ເວລາປະມານ 11:30 ໂມງ ຂອງວັນທີ 4 ພຶດສະພາ 2024, ເກີດອຸປະຕິເຫດໄມ້ບົກລົ້ມທັບໃສ່ລົດຮຸນໄດແລ່ນຕາມເສັ້ນທາງ 18A ບ້ານຄອນທູດ ເມືອງປະທຸມພອນ ແຂວງຈຳປາສັກ.
ຂໍ້ມູນເບື້ອງຕົ້ນ ມີຄົນຈູດອະນາໄມສວນມັນຕົ້ນໄມ້ ຕົ້ນບົກ ເຮັດໃຫ້ລົ້ມທັບລົງ, ເຊິ່ງມີຜູ້ຂັບ ແລະ ຜູ້ຂີ່ມານຳກັນບາດເຈັບສາຫັດ. ປັດຈຸບັນໄດ້ນຳສົ່ງໂຮງໝໍແລ້ວ.