ສື່ຝຣັ່ງຕີຂ່າວ ເມສຊີ່ ຂາດຊ້ອມກັບ ເປແອສເຊ ໂດຍບໍ່ມີສາເຫດ ທ່າມກາງ ກະແສຂ່າວການຍ້າຍທີມ
March 18, 2023 - 9:00 AM

ວັນທີ 17 ມີນາ 2023, ເລີກິບ ສື່ດັງຂອງຝຣັ່ງລາຍງານວ່າ ລີໂອເນວ ເມສຊີ່ ດາວເຕະແຊ້ມໂລກ 2022 ຂອງ ປາຣີ ແຊັງແຊກແມັງ ຂາດການຝຶກຊ້ອມກັບທີມໂດຍບໍ່ຮູ້ສາເຫດທີ່ຊັດເຈນ. ໃນບັນດາຂ່າວລືກ່ຽວກັບການຍ້າຍທີມມາໂດຍຕະຫລອດ.
ເມສຊີ່ ເຮັດຜົນງານໄດ້ຢ່າງດີເລີດ. ຫລັງຍິງໄດ້ 18 ປະຕູ ແລະ 17 ແອສຊີສຈາກການລົງຫລິ້ນ 31 ນັດໃນລະດູການ 2022-23.
ໂດຍທາງສື່ດັ່ງກ່າວບໍ່ໄດ້ລະບຸວ່າຍ້ອນຫຍັງ ແລະ ກຳລັງກວດສອບກັບແຫລ່ງຂ່າວທີ່ໃກ້ຊິດຂອງ ເມສຊີ່ ເຊິ່ງກ່ອນໜ້ານີ້ມີຂ່າວລືວ່າຈະຍ້າຍທີມ. ນອກຈາກນັ້ນສັນຍາໃນປະຈຸບັນຍັງບໍ່ມີແນວໂນ້ມທີ່ຈະຂະຫຍາຍອອກໄປແຕ່ຢ່າງໃດ. ເຖິງແມ່ນວ່າສັນຍາຈະຫມົດອາຍຸຫລັງຈາກເດືອນມິຖຸນານີ້.