະ ມີໂຄງການຈຳນວນໜຶ່ງໂຈະການກໍ່ສ້າງ ຫລາຍປີເປັນຕົ້ນແມ່ນ: ໂຄງການຊົນລະປະທານຕາດແຊກຄຳຫວາຍ, ໂຄງການຊົນລະກະເສດໜອງບົວທອງແຂວງຈຳປາສັກ, ໂຄງການຊົນລະປະທານເຊໂດນ3 ແຂວງສາລະວັນ, ໂຄງການຊົນລະປະທານ ເຊນ້ຳນ້ອຍ ແຂວງອັດຕະປື, ໂຄງການຊົນລະປະທານຫ້ວຍອະໄກ, ໂຄງການຊົນລະປະທານຫ້ວຍຜະແລງ ແຂວງສະຫວັນນະເຂດ.

• ເຈົ້າຂອງໂຄງການໄປກູ້ຢືມເງິນທະນາຄານມາຊຳລະໃຫ້ຜູ້ຮັບເໝົາກໍ່ສ້າງເຮັດໃຫ້ເກີດມີດອກເບ້ຍເພີ່ມຂຶ້ນ ມູນຄ່າຕາມສັນຍາທີ່ລັດຕ້ອງຮັບພາລະ ແລະ ຍັງເອົາບ້ວງງົບປະມານປົກກະຕິມາຊຳລະໃຫ້ບໍລິສັດຜູ້ຮັບເໝົາຕື່ມອີກ ເຮັດໃຫ້ເກີດມີການຊຳລະຊ້ຳຊ້ອນກັນ ກວດເຫັນເບື້ອງຕົ້ນແມ່ນຢູ່ແຂວງໄຊຍະບູລີ ແລະ ແຂວງເຊກອງ.

• ໂຄງການຈຳນວນໜຶ່ງໄດ້ຄິດໄລ່ສຳຫລວດອອກແບບ, ຄ່າຄຸ້ມຄອງໂຄງການ ແລະ ຄ່າທີ່ປຶກສາ ເຂົ້າໃນມູນຄ່າລວມຂອງໂຄງການ ເຫັນວ່າບໍ່ສອດຄ່ອງກັບກົດໝາຍວ່າດ້ວຍການລົງທຶນຂອງລັດສະບັບເລກທີ 72/ສພຊ ລົງວັນທີ 15 ທັນວາ 2015 ແລະ ຄຳແນະນຳເລກທີ 0889/ກຜທ ມາດຕາ 21

• ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ໄທ ແຫ່ງທີ 5 ແຂວງບລິຄຳໄຊ-ບຶງການ ທີ່ໄດ້ນຳໃຊ້ຊັບພະຍາກອນທຳມະຊາດດິນຖົມກັບທີ່ ເຊິ່ງກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ອອກໜັງສືຢັ້ງຢືນ ໃຫ້ບໍລິສັດຮັບເໝົາກໍ່ສ້າງ ໃຫ້ຍົກເວັ້ນຄ່າຊັບພະຍາກອນທຳມະຊາດ ໃນມູນຄ່າ 1,03 ຕື້ກີບ ຕາມໜັງສືຢັ້ງຢືນສະບັບເລກທີ3786/ຄຊລ ລົງວັນທີ 7 ພະຈິກ 2022 ຖ້າທຽບໃສ່ລັດຖະບັນຍັດເລກທີ 001/ປປທ ລົງວັນທີ 15 ທັນວາ 2015 ແລະ ຄຳແນະນຳຂອງກະຊວງການເງິນສະບັບເລກທີ 0203/ກງ ລົງວັນທີ 23 ມັງກອນ 2017 ມາດຕາ 2 ມາດ 4 ແມ່ນບໍ່ໄດ້ກຳນົດໄວ້ວ່າໃຫ້ຍົກເວັ້ນຄ່າຊັບພະຍາກອນທຳມະຊາດດິນຖົມກັບທີ່ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ແລະ ບໍ່ມີຄວາມເປັນເອກະພາບກັນ.

• ກວດກາພົບເຫັນ 51 ໂຄງການມີມູນຄ່າຕາມສັນຍາທີ່ສູງກວ່າ 20% ຂຶ້ນໄປ ເມື່ອສົມທຽບກັບລາຄາຫົວໜ່ວຍຂອງກະຊວງທີ່ກ່ຽວຂ້ອງວາງອອກຜິດດ່ຽງ 432,20 ຕື້ກີບ .

• ກວດກາເຫັນມູນຄ່າການຄິດໄລ່ບໍ່ຖືກລະບຽບການ, ໜ້າວຽກບໍ່ໄດ້ຈັດຕັ້ງປະຕິບັດຊຳລະເກີນໜ້າວຽກປະຕິບັດໄດ້ຕົວຈິງເຊິ່ງຕ້ອງໄດ້ເກັບກູ້ຄືນ ແລະ ພັນທະອາກອນທີ່ຍັງຄ້າງມອບໃຫ້ລັດຈຳນວນ 2,012 ຕື້ກວ່າກີບ.

ອົງການກວດກາແຫ່ງລັດ ກວດພົບຫລາຍບັນຫາຂອງໂຄງການບໍ່ສອດຄ່ອງ ກັບມະຕິສະພາແຫ່ງຊາດ - 4 - ອົງການກວດກາແຫ່ງລັດ ກວດພົບຫລາຍບັນຫາຂອງໂຄງການບໍ່ສອດຄ່ອງ ກັບມະຕິສະພາແຫ່ງຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!