ຮ່ວມມືກັນສ້າງປະຊາຄົມຮ່ວມຊະຕາກຳຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ

- 6555 - ຮ່ວມມືກັນສ້າງປະຊາຄົມຮ່ວມຊະຕາກຳຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ
- Untitled design 1 - ຮ່ວມມືກັນສ້າງປະຊາຄົມຮ່ວມຊະຕາກຳຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ

(ໂດຍ: ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປຈີນ)

ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ. ຂ້າພະເຈົ້າຈະເດີນທາງມາຢ້ຽມຢາມ ສປປ ລາວ ທາງລັດຖະກິດ, ຂ້າພະເຈົ້າເຄີຍມາຢ້ຽມຢາມລາວສອງເທື່ອແລ້ວ, ເຊິ່ງປະຊາຊົນລາວຜູ້ທີ່ມັກແຂກມັກຄົນ, ພະທາດຫລວງທີ່ນະຄອນຫລວງວຽງຈັນທີ່ເຫລືອງເຫລື້ອມງາມຕາ ແລະ ແຄມນໍ້າຂອງທີ່ມີທິວທັດສວຍສົດງົດງາມ ໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈຢ່າງເລິກເຊິ່ງ. ຂ້າພະເຈົ້າຄອງຄອຍຈະໄດ້ພ້ອມກັບເພື່ອນເກົ່າ ແລະ ໃໝ່ຂອງລາວຫວນຄືນມິດຕະພາບ, ສະແຫວງຫາການພັດທະນາ ເພື່ອຮ່ວມກັນສ້າງອະນາຄົດອັນດີງາມແຫ່ງການພົວພັນ ລະຫວ່າງສອງປະເທດ.

- Visit Laos Visit SALANA BOUTIQUE HOTEL - ຮ່ວມມືກັນສ້າງປະຊາຄົມຮ່ວມຊະຕາກຳຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ

ປະເທດຈີນ ແລະ ປະເທດລາວ, ແມ່ນປະເທດສັງຄົມນິຍົມທີ່ເປັນບ້ານໃກ້ເຮືອນຄຽງທີ່ມີມິດຕະພາບຕໍ່ກັນ, ມີອຸດົມການເຊັ່ນດຽວກັນ, ລະບອບສັງຄົມຄືກັນ ແລະ ເດີນຕາມເສັ້ນທາງການພັດທະນາທີ່ຄ້າຍຄືກັນ. ນັບແຕ່ສ້າງຕັ້ງສາຍພົວພັນທາງການທູດໃນເຄິ່ງສະຕະວັດມານີ້, ການພົວພັນລະຫວ່າງສອງພັກ, ສອງລັດ ໄດ້ຜ່ານການທົດສອບຂອງການປ່ຽນແປງແຫ່ງຍຸກສະໄໝ ແລະ ການປ່ຽນແປງຂອງສະພາບການທົ່ວໂລກ, ອັນໄດ້ສ້າງປະຫວັດສາດທີ່ໜ້າຈາລຶກໄວ້. ການນຳຮຸ້ນອາວຸໂສ ເຊັ່ນ: ສະຫາຍ ເໝົາເຈີຕົງ, ສະຫາຍ ໂຈ່ວເອີ່ນລາຍ ກັບ ສະຫາຍ ໄກສອນ ພົມວິຫານ ແລະ ສະຫາຍອື່ນໆ ໄດ້ຈົກຈິດຈົກໃຈໃສ່ກັນ, ໄດ້ຜູກພັນມິດຕະພາບອັນເລິກເຊິ່ງໃນການຕໍ່ສູ້ກັບສັດຕູ, ໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ສອງປະເທດຈີນ-ລາວມີມິດຕະພາບຕໍ່ກັນທຸກເຊັ່ນຄົນ. ລູກຫລານຂອງທ່ານ ກິນິມ ພົນເສນາ ຜູ້ນຳທີ່ສຳຄັນຂອງລາວເຄີຍໄປຮຽນຢູ່ຈີນເປັນເວລາ 10 ປີ, ພວກເພິ່ນໄດ້ຜ່ານຜ່າໄລຍະໄວໜຸ່ມຂອງຕົນຢູ່ຈີນ ແລະ ກໍກາຍເປັນສັກຂີພິຍານ, ຜູ້ສືບທອດ ແລະ ຜູ້ທີ່ຊຸກຍູ້ມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ລາວ. ໃນຊຸມປີ 1960-1970 ທະຫານ ແລະ ປະຊາຊົນຈີນ ໄດ້ຕັ້ງໜ້າສະໜັບສະໜູນພາລະກິດປົດປ່ອຍ ແລະ ຄວາມເປັນເອກະລາດຂອງຊາດລາວ, ທະຫານຈີນຈຳນວນ 200 ກວ່າຄົນ ໄດ້ເສຍສະຫລະຊີວິດຢູ່ຜືນແຜ່ນດິນແຫ່ງນີ້ທີ່ພວກເພິ່ນເຄີຍສູ້ຮົບກັນ, ອັນໄດ້ສ້າງອານຸສາວະລີຊົ່ວນິລັນດອນໃຫ້ແກ່ມິດຕະພາບຈີນ-ລາວ ດ້ວຍເລືອດເນື້ອ ແລະ ຊີວິດຂອງຕົນ.

ເມື່ອເຂົ້າສູ່ຍຸກໃໝ່, ມິດຕະພາບຈີນ-ລາວ ໄດ້ຮັບການປັບປຸງຂຶ້ນຕື່ມ ແລະ ເຕັມໄປດ້ວຍຄວາມມີຊີວິດຊີວາອັນໃໝ່, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໄດ້ຮັບການເປີດກວ້າງອອກເລື້ອຍໆ, ການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງນັບມື້ນັບເນື່ອງນິດຂຶ້ນ, ການແລກປ່ຽນລະຫວ່າງສອງພັກກ້າວສູ່ລວງເລິກ ​ແລະ ຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງມີຄວາມໝັ້ນທ່ຽງຂຶ້ນເລື້ອຍໆ. ຄຳບູຮານຂອງຈີນກ່າວວ່າ: “ຜູ້ທີ່ມີອາຈານດຽວກັນເອີ້ນວ່າໝູ່, ຜູ້ທີ່ມີອຸດົມການຮ່ວມກັນເອີ້ນວ່າເພື່ອນ” ນີ້ຄືການພັນລະນາການພົວພັນລະຫວ່າງຈີນ-ລາວຢ່າງແທດເໝາະທີ່ສຸດ. ໃນຖານເປັນເພື່ອນມິດບ້ານທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມທີ່ດີ ທີ່ມີອຸດົມການ ແລະ ເສັ້ນທາງກ້າວເດີນຄືກັນນັ້ນ, ຈີນ ແລະ ລາວ ໄດ້ປະຕິບັດຕໍ່ກັນຢ່າງສະເໝີພາບ ແລະ ຕ່າງຊ່ວຍຊູກຍູ້ໜູນກັນຕະຫລອດຂະບວນການທີ່ຊອກຄົ້ນການປະດິດສ້າງທິດສະດີ ແລະ ພຶດຕິກຳຂອງສັງຄົມນິຍົມ, ຊຸກຍູ້ການສ້າງສາເສດຖະກິດ, ການເມືອງ, ວັດທະນະທໍາ ແລະ ສັງຄົມຢ່າງຮອບດ້ານ ແລະ ເລັ່ງລັດຂະບວນການຫັນເປັນທັນສະໄໝ. ການພົວພັນລະຫວ່າງຈີນ-ລາວ ຖືເປັນແບບຢ່າງຂອງການພົວພັນ ແລະ ຮ່ວມມືຮອບດ້ານລະຫວ່າງຈີນກັບບັນດາປະເທດອ້ອມຂ້າງທີ່ເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ.

ເລັ່ງລັດການເຊື່ອມຈອດກັນດ້ານຍຸດທະສາດການພັດທະນາລະຫວ່າງຈີນ-ລາວ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດ “ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລກາຍເປັນປະເທດເຊື່ອມຕໍ່ໃນອະນຸພາກພື້ນ” ຂອງລາວ, ແຜນການ “5 ປີຄັ້ງທີ 13” ຂອງຈີນ ແລະ ແຜນການພັດທະນາສັງຄົມ “5 ປີຄັ້ງທີ 8 ” ຂອງລາວສາມາດເຊື່ອມຈອດກັນໃນລະດັບສູງ, ສອງປະເທດມີທັດສະນະການພັດທະນາຄ້າຍຄືກັນ. ປີກາຍນີ້ ໂຄງການທາງລົດໄຟຈີນ-ລາວ ທີ່ຖືເປັນໂຄງການສັນຍາລັກແຫ່ງການຮ່ວມມືຢ່າງຕິດແທດຕົວຈິງລະຫວ່າງສອງປະເທດນັ້ນ ໄດ້ເລີ່ມກໍ່ສ້າງຢ່າງຮອບດ້ານ, ອັນເຮັດໃຫ້ເສັ້ນທາງຄົມມະນາຄົມທີ່ບັນຈຸຄວາມຝັນການພັດທະນາຂອງປະຊາຊົນລາວນັ້ນພວມຄ່ອຍໆກາຍເປັນຈິງ. ການກໍ່ສ້າງເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ ແລະ ເຂດພັດທະນາເສດຖະກິດກວມລວມໄຊເສດຖາຂອງວຽງຈັນ ໄດ້ມີຄວາມຄືບໜ້າເປັນຢ່າງດີ, ວິສາຫະກິດ ແລະ ອົງການຈັດຕັ້ງຕ່າງໆພາກັນຕັ້ງສຳນັກງານຢູ່ເຂດນີ້, ເຊິ່ງຈະຊ່ວຍປະເທດລາວບັນລຸການໃຫ້ອຸດສາຫະກຳຍົກລະດັບໃຫ້ສູງຂຶ້ນ, ດຶງດູດທຶນຕ່າງປະເທດ, ຊຸກຍູ້ການປະກອບອາຊີບ, ພັດທະນາວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ.

ການຮ່ວມມືທີ່ແທດເໝາະກັບຕົວຈິງລະຫວ່າງຈີນ-ລາວ ໄດ້ເລັ່ງລັດໄວຂຶ້ນ, ຈີນ ໄດ້ກາຍເປັນປະເທດທີ່ລົງທຶນຢູ່ລາວຫລາຍທີ່ສຸດ ແລະ ເປັນປະເທດຄູ່ການຄ້າໃຫຍ່ອັນດັບທີ 2 ຂອງລາວ. ເດືອນມັງກອນຫາເດືອນກັນຍາປີນີ້ ການຄ້າລະຫວ່າງສອງຝ່າຍບັນລຸ 2 ຕື້ 100 ລ້ານໂດລາ, ເພີ່ມຂຶ້ນ 25,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຈີນລົງທຶນຢູ່ລາວຫລາຍກວ່າ 6 ຕື້ 100 ລ້ານໂດລາສະຫະລັດ, ອັນໄດ້ຊຸກຍູ້ການພັດທະນາຂອງໄຟຟ້ານ້ຳຕົກ, ບໍ່ແຮ່, ການບໍລິການ ແລະ ຂະແໜງການອື່ນໆຂອງລາວ. ຈີນໄດ້ຊຸກຍູ້ການສ້າງໂຄງການທີ່ມີຜົນດີຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ເຊັ່ນ: ໂຮງໝໍ, ເສັ້ນທາງ ແລະ ໂຮງຮຽນເປັນຕົ້ນ, ເພື່ອຊ່ວຍປະຊາຊົນລາວຍົກລະດັບ ແລະ ຄຸນນະພາບຊີວິດການເປັນຢູ່ໃຫ້ສູງຂຶ້ນ. ເຂື່ອນໄຟຟ້ານ້ຳລີກ ທີ່ວິສາຫະກິດຈີນເປັນຜູ້ສ້າງນັ້ນ ດຳເນີນງານເປັນຢ່າງດີ, ອັນໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງລາວ. ສ່ວນປະເທດລາວກໍມີການສົ່ງສິນຄ້າໄປຂາຍຢູ່ຈີນເພີ່ມຂຶ້ນ, ຜະລິດຕະພັນກະສິກຳຂອງລາວ ເຊັ່ນ: ເຂົ້າສານ, ກາເຟ, ໝາກກ້ວຍ ແລະ ໝາກໂມນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກຂອງຈີນ.

ການແລກປ່ຽນດ້ານວັດທະນະທຳຈີນ-ລາວນັບມື້ນັບເພີ່ມຫລາຍຂຶ້ນ, ໃນ 6 ເດືອນຕົ້ນປີນີ້, ນັກທ່ອງທ່ຽວຈີນ 4 ແສນເທືຶຶຶ່ອຄົນໄດ້ມາທ່ອງທ່ຽວຢູ່ລາວ. ສ່ວນຄົນລາວ ກໍໄດ້ໄປເຮັດທຸລະກິດ ຫລື ທ່ອງທ່ຽວຢູ່ຈີນນັບມື້ນັບຫລາຍ, ຈຳນວນນັກສຶກສາລາວທີ່ໄດ້ຮັບທຶນການສຶກສາຂອງລັດຖະບານຈີນ ແລະຮຽນຢູ່ຈີນນັ້ນຫລາຍທີ່ສຸດໃນບັນດາປະເທດອາຊຽນ. ການບໍລິການດ້ານການປິ່ນປົວພະຍາດຂອງຈີນ ເຊັ່ນ: ໂຄງການ “ຂະບວນລົດໄຟສັນຕິພາບ” ແລະໂຄງການ “ແສງສະຫວ່າງແມ່ນ້ຳຂອງ” ໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຊົນລາວຢ່າງກວ້າງຂວາງ, ອາສາສະໝັກຊາວໜຸ່ມເກືອບຮ້ອຍຄົນຈາກນະຄອນຊຽງໄຮຂອງຈີນໄດ້ມາຮອດລາວເພື່ອໃຫ້ການບໍລິການໃນດ້ານເຕັກນິກອິນເຕີເນັດ ແລະ ການສິດສອນດ້ານກິລາເປັນຕົ້ນ, ເຊິ່ງໃນນັ້ນ ມີຜູ້ໜຶ່ງໄດ້ກາຍເປັນຄູຝຶກໃຫຍ່ຂອງທິມບານບ້ວງເພດຊາຍແຫ່ງຊາດລາວ. ລະຄອນສາລະຄະດີເລື່ອງ ຄວາມຊົງຈຳແຫ່ງການເວລາ ທີ່ຈີນ ແລະ ລາວ ຮ່ວມກັນຖ່າຍທຳນັ້ນ, ໄດ້ຮັບການກົດເຂົ້າຊົມຜ່ານທາງອິນເຕີເນັດຫລາຍລ້ານເທື່ອ, ອັນໄດ້ເຮັດໃຫ້ປະຊາຊົນສອງປະເທດປະທັບໃຈທີ່ສຸດ. ເພງ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ແຕ່ງໂດຍຄົນລາວ ແລະ ຮ້ອງໂດຍຄົນລາວນັ້ນເມື່ອໄດ້ເຜີຍແຜ່ທາງອິນເຕີແນັດແລ້ວ ກໍໄດ້ຮັບຄວາມນິຍົມຊົມຊອບ ແລະ ການຕີລາຄາເປັນຢ່າງດີຈາກຜູ້ໃຊ້ອິນເຕີເນັດເປັນຈຳນວນຫລວງຫລາຍ.

ໃນຂະບວນວິວັດອັນຍິ່ງໃຫຍ່ແຫ່ງການສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຕົນເອງ, ສອງປະເທດຈີນ ແລະ ລາວ ມີອຸດົມການຮ່ວມກັນ ແລະ ມີຄວາມເຫັນເປັນເອກະສັນກັນ. ໃນເດືອນທີ່ຜ່ານມາ, ພັກກອມມູນິດຈີນໄດ້ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຢ່າງມີໄຊ, ເຊິ່ງກອງປະຊຸມຄັ້ງນີ້ໄດ້ວາງທິດທາງລວມ ແລະ ໂຄງການດຳເນີນງານກ່ຽວກັບການພັດທະນາໃນອະນາຄົດຂອງພັກ ແລະ ລັດຈີນ. ກອງປະຊຸມຄັ້ງນີ້, ໄດ້ວາງແຜນຜັງອັນຍິ່ງໃຫຍ່ກ່ຽວກັບການສ້າງສາພັດທະນາຈີນຈົນຮອດກາງສັດຕະວັດນີ້ ຄືເມື່ອຮອດປີ 2020 ຈະສ້າງເປັນສັງຄົມທີ່ອີ່ມໜໍາສໍາລານຮອບດ້ານ, ນັບແຕ່ປີ 2020-2035 ສ້າງເປັນປະເທດສັງຄົມນິຍົມທີ່ທັນສະໄໝໂດຍພື້ນຖານ, ຈາກປິ 2035-ກາງສັດຕະວັດນີ້ສ້າງປະເທດຈີນໃຫ້ເປັນປະເທດສັງຄົມນິຍົມທີ່ ເຂັ້ມແຂງ, ທັນສະໄໝ, ອຸດົມຮັ່ງມີ, ມີປະຊາທິປະໄຕ, ສີວິໄລ, ມີຄວາມກົມກຽວກັນ ແລະ ສວຍງາມ. ພວກຂ້າພະເຈົ້າມີຄວາມສາມາດ ແລະ ມີຄວາມໝັ້ນໃຈໃນການນຳພາປະຊາຊົນຈີນເດີນໄປສູ່ຄວາມໃຝ່ຝັນຂອງຈີນທີ່ບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ. ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ສັງຄົມລາວ ມີຄວາມປອງດອງ ແລະ ມີຄວາມສະຫງົບດີ, ເສດຖະກິດພັດທະນາຢ່າງຮຸ່ງເຮືອງ, ປະເທດມີການປ່ຽນແປງຢ່າງຫລວງຫລາຍ, ພວມຊຸກຍູ້ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານເດີນໄປສູ່ເປົ້າໝາຍທີ່ກຳນົດໂດຍກອງຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ. ພາລະກໍາທີ່ເຊັ່ນດຽວກັນ ແລະ ຄວາມໃຝ່ຝັນທີ່ຄືກັນ ເໝືອນດັ່ງສາຍນ້ຳໃນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເຮັດໃຫ້ພວກເຮົາມີອະນາຄົດທີ່ຕິດຕໍ່ກັນ ແລະ ມີຊະຕາກຳທີ່ເຊື່ອມຈອດກັນ.

ພວກເຮົາຄວນເພີ່ມທະວີການແລກປ່ຽນກັນດ້ານຍຸດທະສາດ ເພື່ອສ້າງປະຊາຄົມຮ່ວມຊາຕາກຳທີ່ຕ່າງເຄົາລົບກັນ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ.  ຈີນ-ລາວ ຕ້ອງສືບທອດ ແລະ ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ, ກຳກັບທິດທາງທີ່ຖືກຕ້ອງໃນການຂະຫຍາຍການພົວພັນສອງຝ່າຍຢ່າງໜັກແໜ້ນ, ລົງເລິກຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຖອດຖອນບົດຮຽນໃນດ້ານການຊຸກຍູ້ການປະຕິຮູບ, ຊອກຄົ້ນທິດສະດີ ແລະ ພຶດຕິກຳຂອງການສ້າງສາສັງຄົມນິຍົມ, ຮັດແໜ້ນການໄປມາຫາສູ່ກັນລະຫວ່າງພັກ, ລັດຖະບານ, ພາກສ່ວນນິຕິບັນຍັດ ແລະ ລະດັບທ້ອງຖີ່ນ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ລາວ ກ້າວສູ່ລວງກວ້າງ ແລະ ລວງເລິກ. ສອງປະເທດຄວນສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດໃຈກາງ ແລະ ບັນຫາສຳຄັນທີ່ເອົາໃຈໃສ່ຂອງກັນ ແລະ ກັນ, ອີງຕາມຄວາມຖືກຄວາມຜິດຂອງບັນຫາມາຕົກລົງນະໂຍບາຍການຕ່າງປະເທດ, ຮ່ວມກັນປົກປັກຮັກສາສິດ ແລະ ຜົນປະໂຫຍດຂອງປະເທດທີ່ພວມພັດທະນານຳກັນ.

ພວກເຮົາຄວນລົງເລິກການເຊື່ອມຈອດກັນດ້ານຍຸດທະສາດ ເພື່ອສ້າງປະຊາຄົມຮ່ວມຊະຕາກຳທີ່ຕ່າງຊ່ວຍເຫລືອກັນ. ຈີນສະໜັບສະໜູນລາວເສີມຂະຫຍາຍທ່າແຮງດ້ານພູມີພາກ ເພື່ອບັນລຸການພັດທະນາແບບສີຂຽວ ແລະ ຍືນຍົງ. ໃນຖານະເປັນພາກສ່ວນໜຶ່ງທີ່ສຳຄັນຂອງເຄືອຂ່າຍທາງລົດໄຟຜ່ານອາຊີ ໂຄງການທາງລົດໄຟລາວ-ຈີນ ມີຄວາມໝາຍດ້ານຍຸດທະສາດ ແລະຄວາມໝາຍຕົວຈິງທີ່ສຳຄັນຕໍ່ລາວ. ສອງຝ່າຍຄວນເພີ່ມທະວີການປະສານສົມທົບກັນ ເພື່ອສ້າງທາງລົດໄຟສາຍນີ້ໃຫ້ສຳເລັດ ແລະ ເປີດການບໍລິການໂດຍໄວ, ເຮັດໃຫ້ລາວເຊື່ອມຕໍ່ກັບບັນດາປະເທດຢູ່ອ້ອມຂ້າງກໍຄືທົ່ວໂລກ. ພວກເຮົາຕ້ອງຊຸກຍູ້ການສ້າງ ແລະ ດຳເນີນງານຂອງໂຄງການໃຫຍ່ທີ່ສຳຄັນຕ່າງໆ ເຊັ່ນ: ເຂດຮ່ວມມືເສດຖະກິດ, ດາວທຽມ ແລະ ເຂື່ອນໄຟຟ້ານ້ຳຕົກເປັນຕົ້ນ, ເພື່ອໃຫ້ປະຊາຊົນລາວໄດ້ຮັບຜົນປະໂຫຍດໂດຍໄວ ແລະ ຫລາຍກວ່າເກົ່າ.

ພວກເຮົາຄວນເປີດກວ້າງການຮ່ວມມືທີ່ແທດເໝາະກັບຕົວຈິງ ເພື່ອສ້າງປະຊາຄົມຮ່ວມຊາຕາກຳທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຈີນ-ລາວ ມີພູຜາສາຍນ້ຳຕິດຈອດກັນ, ເສດຖະກິດມີລັກສະນະຕ່າງຄ້ຳຊູກັນ. ລາວມີຊັບພະຍາກອນທຳມະຊາດທີ່ອຸດົມຮັ່ງມີ, ເສດຖະກິດພັດທະນາຢ່າງວ່ອງໄວ, ເຊິ່ງພວມຢູ່ໃນໄລຍະຂໍກະແຈທີ່ຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ. ຈີນມີບົດຮຽນ ແລະ ທ່າແຮງຢ່າງຫລວງຫລາຍໃນດ້ານທຶນຮອນ, ເຕັກນິກ ແລະ ອຸປະກອນ. ສອງຝ່າຍຄວນຂຸດຄົ້ນກຳລັງບົ່ມຊ້ອນໃນການຮ່ວມມືເລື້ອຍໆ, ປະດິດສ້າງຮູບການຮ່ວມມືອັນໃໝ່, ເປີດກວ້າງການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດສ້າງເຄືອຂ່າຍໄຟຟ້າໃຫ້ເຊື່ອມຈອດກັນ, ການທະນາຄານ ແລະ ພະລັງງານເປັນຕົ້ນ, ຊຸກຍູ້ການສ້າງສາພື້ນຖານໂຄງລ່າງດ້ານກະສິກຳ, ຊົນລະປະທານ, ເສັ້ນທາງຄົມມະນາຄົມ ແລະ ໂທລະຄົມຂອງລາວ, ເພື່ອນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງປະເທດ.

ພວກເຮົາຄວນເປີດກວ້າງການແລກປ່ຽນດ້ານວັດທະນະທຳ ເພື່ອສ້າງປະຊາຄົມຮ່ວມຊາຕາກຳທີ່ຕ່າງຮ່ຳຮຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ. ພວກເຮົາຕ້ອງເພີ່ມທະວີການຮ່ວມມືໃນຂົງເຂດວັດທະນະທຳ, ເຕັກນິກວິທະຍາສາດ, ຊາວໜຸ່ມ ແລະ ລະດັບທ້ອງຖີ່ນ, ເຮັດໃຫ້ມິດຕະພາບຈີນ-ລາວ ໄດ້ຮັບການສືບທອດໄປທຸກເຊັ່ນຄົນ. ຍິນດີຕ້ອນຮັບເພື່ອນລາວໄປຮຽນ, ທ່ອງທ່ຽວ ແລະ ເຮັດວຽກຢູ່ຈີນໃຫ້ຫລາຍກວ່າເກົ່າ ເພື່ອກາຍເປັນຜູ້ສືບທອດ ແລະ ຜູ້ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ລາວ. ຈີນຈະຕັ້ງໜ້າສະໜັບສະໜູນລາວໃນການຈັດກິດຈະກຳປີທ່ອງທ່ຽວລາວ 2018 ໃຫ້ດີ, ສົ່ງເສີມໃຫ້ນັກທ່ອງທ່ຽວຈີນໄປທ່ອງທ່ຽວຢູ່ລາວຫລາຍກວ່າເກົ່າ ເພື່ອສຳຜັດກັບສະເໜ່ທີ່ມີເອກະລັກພິເສດຂອງປະຫວັດສາດ ແລະ ວັດທະນະທຳລາວ.

ຈີນ ແລະ ລາວ ເປັນສະມາຊິກທີ່ສຳຄັນໃນກົນໄກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຮັບຜົນງານຢ່າງຫລວງຫລາຍນັບແຕ່ສ້າງຕັ້ງຂຶ້ນຢ່າງເປັນທາງການເມື່ອປີ 2016 ເປັນຕົ້ນມາ, ອັນໄດ້ສະແດງໃຫ້ເຫັນເຖິງ “ຄວາມໄວແຫ່ງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ “ສະມັດຕະພາບແຫ່ງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ອັນໄດ້ຈໍ່ຕົວເປັນວັດທະນະທຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ປະຕິບັດຕໍ່ກັນຢ່າງສະເໝີພາບ, ຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງຈິງໃຈ ແລະ ຖືກຕ້ອງປອງດອງຄືກັບຄອບຄົວດຽວ. ປີໜ້າລາວຈະເປັນປະເທດປະທານຮ່ວມຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ຈີນຍິນດີຮ່ວມກັບລາວທຳຄວາມພະຍາຍາມນຳກັນ, ຊຸກຍູ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ໄດ້ຮັບໝາກຜົນຫລາຍກວ່າເກົ່າ, ຜັນຂະຫຍາຍໂຄງການຜົນງານໄລຍະຕົ້ນທີ່ສະເໜີໂດຍລາວ, ເພື່ອນຳພາການພັດທະນາຂອງອະນຸພາກພື້ນ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນບັນດາປະເທດຢູ່ພາກພື້ນແຫ່ງນີ້ຫລາຍກວ່າເກົ່າ.

ຄຳສຸພາສິດລາວກ່າວໄວ້ວ່າ “ໄມ້ລຳດຽວລ້ອມຮົ້ວບໍ່ໄຂວ່, ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ”, ຄົນຈີນມັກເວົ້າວ່າ “ທຸກຄົນຮ່ວມຈິດຮ່ວມໃຈກັນ ຈະກາຍເປັນກຳແພງທີ່ໝັ້ນແກ່ນ”, “ຫລາຍຄົນພາກັນພະຍາຍາມສຸມຟືນ ກໍສາມາດເຮັດໃຫ້ໄຟຮຸ່ງຂຶ້ນ”. ຂ້າພະເຈົ້າເຊື່ອໝັ້ນວ່າ, ຂໍພຽງແຕ່ຈີນ-ລາວ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນ, ກໍຍ່ອມຈະສ້າງອະນາຄົດຂອງການພົວ

ພັນສອງປະເທດທີ່ສົດໃສກວ່າເກົ່າຢ່າງແນ່ນອນ.

 

- lattana banner - ຮ່ວມມືກັນສ້າງປະຊາຄົມຮ່ວມຊະຕາກຳຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ
- Visit Laos Visit SALANA BOUTIQUE HOTEL - ຮ່ວມມືກັນສ້າງປະຊາຄົມຮ່ວມຊະຕາກຳຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ
- lattana banner 1 - ຮ່ວມມືກັນສ້າງປະຊາຄົມຮ່ວມຊະຕາກຳຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ
-    AD conten website - ຮ່ວມມືກັນສ້າງປະຊາຄົມຮ່ວມຊະຕາກຳຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ
error: Content is protected !!
  • Bonanza138
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • situs bokep
  • video porn
  • situs porno
  • bokep
  • situs sex
  • bokep indo
  • situs bokep indo
  • Pakar77
  • Pakar77