ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ

ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ - 346853598 280572900983249 8314177099775540951 n - ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ
ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ - kitchen vibe - ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ

ໂດຍ: ທິດກໍ່າ

ງານມະຫະກໍາກິລາຊີເກມຄັ້ງທີ 32 ທີ່ກໍາປູເຈຍເປັນເຈົ້າພາບ ໄດ້ອັດລົງຢ່າງຍິ່ງໃຫຍ່ ແລະ ສະງ່າງາມ, ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2023 ນີ້. ຈາກຜົນການເຄື່ອນ ໄຫວແຂ່ງຂັນເພື່ອຊີງຄວາມເປັນເຈົ້າຫລຽນແຫ່ງອາຊຽນໃນງານກິລາຊີເກມຄັ້ງນີ້ ແມ່ນ ປະເທດຫວຽດນາມໄດ້ເປັນເຈົ້າແຫ່ງສັກສີ ສາມາດຄອງຫລຽນທັງໝົດ 359 ຫລຽນ ໃນນີ້ມີຫລຽນຄໍາ 136 ຫລຽນ, ຫລຽນເງິນ 105 ຫລຽນ ແລະ ຫລຽນທອງ 118 ຫລຽນ. ສ່ວນອັນດັບສອງແມ່ນປະເທດໄທ ໄດ້ຫລຽນທັງໝົດ 312 ຫລຽນ ໃນນີ້ມີຫລຽນຄໍາ 108 ຫລຽນ, ຫລຽນເງິນ 96 ຫລຽນ ແລະ 108 ຫລຽນທອງ, ສະເພາະທັບນັກກິລາລາວເຮົາແມ່ນໄດ້ຫລຽນທັງໝົດ 88 ຫລຽນ ໃນນີ້ມີຫລຽນຄໍາ 6 ຫລຽນ, ຫລຽນເງິນ 22 ຫລຽນ ແລະ ຫລຽນທອງ 60 ຫລຽນ ຢູ່ອັນດັບທີ 8 ໃນຈໍານວນ 10 ປະເທດກຸ່ມອາຊຽນທີ່ໄດ້ເຂົ້າຮ່ວມໃນກິລາຊີເກມໃນຄັ້ງນີ້.

ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ - Visit Laos Visit SALANA BOUTIQUE HOTEL - ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ
ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ - Visit Laos Visit SALANA BOUTIQUE HOTEL - ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ

ຢ່າງໃດກໍດີ, ເມື່ອມາວິເຄາະເບິ່ງທັບນັກກິລາຂອງລາວເຮົາແລ້ວ ຖືໄດ້ວ່າເຮັດໄດ້ດີຫລາຍຖ້າທຽບໃສ່ຄັ້ງທີ 31 ທີ່ຫວຽດນາມເປັນເຈົ້າພາບ ເພາະໄດ້ຫລຽນຄໍາເກີນຄາດໝາຍ 1 ຫລຽນ ຕາມທີ່ໄດ້ປະກາດເອົາໄວ້ກ່ອນເດີນທາງເຂົ້າຮ່ວມແມ່ນຄາດໝາຍເອົາພຽງ 5 ຫລຽນຄໍາ.

ຈາກຜົນສຳເລັດນີ້,ຂໍຊົມເຊີຍຄະນະນໍາທຸກທ່ານ, ນັກກິລາແຕ່ລະປະເພດທຸກຄົນທັງຍິງແລະຊາຍ ທີ່ໄດ້ທຸ້ມເທເຫື່ອແຮງກໍາລັງວັງຊາສະຕິປັນຍາໄຫວພິບາຂົ້າສູ່ການແຂ່ງຂັນ ສະແດງອອກໃຫ້ປະຊາຊົນລາວເຫັນພາບແຫ່ງຄວາມດີໃຈ,ເສຍໃຈດ້ວຍຮອຍຍິ້ມແລະນໍ້າຕາຂອງຜູ້ທີ່ຊະນະ, ຜູ້ທີ່ເສຍ ແລະ ບາງຄົນກໍນໍ້າຕາຊຶມເບົ້າ. ນີ້ລະຄືກຽດສັກສີແຫ່ງຄວາມຫວັງຕັ້ງໃຈເພື່ອຊາດ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ສິ່ງທີ່ໜ້າຊົມເຊີຍອີກຢ່າງໜຶ່ງ ຄືຄຸນສົມບັດຂອງນັກກິລາທຸກໆຄົນໄດ້ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ຮູ້ເສຍ, ຮູ້ຊະນະ, ຮູ້ໃຫ້ອະໄພ ບໍ່ໄດ້ສະແດງກິລິຍາທ່າທາງເຍາະເຍີ້ຍສຽດສີ,ເອະອະວຸ່ນວາຍ, ອາການຄຽດແຄ້ນເສຍມາລະຍາດດ້ວຍພຶດຕິກໍາອັນໜ້າລັງກຽດຈົນເຮັດໃຫ້ເສຍພາບພົດບົດບາດ ແລະ ເຊື່ອມເສຍກຽດຊື່ສຽງຂອງທັບນັກກິລາລາວ ຂອງປະເທດຊາດເຊັ່ນ: ເຕະຕີກັນລະຫວ່າງການແຂ່ງຂັນ, ໄລ່ຕີກໍາມະການ, ແກ່ວງເກີບ, ແກ່ວງໝວກ, ແກ່ວງຫລຽນ, ແກ່ວງຕຸກກະຕາ ແລະ ພຶດຕິກໍາອື່ນໆ. ພິເສດກໍຂໍຊົມເຊີຍນັກກິລາຄົນເຊື້ອຊາດລາວຈໍານວນບໍ່ໜ້ອຍທີ່ດໍາລົງຊີວິດຢູ່ຕ່າງປະເທດໄດ້ຕັດສິນໃຈມາປະກອບສ່ວນເຂົ້າຮ່ວມສ້າງຜົນງານໃຫ້ປະເທດມາຕຸພູມຂອງພໍ່ແມ່ປູ່ຍ່າຕານາຍ ເຊິ່ງມີຫລາຍຄົນກໍສາມາດຍາດໄດ້ຫລຽນມາໃຫ້ປະເທດຊາດ. ນີ້ລະຄືລູກຫລານປັ້ນເຂົ້າໜຽວສຽງແຄນແຫ່ງດິນແດນລ້ານຊ້າງ.

ຜ່ານການເຂົ້າຮ່ວມແຂ່ງຂັນຊີເກມຄັ້ງນີ້ ເມື່ອເບິ່ງພາບລວມແລ້ວເຫັນວ່າແຕ່ລະປະເທດໃນກຸ່ມອາຊຽນຕ່າງກໍມີການພັດທະນາທີ່ດີຂຶ້ນ ໂດຍສະເພາະແມ່ນກິລາບານເຕະ: ຕີມໍເລສເຕ, ກໍາປູເຈຍ, ມຽນມາ ແລະ ຟີລິບປິນ ຕ່າງກໍ່ມີການພັດທະນາດີຂື້ນຢ່າງຈະແຈ້ງ ແລະໃນກິລາຊີເກມຄັ້ງທີ33 ປີ2025 ທີ່ປະເທດໄທເປັນເຈົ້າພາບ ຫວັງວ່າລາວເຮົາຈະເລັ່ງລັດພັດທະນາໃຫ້ດີຂື້ນກ່ວາທີ່ເປັນຢູ່ໃນປະຈຸບັນນີ້ %

ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ - 4 - ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ
ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ - 3 - ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ
ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ - 5 - ຊົມເຊີຍ! ທັບນັກກິລາລາວໃນຊີເກມຄັ້ງທີ 32 ຍາດຫລຽນຄຳໄດ້ເກີນຄາດໝາຍ ຄັ້ງຕໍ່ໄປສູ້ຊົນໃຫ້ຫລາຍກວ່າເກົ່າ