ລູກໄຟລອຍຂຶ້ນຈາກນໍ້າກາຍເປັນຕໍານານບັ້ງໄຟພະຍານາກ

ໂດຍ: ທິດກໍ່າ
ຢູ່ປະເທດເຮົາຍັງມີປາກົດການຫລາຍອັນຫລາຍຢ່າງທີ່ເປັນເລື່ອງປິດສະໜາ ແລະ ກາຍເປັນຕໍານານກ່າວຂານກັນມາຈົນຮອດປັດຈຸບັນ ແລະ ກໍຍັງບໍ່ທັນມີໃຜສາມາດວິເຄາະເຈາະເລິກເຖິງປັດໄຈຕົ້ນເຫດຄວາມເປັນມາວ່າສິ່ງເຫລົ່ານັ້ນແມ່ນເກີດມາຈາກຫຍັງ, ດ້ວຍສາເຫດອັນໃດ ແລະ ເປັນຫຍັງຈຶ່ງເປັນຄືແນວນັ້ນ ? ໜຶ່ງໃນປາກົດການທີ່ວ່ານີ້ກໍແມ່ນປາກົດການລູກໄຟເປັນແສງຂະໜາດນ້ອຍໆທີ່ລອຍຂຶ້ນຈາກໜ້ານ້ຳແລ້ວກໍມະຫັບມະຫາຍໄປເທິງອາກາດ ເຊິ່ງຊາວລາວເຮົາໄດ້ກ່າວຂານກາຍມາເປັນຕໍານານວ່າ: “ບັ້ງໄຟພະຍານາກ”.
ກ່າວເຖິງບັ້ງໄຟພະຍານາກ, ທິດກໍ່າເຄີຍໄດ້ໄປສໍາຜັດມາແລ້ວຫລາຍຄັ້ງ ເຊິ່ງໄປແຕ່ລະຄັ້ງກໍເຫັນເຕັມຕາ. ກ່ອນໄປສໍາຜັດ ທິດກໍ່າກໍຄິດເປັນເຄິ່ງໆກາງໆຫ້າສິບຫ້າສິບ, ແຕ່ຜ່ານການໄປເຫັນຕົວຈິງຈຶ່ງຮູ້ສິ່ງທີ່ມັນເກີດຂຶ້ນຢ່າງອັດສະຈັນ ແລະ ລຶກລັບນັ້ນມັນເປັນຄວາມຈິງ. ສໍາລັບຈຸດທີ່ທິດກໍ່າເຄີຍໄດ້ໄປເບິ່ງໄປຊົມນັ້ນຄືຢູ່ບ້ານໂນນຊາຍ, ຈຸດທີສອງແມ່ນບ້ານຫ້ວຍສຽດ, ຈຸດທີສາມແມ່ນກະໂຕແປະຂົວນ້ຳງື່ມນັ້ນເອງ. ສ່ວນວ່າຈຸດທີສີ່ແມ່ນບຶງໜອງໃຫຍ່ເຂດບ້ານນາຄວາຍ ເມືອງໄຊເສດຖາ ກໍຄືທຸກບ່ອນທີ່ໄດ້ເຄີຍໄປສໍາຜັດມາກໍແມ່ນຢູ່ຂອບເຂດນະຄອນຫລວງວຽງຈັນເຮົາ ໃນໂອກາດບຸນອອກພັນສາແມ່ນມີປາກົດການດັ່ງກ່າວຢ່າງເຫັນໄດ້ແຈ້ງ ແລະ ແມ່ນມີຄວາມຈິງ ແລະ ມີຄວາມລຶກລັບຂອງມັນແທ້, ບໍ່ແມ່ນການຕົວະລາຍພາງແຕ່ປະການໃດ. ນອກຈາກເຮົາເຫັນແລ້ວ ກໍຍັງມີຜູ້ອື່ນທີ່ເປັນຮ້ອຍເປັນພັນກາຍເປັນພາບບັນຍາກາດຄຶກຄື້ນຕື່ນເຕັ້ນສໍາລັບຜູ້ໄປເຫັນ. ພໍຮອດຍາມບຸນອອກພັນສາເດືອນ 11 ລາວເພັງ 15 ຄໍ່າ ຜູ້ຄົນທັງຫລາຍຕ່າງກໍພາກັນຈົດຈໍ່ໄປທ່ຽວຊົມເບິ່ງບັ້ງໄຟດັ່ງກ່າວ. ເມື່ອກ່າວເຖິງເລື່ອງນີ້ ຖ້າຜູ້ໃດຍັງບໍ່ທັນໄດ້ໄປເຫັນຕົວຈິງແລ້ວກໍຢ່າຟ້າວຫລົບລູ່ ຫລື ຜູ້ໄປເຫັນຕົວຈິງແລ້ວກໍຢ່າຟ້າວໄປເອິກກະເຫລີກຈົນເກີນເຫດ ເພາະທຸກສິ່ງຢ່າງມັນຍັງເປັນສິ່ງປິດສະໜາ ແລະ ອາດເປັນສິ່ງທີ່ບໍ່ແນ່ນອນ ເຊິ່ງວິທະຍາສາດຍັງບໍ່ທັນສາມາດຄົ້ນຄວ້າ ແລະ ຢັ້ງຢືນໄດ້ວ່າສິ່ງທີ່ເກີດຂຶ້ນນີ້ມັນແມ່ນເກີດຈາກປັດໄຈອັນໃດແທ້.
ເມື່ອພາກັນຕັ້ງໂຈດວ່າ, ເປັນຫຍັງເຂົາຈຶ່ງເອີ້ນວ່າ ບັ້ງໄຟພະຍານາກ ? ຄໍາຕອບອາດເປັນຍ້ອນລູກໄຟດັ່ງກ່າວມັນລອຍຂຶ້ນມາຈາກໜ້ານ້ຳ, ບັ້ງໄຟພະຍານາກມັນແຕກຕ່າງກັບບັ້ງໄຟຂອງມະນຸດເຮົາແນວໃດ ? ນັ້ນກໍຄືສີຂອງມັນເປັນສີແດງແກ່ຄ້າຍຄືຖ່ານໄຟ ຫລື ດອກຈານ, ເວລາມັນພົ້ນຂຶ້ນຈາກໜ້ານ້ຳກໍເປັນລູກດຽວບໍ່ແຕກກະຈັດກະຈາຍ ແລະ ຢູ່ໃນແນວຕັ້ງຊື່ ເຊິ່ງບໍ່ກົ່ງ ຫລື ໂຄ້ງຄືບັ້ງໄຟຂອງມະນຸດເຮົາເຮັດ. ຈາກນັ້ນມັນກໍມະຫັບມະຫາຍໄປເທິງອາກາດດ້ວຍຄວາມສູງລະຫວ່າງ 50-100 ແມັດ. ສິ່ງທີ່ແຕກຕ່າງອີກອັນໜຶ່ງເວລາມັນຂຶ້ນຈາກໜ້ານ້ຳຈະເປັນລູກໃຜລູກມັນເປັນລູກດຽວ ຫລື ສອງສາມລູກຕາມກົ້ນກັນຂຶ້ນເປັນໄລຍະຫ່າງກັນແມັດສອງແມັດ, ອີກສິ່ງໜຶ່ງທີ່ຊາວລາວໄດ້ຂະໜານນາມວ່າເປັນບັ້ງໄຟພະຍານາກນັ້ນມັນເກີດມີແຕ່ສະເພາະມື້ອອກພັນສາໃນຍາມຊຸ່ມມືດເທົ່ານັ້ນ ແລະ ເຫລືອນັ້ນແມ່ນບໍ່ມີໃຫ້ເຫັນ.
ຊາວບ້ານໂນນຊາຍທ່ານໜຶ່ງອາຍຸ 70 ກວ່າປີໄດ້ເລົ່າເຖິງຄວາມເປັນມາຂອງບັ້ງໄຟພະຍານາກວ່າ: ຕັ້ງແຕ່ເພິ່ນເກີດມາພໍຮູ້ຄວາມກໍພົບເຫັນປາກົດການທໍາມະຊາດນີ້, ແຕ່ກ່ອນນັ້ນຍັງບໍ່ມີໃຜສົນໃຈມີແຕ່ຄົນໃນທ້ອງຖິ່ນພາກັນມ່ວນຊື່ນຕາມພາສາຄົນຊົນນະບົດບ້ານນອກບ້ານນາ. ຄາວນັ້ນພໍ່ຕູ້ຍັງນ້ອຍກັບໝູ່ເມື່ອເຖິງຍາມຄໍ່າມື້ອອກພັນສາເຫັນບັ້ງໄຟພະຍານາກກໍພາກັນຕົບມື ທັງເຄາະກະໂປະກະປ໋ອງຕີຄ້ອງຕີກອງວ່າຂໍໃຫ້ພະຍານາກຈູດບັ້ງໄຟຂຶ້ນມາໃຫ້ເຫັນຫລາຍໆ. ຈາກນັ້ນບັ້ງໄຟກໍຈະຫລຸຫລັ່ງທັ່ງເທຂຶ້ນມາເປັນຮ້ອຍເປັນພັນ. ພໍ່ຕູ້ຄົນນັ້ນເວົ້າຢ້ຳຕື່ມວ່າ: ເຫັນພວກເຮົາຕີຄ້ອງຕີກອງເຄາະກະໂປະກະປ໋ອງຮ້ອງໂຮຊົມເຊີຍເທົ່າໃດມັນກໍຍິ່ງຂຶ້ນມາຫລາຍເທົ່ານັ້ນ, ຂໍແຕ່ວ່າແຕ່ບ່ອນໃດມີນ້ຳກໍແມ່ນເຫັນບັ້ງໄຟພະຍານາກຈູດຂຶ້ນມາເຊັ່ນ: ຢູ່ນ້ຳຂອງ, ທົ່ງນາ, ຫ້ວຍຮ່ອງຄອງບຶງ ແມ່ນແຕ່ຢູ່ໃນບໍ່ນ້ຳສ້າງກໍເຫັນຂຶ້ນມາຢ່າງຫລວງຫລາຍພາຍມາກ. “ຕອນເຮົາຍັງເປັນເດັກນ້ອຍເມື່ອເຖິງເວລານີ້ພ້ອມກັບໝູ່ພາກັນໄປນັ່ງຈຸ້ມອ້ອມຢູ່ນ້ຳສ້າງແລ້ວກໍພາກັນເຄາະກະໂປະກະປ໋ອງຮ້ອງວ່າຂໍໃຫ້ພະຍານາກຈູດບັ້ງໄຟຂຶ້ນມາໃຫ້ເບິ່ງແດ່ ! ຈາກນັ້ນກໍເຫັນບັ້ງໄຟຂຶ້ນມາຢ່າງບໍ່ຂາດສາຍ”. ພໍ່ຕູ້ຄົນນັ້ນກ່າວ.
ຕົກມາຮອດຍຸກປັດຈຸບັນ, ເຫດການ ແລະ ຕໍານານຂອງບັ້ງໄຟພະຍານາກໄດ້ກາຍເປັນເລື່ອງເດັດຊາລືໄປຢ່າງກວ້າງຂວາງຂອງປວງຊົນລາວ ຈົນກາຍເປັນກິດຈະກໍາໜຶ່ງໃນຍາມບຸນອອກພັນສາ, ເຖິງວ່າມີຄົນຈໍານວນໜຶ່ງວິພາກວິຈານວ່າມີຄົນຈັງໄຮອຸປະໂຫລກມຸດນ້ຳລົງໄປຈູດເຮັດຕັ້ງແກ້ງໃຫ້ຄົນເຫີ່ໄປເບິ່ງ ວ່າຊັ້ນ ! ຫາງສຽງຈະເວົ້າໃສ່ຮ້າຍແນວໃດກໍຕາມ ຄວາມຈິງມັນກໍຍ່ອມພິສູດດ້ວຍຄວາມຈິງ, ຕາມທິດກໍ່າຄິດ ຖ້າຫາກເຮົາຮູ້ນໍາໃຊ້ກາລະໂອກາດເອົາສິ່ງທີ່ລຶກລັບຈາກທໍາມະຊາດມາສູ່ຈິດຕະສາດຂອງຜູ້ຄົນທີ່ມີຄວາມເຊື່ອຄິດວ່າເມືອງປາກງື່ມ ແລະ ຢູ່ບ່ອນອື່ນຕ້ອງໄດ້ເງິນເປັນກອບເປັນກໍາ.