ຈັບແມ່ຕູ້ອາຍຸ 65 ປີ ພ້ອມກຸ່ມແກ້ງມົ້ວສຸມ-ຄ້າຂາຍຢາເສບຕິດ 6 ຄົນ


ໃນລະຫວ່າງເດືອນພຶດສະພາ ຜ່ານມານີ້ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຄຳ ແຂວງຊຽງຂວາງ ໄດ້ສຸມໃສ່ ລົງເຄື່ອນໄຫວຕິດຕາມກຸ່ມແກ້ງມົ້ວສຸມຢາເສບຕິດຢູ່ໃນເທສະບານເມືອງ ສາມາດທັບມ້າງກຸ່ມແກ້ງມົ້ວສຸມຢາເສບຕິດໄດ້ 4 ຄົນ ກັກຕົວຜູ້ກະທຳຜິດໄດ້ 7 ຄົນ ເຊິ່ງມີຄື: ເພດຊາຍ ອາຍຸ 42 ປີ ຢູ່ບ້ານ ກໍງິ້ວ ເມືອງຄຳ ພ້ອມກອງກາງຢາບ້າ 175 ເມັດ, ເພດຊາຍອາຍຸ 32 ປີ ຢູ່ບ້ານຈອມທອງ ພ້ອມຂອງກາງຢາບ້າ 5 ເມັດ ແລະ ເຮໂລອິນ 1,6 ກຣາມ, ເພດຊາຍ ອາຍຸ 45 ປີ ແລະ 23 ປີ ຢູ່ບ້ານກໍຮິ້ງ ເມືອງຫົວເມືອງແຂວງຫົວພັນ ພ້ອມຂອງກາງຢາບ້າ 15 ເມັດ, ເພດຍິງ ອາຍຸ 65 ປີ, 45 ປີ ແລະ ເພດຊາຍ ອາຍຸ 23 ປີ ທັງສາມແມ່ນຄົນໃນຄອບຄົວດຍວກັນ ຢູ່ບ້ານຈອມທອງ ເມືອງຄຳ ແຂວງຊຽງຂວາງ ພ້ອມຂອງກາງຢາເສບຕິດ 1.140 ເມັດ.
ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວພວກກ່ຽວມາດຳເນີນການສືບສວນສອບສວນ, ຜ່ານການສອບສວນຂອງເຈົ້າໜ້າທີ່ພວກກ່ຽວຍອມຮັບສາລະພາບວ່າໄດ້ມີການມົ້ວສຸມ ຊື້ຂາຍຢາເສບຕິດແທ້, ຈຳນວນໜຶ່ງແມ່ນຊື້ເພື່ອໄປຈຳໜ່າຍຕໍ່ ແລະ ອີກຈຳນວນໜຶ່ງແມ່ນຊຶ້ໄປເສບ, ຕໍ່ກັບຜູ້ຊື້ໄປຈຳໜ່າຍຕໍ່ແມ່ນເຈົ້າໜ້າທີ່ຈະໄດ້ດຳເນີນຄະດີ ຕາມລະບຽບກົດໝາຍ, ສ່ວນຜູ້ເສບຈະໄດ້ສຶກສາອົບຮົມ ແລະ ນຳຕົວເຂົ້າສູນປິ່ນປົວຕໍ່ໄປ.