ປກສ ແຂວງຫົວພັນ ກັກຕົວຜູ້ຄ້າຂາຍ ແລະ ເສບຢາເສບຕິດ 4 ຄົນ ພ້ອມຢຶດປືນ 4 ກະບອກ ແລະ ຢາບ້າ
May 7, 2024 - 3:40 PM

ວັນທີ 7 ພຶດສະພາ 2024, ປກສ ແຂວງຫົວພັນ ລາຍງານວ່າ: ເມື່ອວັນທີ 30 ເມສາ ຜ່ານມາ ໄດ້ຮັບແຈ້ງວ່າມີກຸ່ມຄົນເຄື່ອນໄຫວຄ້າ-ຂາຍ ແລະ ເສບຢາເສບຕິດ ຢູ່ເຂດບ້ານພູແລ ເມືອງຊຳໃຕ້, ເຈົ້າ ໜ້າທີ່ຈຶ່ງໄດ້ລົງກວດຄົ້ນ ເຄຫະສະຖານຂອງທ້າວ ເຢຍໄຖ່ທໍ່ ອາຍຸ 55 ປີ ແລະ ນາງ ຈື່ຊົງ ອາຍຸ 52 ປີ ພົບປືນແກັບ 3 ກະບອກ, ປືນກາລາບິນ1 ກະບອກ, ຢາບ້າ 36 ເມັດ ແລະ ອຸປະກອນການເສບຢາ ຈຳນວນໜຶ່ງຊຸກເຊື່ອງໄວ້ຫ້ອງນອນຂອງຜູ້ກ່ຽວ.
ພ້ອມນັ້ນຍັງໄດ້ກວດພົບເຫັນຂອງກາງຢາບ້າ 2.143 ເມັດ ທີ່ຊຸກເຊື່ອງໄວ້ໃນຖົງພາຍ ພ້ອມລົດຮອນດາເວບ 110 ຈຳນວນ 1 ຄັນ ນຳທ້າວເຢຍໄຖ ຫລື ດີ ອາຍຸ 48 ປີ ພົບ, ໃນວັນດຽວກັນເຈົ້າ ໜ້າທີ່ຍັງໄດ້ໄປກວດຄົ້ນເຄຫະສະຖານທີ່ຕ້ອງສົງໄສ ເປັນເຮືອນຂອງທ້າວໄຊເຮີ ອາຍຸ 69 ປີ ເຊິ່ງເປັນພໍ່ຂອງທ້າວເຢຍໄຖ່ ພົບຢາຝິ່ນ 2 ບັກ ແລະ ເງິນສົດຫລາຍກວ່າ 30 ລ້ານກີບ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວພວກກ່ຽວທັງ 4 ຄົນ ພ້ອມຂອງກາງມາສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການມາດຳເນີນຄະດີ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວຮັບສາລະພາບວ່າ: ຢາຈຳນວນດັ່ງກ່າວເປັນຂອງພວກຕົນແທ້, ເຊິ່ງໄດ້ຊື້ນຳບຸກຄົນທີ່ບໍ່ຮູ້ຊື່. ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ດຳເນີນຄະດີພວກກ່ຽວຕາມຂັ້ນຕອນກົດໝາຍ.