ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ລາວ ແລະ ສສ ຫວຽດນາມ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ລາວ ແລະ ສສ ຫວຽດນາມ - 434284986 857509126403395 7167427775066525088 n - ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ລາວ ແລະ ສສ ຫວຽດນາມ
ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ລາວ ແລະ ສສ ຫວຽດນາມ - kitchen vibe - ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ລາວ ແລະ ສສ ຫວຽດນາມ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ກະ ຊວງພາຍໃນ ແຫ່ງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຟ່າມ ທິ ແທັງຈ່າ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສສ ຫວຽດນາມ, ມີເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ, ຮອງລັດຖະມົນຕີ, ຄະນະຜູ້ແທນທັງສອງກະຊວງ ເຂົ້າຮ່ວມ.

ທ່ານ ທອງຈັນ ມະນີໄຊ ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມບົນຈິດໃຈຖານມິດສະຫາຍອ້າຍນ້ອງ ຕໍ່ທ່ານລັດຖະມົນຕີກະຊວງພາຍໃນ ສສ ຫວຽດນາມ ພ້ອມດ້ວຍຄະນະທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ຮ່ວມເຮັດວຽກກັບກະຊວງພາຍໃນຄັ້ງນີ້, ພ້ອມທັງໄດ້ລາຍງານການ ຈັດຕັ້ງປະຕິບັດວຽກງານທີ່ເປັນວຽກບຸລິມະສິດຈຸດສຸມຂອງ ກະຊວງພາຍໃນ ສປປ ລາວ ເປັນຕົ້ນ ວຽກງານວຽກງານປັບປຸງກົງຈັກ ໄດ້ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງບັນດາກະຊວງ, ອົງການ ແລະ ທ້ອງ ຖິ່ນ ຕິດພັນກັບການກໍານົດຕໍາແໜ່ງງານຕາມທິດກະທັດຮັດ, ແທດເໝາະກັບຕົວຈິງ ເຮັດໃຫ້ການປັບ ປຸງກົງຈັກແຕ່ສູນກາງລົງຮອດທ້ອງຖິ່ນໄປຕາມທິດທີ່ວ່າ: ການຈັດຕັ້ງໜຶ່ງ ແລະ ພະນັກງານຜູ້ໜຶ່ງ ຕ້ອງຮັບຜິດຊອບຫລາຍວຽກ. ບົນພື້ນຖານທິດນຳດັ່ງກ່າວນີ້, ຈຶ່ງໄດ້ປັບປຸງພາລະບົດບາດ-ສັບຊ້ອນບາງວຽກງານຂອງ ບັນດາກະຊວງ, ອົງການການຈັດຕັ້ງລັດຂັ້ນສູນກາງ ແລະ ທ້ອງຖິ່ນຄືນໃໝ່ ໂດຍໄດ້ໂຮມກົງຈັກການຈັດຕັ້ງທີ່ມີພາລະບົດບາດໃກ້ຄຽງກັນເຂົ້າ, ເຮັດໃຫ້ ກົງຈັກການຈັດຕັ້ງ ຂອງລັດຖະບານຫລຸດລົງຈາກ 21 ພາກສ່ວນໃນເມື່ອກ່ອນ ມາເປັນ 19 ພາກສ່ວນ, ກົງຈັກການຈັດຕັ້ງຂັ້ນກົມສາມາດຫລຸດລົງໄດ້ 43 ກົມ, ຂັ້ນພະແນກຫລຸດລົງ 136 ພະແນກ, ກົງຈັກຂັ້ນພະແນກການຂັ້ນແຂວງ ຫລຸດລົງ 308 ຂະແໜງ ແລະ ກົງຈັກການຈັດຕັ້ງຂັ້ນເມືອງ ຫລຸດລົງ 2.253 ໜ່ວຍງານ. ພ້ອມດຽວນັ້ນ, ໄດ້ປັບປຸງວຽກງານບໍລິການຜ່ານປະຕູດຽວໃຫ້ມີຄຸນະພາບກວ່າເກົ່າ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການໄດ້ວ່ອງໄວ ແລະ ສະດວກງ່າຍດາຍ ຊຶ່ງສາມາດຂະຫຍາຍສູນບໍລິການຜ່ານປະຕູດຽວ ເພີ່ມຕື່ມ 9 ແຫ່ງ, ຈາກ 43 ສູນ ໃນປີ 2020 ມາເປັນ 55 ສູນ ໃນປີ 2023 ໃນນັ້ນຢູ່ຂັ້ນແຂວງມີ 20 ແຫ່ງ ແລະ ຂັ້ນເມືອງມີ 35 ແຫ່ງ, ສາມາດປະຕິບັດໄດ້ລື່ນຄາດໝາຍຕາມທີ່ໄດ້ກຳນົດໃນວາລະແຫ່ງຊາດ (ຄາດໝາຍ ແຜນການ 5 ປີ ແຕ່ປີ 2021-2025 ແມ່ນ 58 ແຫ່ງ); ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ໄດ້ຄົ້ນຄວ້ານະໂຍບາຍຫລຸດຜ່ອນຈຳນວນພະນັກງານ-ລັດຖະກອນ ຢູ່ໃນບັນດາກົງຈັກການຈັດຕັ້ງຂອງພັກ-ລັດໃຫ້ມີຄວາມກະທັດຮັດ, ຄ່ອງຕົວ ແລະ ມີປະສິດທິພາບສູງກວ່າເກົ່າ ຕາມທິດຊີ້ນໍາຂອງລັດຖະບານ ດ້ວຍການຈຳກັດໂກຕາລັດຖະກອນໃນແຕ່ລະປີໃຫ້ໜ້ອຍລົງ ຖ້າທຽບໃສ່ຈຳ ນວນ ໂກຕາລັດຖະກອນ ໃນປີ 2021 ຈໍານວນ 1.600 ຄົນ, ປີ 2022 ຈໍານວນ 1.300 ຄົນ, ປີ 2023 ຈໍານວນ 800 ຄົນ. ສາມາດຫລຸດຜ່ອນຈໍານວນລັດຖະກອນທົ່ວປະເທດ ໄດ້ຈາກ 176.151 ຄົນໃນປີ 2021 ມາເປັນ ຈໍານວນ 172.341 ຄົນ ແລະ ໃນປີ 2023 ຫລຸດຫລົງ 3.810 ຄົນ ເມື່ອທຽບກັບຈໍານວນປະຊາກອນແມ່ນ ຫລຸດຈາກ 2.40% ເຫລືອພຽງ 2.28% ໃນໄລຍະ 3 ປີ. ພ້ອມດຽວກັນນັ້ນ, ກໍໄດ້ຄົ້ນຄວ້າການປ່ຽນຊື່ຕໍາແໜ່ງບໍລິຫານ-ການປົກຄອງ, ຊື່ເອີ້ນຕໍາແໜ່ງວິຊາການຢູ່ຂົງເຂດຕ່າງໆ ພ້ອມທັງກົນໄກ ແລະ ລະບອບການເຄື່ອນຍ້າຍ, ຫັນພະນັກງານຈາກສູນກາງລົງສູ່ທ້ອງ ຖິ່ນ ແລະ ທ້ອງຖິ່ນມາຢູ່ສູນກາງ; ຄົ້ນຄວ້າລະບຽບການ, ນະໂຍບາຍເງິນເດືອນ, ເງິນອຸດໜູນໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປະຕິບັດນະໂຍບາຍສົ່ງເສີມວິຊາການຕໍ່ພະນັກງານ ທີ່ມີຜົນງານໃນການປະຕິບັດໜ້າທີ່ໄດ້ມີປະສິດທິພາບ; ໄດ້ສົມທົບກັບບັນດາແຂວງ, ນະຄອນຫລວງວຽງຈັນ ແກ້ໄຂບັນຫາເຂດແດນເຊື່ອມຕໍ່ລະຫວ່າງ ນະຄອນຫລວງວຽງຈັນ ກັບ ແຂວງ, ແຂວງກັບແຂວງ ໃນຂອບເຂດທົ່ວປະເທດ, ມາເຖິງປັດຈຸບັນ ສາມາດແກ້ໄຂບັນຫາເຂດແດນເຊື່ອມຕໍ່ໃນທົ່ວປະເທດສຳເລັດ 100%; ໄດ້ລົງເກັບກໍາຂໍ້ມູນຢູ່ທ້ອງຖິ່ນ ເພື່ອເປັນບ່ອນອີງໃຫ້ແກ່ການສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າສ້າງຕັ້ງກົງຈັກການປົກຄອງຕ່ຳສຸດຢູ່ຂັ້ນຮາກຖານ ດ້ວຍການສ້າງຕັ້ງຕາແສງຄືນໃໝ່ ໃຫ້ສອດຄ່ອງກັບສະພາບການໃໝ່ເປັນຂອດລະຫວ່າງກາງ ຂອງຂັ້ນບ້ານກັບເມືອງ ໝາຍວ່າລະບົບການປົກຄອງຂອງ ສປປ ລາວ ມີ 3 ຂັ້ນຄື: ຂັ້ນແຂວງ, ເມືອງ ແລະ ຕາແສງ, ສ່ວນບ້ານແມ່ນການຈັດຕັ້ງຊຸມຊົນ; ພ້ອມນີ້, ໄດ້ຄົ້ນຄວ້າສ້າງຮ່າງດໍາລັດ ວ່າດ້ວຍການຫັນຫົວໜ່ວຍວິຊາການກຸ້ມຕົນເອງດ້ານງົບປະມານ ແລະ ຮ່າງດໍາລັດວ່າດ້ວຍພາລະກອນ. ພ້ອມກັນນັ້ນ ກໍໄດ້ລົງເກັບກໍາຂໍ້ມູນຫົວໜ່ວຍວິຊາການຈໍານວນ 5 ຫົວໜ່ວຍວິຊາການທີ່ມີລາຍຮັບ ຕາມລັດຖະບານຕົກລົງທົດລອງ ຫັນໄປກຸ້ມຕົນເອງທາງດ້ານງົບປະ ມານຂອງ 2 ກະຊວງ ຄື: ກະຊວງສຶກສາທິການ ແລະ ກິລາ, ມີ 2 ຫົວໜ່ວຍຄື: ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລເຕັກນິກປາກປ່າສັກ; ກະຊວງສາທາລະນະສຸກມີ 3 ຫົວໜ່ວຍຄື: ໂຮງໝໍມະໂຫສົດ; ໂຮງໝໍມິດຕະພາບ ແລະ ໂຮງໝໍເສດຖາ ແລະ ໄດ້ລົງເກັບກໍາຂໍ້ມູນຫົວໜ່ວຍວິຊາການທີ່ມີລາຍຮັບ ຢູ່ບັນດາກະຊວງ-ອົງການ ຈໍານວນ 17 ພາກສ່ວນ ມີ 105 ຫົວໜ່ວຍ. ຜ່ານການຄົ້ນຄວ້າ ມີ 53 ຫົວໜ່ວຍທີ່ສາມາດຫັນໄປກຸ້ມຕົນເອງທາງດ້ານງົບປະມານ.

ນອກຈາກນີ້, ກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ ຍັງມີການຮ່ວມມືສອງຝ່າຍຕາມເນື້ອໃນບົດບັນທຶກການຮ່ວມມື ຄື: ວຽກງານຄຸ້ມຄອງຫົວໜ້າໜ່ວຍວິຊາການ ແລະ ພາລະກອນ, ວຽກງານຄຸ້ມຄອງເອກະສານ, ວຽກງານແຂ່ງຂັນ-ຍ້ອງຍໍ, ການຈັດຕັ້ງປະຕິບັດໂຄງ ການຫັນການຄຸ້ມຄອງບໍລິການລັດໄປສູ່ທັນສະໄໝ (e-Government) ໃຫ້ແກ່ກະຊວງພາຍໃນ ສປປ ລາວ ແລະ ທຶນຝຶກອົບຮົມ 15 ທຶນ ໄປຝຶກອົບຮົມໄລຍະສັ້ນກ່ຽວກັບວຽກງານສາສະໜາ ຢູ່ ສສ ຫວຽດນາມ.

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ລາວ ແລະ ສສ ຫວຽດນາມ - 433180188 857509256403382 7324899360430260209 n 1024x540 - ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ລາວ ແລະ ສສ ຫວຽດນາມ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ລາວ ແລະ ສສ ຫວຽດນາມ - 5 - ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ລາວ ແລະ ສສ ຫວຽດນາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!