ຜູ້ນຳອັງກິດລົງນາມໃນຈົດໝາຍເລີ່ມຂະບວນການອອກຈາກ EU

- kitchen vibe - ຜູ້ນຳອັງກິດລົງນາມໃນຈົດໝາຍເລີ່ມຂະບວນການອອກຈາກ EU

- 1490748935057 960x0 300x200 - ຜູ້ນຳອັງກິດລົງນາມໃນຈົດໝາຍເລີ່ມຂະບວນການອອກຈາກ EU      ນາຍົກລັດຖະມົນຕີ ເທເຣຊາ ເມ ຂອງອັງກິດ ລົງນາມໃນວັນທີ 28 ມີນານີ້ ໃນຈົດໝາຍສະບັບປະຫວັດສາດ ເພື່ອເລີ່ມຕົ້ນຂະບວນການທີ່ອັງກິດຖອນຕົວອອກຈາກການເປັນສະມາຊິກຂອງສະຫະພາບເອີຣົບ ຫລື Brexit. ພ້ອມກັນນັ້ນ ທ່ານກໍໄດ້ຮຽກຮ້ອງໃຫ້ທຸກຝ່າຍມີຄວາມສາມັກຄີ.

ລັດຖະບານອັງກິດຈະນຳ ຈົດໝາຍຂອງນາຍົກລັດຖະມົນຕີ ອັງກິດໄປສົ່ງໃຫ້ທ່ານ ໂດນັນ ທັດ ປະທານຄະນະ ມົນຕີເອີຣົບ ເພື່ອເປັນການແຈ້ງຢ່າງເປັນທາງການວ່າ: ອັງກິດມີຈຸດປະສົງຈະອອກຈາກສະຫະພາບເອີຣົບ ຫລື EU, ພາຍຫລັງເປັນສະມາຊິກມາ 44 ປີ ເຊິ່ງເປັນການເລີ່ມຕົ້ນຂະບວນການ Brexit ຕາມມາດຕາ 50 ຂອງສົນ ທິສັນຍາລິສບອນ ທີ່ຈະໃຊ້ເວລາປະມານ 2 ປີ ແລະ ໃນວັນທີ 29 ມີນານີ້, ທ່ານນາຍົກລັດຖະມົນຕີ ເມ ໄດ້ກ່າວຕໍ່ ລັດຖະສະພາອັງກິດວ່າ: ການລົງປະຊາມະຕິເລື່ອງ Brexit ໃນເດືອນມິຖຸນາປີຜ່ານມາເຮັດໃຫ້ເກີດຄວາມແຕກ ແຍກ, ແຕ່ທ່ານກໍຈະສະແດງຄວາມຫວັງວ່າ: ຊາວອັງກິດຈະບໍ່ແບ່ງແຍກກັນຈາກຄວາມຄິດເຫັນໃນເລື່ອງ Brexit, ແຕ່ຕ້ອງມີເຈດຕະນາທີ່ແນ່ນອນໃນການເຮັດໃຫ້ຜົນຈາກການລົງປະຊາມະຕິເກີດຜົນສຳເລັດທີ່ດີ ແລະ ການທີ່ອັງກິດຕັດສິນໃຈອອກຈາກ EU ເປັນໄລຍະເວລາທີ່ທຸກຝ່າຍຕ້ອງສາມັກຄີ ແລະ ເປັນອັນໜຶ່ງອັນດຽວກັນ. ເຖິງຢ່າງໃດກໍຕາມ, ກ່ອນໜ້ານີ້ ລັດຖະສະພາສະກອດແລນ ໄດ້ລົງມະຕິ 69 ຕໍ່ 59 ສຽງ ສະໜັບສະໜູນຂໍ້ຮຽກ ຮ້ອງຂອງທ່ານນາງ ນິໂກລາ ສະເຕີຈຽນ ນາຍົກລັດຖະມົນຕີຍິງສະກອດແລນ ທີ່ຕ້ອງການໃຫ້ຈັດການລົງປະຊາ ມະຕິໃນສະກອດແລນເທື່ອໃໝ່ກ່ຽວກັບການແຍກຕົວເປັນເອກະລາດຈາກອັງກິດ, ເຖິງວ່າກ່ອນໜ້ານີ້ທ່ານນາງ ເມ ຈະກ່າວວ່າ: ປັດຈຸບັນນີ້ຍັງບໍ່ແມ່ນເວລາທີ່ເໝາະສົມສຳລັບສະກອດແລນໃນການຈັດການລົງປະຊາມະຕິເປັນ ເທື່ອທີ 2. ຄາດວ່າທ່ານນາງ ສະເຕີຈຽນ ຈະສົ່ງຄຳຂໍຢ່າງເປັນທາງການໃນການຈັດການລົງປະຊາມະຕິ ເຊິ່ງທ່ານລະ ບຸວ່າຈະຈັດຂຶ້ນພາຍໃນປີ 2019 ກ່ອນຂະບວນການ Brexit ຈະສຳເລັດສົມບູນ ເພື່ອໃຫ້ສະກອດແລນສາມາດ ເປັນສະມາຊິກ EU ໄດ້ຕໍ່ໄປ.

- Visit Laos Visit SALANA BOUTIQUE HOTEL - ຜູ້ນຳອັງກິດລົງນາມໃນຈົດໝາຍເລີ່ມຂະບວນການອອກຈາກ EU
- 5 - ຜູ້ນຳອັງກິດລົງນາມໃນຈົດໝາຍເລີ່ມຂະບວນການອອກຈາກ EU
- 4 - ຜູ້ນຳອັງກິດລົງນາມໃນຈົດໝາຍເລີ່ມຂະບວນການອອກຈາກ EU
- 3 - ຜູ້ນຳອັງກິດລົງນາມໃນຈົດໝາຍເລີ່ມຂະບວນການອອກຈາກ EU