ນໍ້າຖ້ວມ ມາເລເຊຍ ປະຊາຊົນ ບໍ່ມີທີ່ຢູ່ອາໄສ ຫລາຍກວ່າ 5.000 ຄົນ
January 29, 2023 - 2:28 PM

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 26 ມັງກອນ 2023 ນີ້, ອີງຕາມ ຂໍ້ມູນຂອງ ລັດຖະບານ ມາເລເຊຍ ລະບຸວ່າ: ເກີດເຫດນໍ້າຖ້ວມ ໃນຫລາຍພື້ນທີ່ ຂອງປະເທດ ສົ່ງຜົນໃຫ້ປະຊາຊົນ ໃນ 3 ລັດ ບໍ່ມີທີ່ຢູ່ອາໄສ ຫລາຍກວ່າ 5.000 ຄົນ.
ສຳນັກງານສະຫວັດດີການ ສັງຄົມຂອງ ມາເລເຊຍ ລາຍງານວ່າ ລັດຍະໂຮ ເປັນເຂດ ທີ່ໄດ້ຮັບຜົນກະທົບ ຢ່າງໜັກທີ່ສຸດ ເຮັດໃຫ້ ປະຊາຊົນ ຕ້ອງອົບພະຍົບ ອອກຈາກ ທີ່ຢູ່ອາໄສ ຫລາຍກວ່າ 4.700 ຄົນ , ຖັດມາແມ່ນ ລັດຊາບາ ທາງຕອນ ເໜືອ ຂອງເກາະ ບໍຣນຽວ ລວມມີ 179 ຄົນ ແລະ ລັດປະຫັງ 138 ຄົນ.
ໃນຂະນະນີ້ ລັດຍະໂຮ ຍັງປະເຊີນກັບ ຄວາມທຸກຍາກ ລຳບາກ ເນື່ອງຈາກ ແມ່ນໍ້າ 4 ສາຍ ມີລະດັບນໍ້າ ເພີ່ມສູງກວ່າ ຂີດອັນຕະລາຍ ແລະ ມີທ່າອ່ຽງ ຈະສືບຕໍ່ເພີ່ມຂຶ້ນອີກ. ປັດຈຸບັນ ມາເລເຊຍ ຍັງຄົງ ປະເຊີນກັບ ລົມມໍລະສຸມ ທາງພາກ ຕາເວັນອອກ ສຽງເໜືອ ນັບແຕ່ເດືອນພະຈິກ-ເດືອນມີນາ ແລະ ປະເຊີນກັບ ນໍ້າຖ້ວມ ເປັນແຕ່ລະໄລຍະ.