ສະພາປະຊາຊົນ ນວ ສະເໜີ ໃຫ້ອົງການປົກຄອງ ນວ ສືບຕໍ່ແກ້ໄຂບັນຫາ ທີ່ເປັນຂໍ້ຄົງຄ້າງ

ສະພາປະຊາຊົນ ນວ ສະເໜີ ໃຫ້ອົງການປົກຄອງ ນວ ສືບຕໍ່ແກ້ໄຂບັນຫາ ທີ່ເປັນຂໍ້ຄົງຄ້າງ - 470186448 1054384150049224 7919103229879441644 n - ສະພາປະຊາຊົນ ນວ ສະເໜີ ໃຫ້ອົງການປົກຄອງ ນວ ສືບຕໍ່ແກ້ໄຂບັນຫາ ທີ່ເປັນຂໍ້ຄົງຄ້າງ
ສະພາປະຊາຊົນ ນວ ສະເໜີ ໃຫ້ອົງການປົກຄອງ ນວ ສືບຕໍ່ແກ້ໄຂບັນຫາ ທີ່ເປັນຂໍ້ຄົງຄ້າງ - kitchen vibe - ສະພາປະຊາຊົນ ນວ ສະເໜີ ໃຫ້ອົງການປົກຄອງ ນວ ສືບຕໍ່ແກ້ໄຂບັນຫາ ທີ່ເປັນຂໍ້ຄົງຄ້າງ

ວັນທີ 16 ທັນວາ 2024 ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຊຸດທີ II, ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານຄະນະປະຈຳສະພາ ປະຊາຊົນ ນວ ໄດ້ຂຶ້ນປະກອບຄຳເຫັນ ຕໍ່ບົດລາຍງານຂອງອົງການປົກຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025, ແຜນການລົງທຶນຂອງລັດ ປີ 2025 ຂອງ ນວ ແລະ ແຜນການນໍາໃຊ້ເງິນເກີນແຜນ ປິ 2024 ໂດຍທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ອົງການປົກຄອງ ນວ ທີ່ສາມາດຍາດໄດ້ຜົນສຳເລັດ ໃນຫລາຍດ້ານ ໃນໄລຍະຜ່ານມາ, ພ້ອມທັງ ສະເໜີ ໃຫ້ສືບຕໍ່ເອົາໃຈໃສ່ ແກ້ໄຂຫລາຍບັນຫາສຳຄັນ ທີ່ເຫັນວ່າຍັງເປັນຂໍ້ຄົງຄ້າງ ເປັນຕົ້ນ ສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການອ່ອນຄ່າຂອງເງິນກີບ, ລາຄາສິນຄ້າ ແລະ ຄ່າຄອງຊີບແພງຂຶ້ນ ບວກກັບປະກົດການຫຍໍ້ທໍ້ຂອງສັງຄົມ ເຊິ່ງໄດ້ສົ່ງຜົນກະທົບ ຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ.

ທ່ານ ນາງ ລຳພອຍ ສີອັກຄະຈັນ ໄດ້ຕາງໜ້າໃຫ້ຄະນະປະຈຳ ສະພາປະຊາຊົນ ສະເໜີ ໃຫ້ອົງການປົກຄອງ ນວ ສືບຕໍ່ເອົາໃຈໃສ່ ປັບປຸງແກ້ໄຂບາງຄາດໝາຍ ທີ່ບໍ່ບັນລຸໄດ້ຕາມແຜນການ ເປັນຕົ້ນ ດ້ານການລົງທຶນທົ່ວສັງຄົມ ເຖິງແມ່ນວ່າປະຕິບັດໄດ້ລື່ນແຜນ ແຕ່ຄາດໝາຍການຊ່ວຍເຫລືອທາງການ ເພື່ອການພັດທະນາ ແມ່ນຍັງບໍ່ບັນລຸຕາມແຜນການທີ່ວາງໄວ້; ການປະຕິບັດຄາດໝາຍດ້ານເສດຖະກິດ ຕາມມະຕິ 008/ສປນວ ຍັງມີບາງຄາດໝາຍ ທີ່ບໍ່ບັນລຸ ເນື່ອງຈາກຜົນກະທົບຈາກໄພທຳມະຊາດ ແລະ ສາຍເຫດນອກຕົວ; ການສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ, ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ບໍ່ທັນໄດ້ດີເທົ່າທີ່ຄວນ, ການເຂົ້າເຖິງແຫລ່ງທຶນຍັງມີຄວາມຫຍຸ້ງຍາກ; ການພັດທະນາ, ຟື້ນຟູ ແລະ ປັບປຸງລະບົບຊົນປະທານ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ເຮັດໃຫ້ການສະໜອງນໍ້າບໍ່ພຽງພໍ ຕໍ່ເນື້ອທີ່ການຜະລິດ. ພ້ອມນີ້, ການກໍ່ສ້າງສ້ອມແປງລະບົບພື້ນຖານໂຄງລ່າງ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ໂດຍສະເພາະເສັ້ນທາງ, ໄຟເຍືອງທາງ, ໄຟອຳນາດ ແລະ ອື່ນໆ. ການສົ່ງອອກສິນຄ້າ ຍັງປະຕິບັດບໍ່ໄດ້ຕາມແຜນການ, ການຈັດຕັ້ງປະຕິບັດຄາດໝາຍ ຂົງເຂດວັດທະນະທໍາ-ສັງຄົມ ມີ 8 ຄາດໝາຍ ທີ່ບໍ່ທັນບັນລຸຕາມແຜນ ເປັນຕົ້ນ ອັດຕາ ປະລະການຮຽນ ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ເພີ່ມຂຶ້ນ.

ສຳລັບ ທິດທາງແຜນພັດທະນາ ເສດຖະກິດ-ສັງຄົມ ປະຈໍາປີ 2025 ຄະນະປະຈໍາ ສະພາປະຊາຊົນ ສະເໜີໃຫ້ອົງການປົກຄອງ ນວ ສືບຕໍ່ຄົ້ນຄວ້າໂຄງປະກອບຂອງເສດຖະກິດ, ບັນດາປັດໄຈ, ນະໂຍບາຍ ແລະ ມາດຕະການລະອຽດ ຂອງບັນດາຂະແໜງການ ໃນການຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ເພື່ອຮັບປະກັນການບັນລຸອັດຕາການເຕີບໂຕຂອງເສດຖະກິດ ທີ່ກຳນົດໃນແຜນການ ປະຈຳປີ 2025 ໃຫ້ບັນລຸຕາມແຜນທີ່ວາງໄວ້ ໂດຍສຸມໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນ ທາງດ້ານເສດຖະກິດ-ສັງຄົມ ທີ່ຍັງຄົງຄ້າງ ແລະ ມີຄວາມຄືບໜ້າໜ້ອຍໃນປີຜ່ານມາ ແລະ ໃນປັດຈຸບັນ. ການລົງທຶນຂອງລັດ ໃນປີ 2025 ຄວນສຸມໃສ່ຟື້ນຟູພື້ນຖານໂຄງລ່າງທີ່ເປ່ເພ, ນໍາໃຊ້ເງິນເກີນແຜນສຸມໃສ່ແກ້ໄຂໜີ້ສິນ, ຈັດຕັ້ງປະຕິບັດໂຄງການສືບຕໍ່ໃຫ້ສຳເລັດ ແລະ ຈຳກັດໂຄງການສະເໜີໃໝ່; ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການຜະລິດກະສິກຳ ເພື່ອຮັບປະກັນການສະໜອງສະບຽງອາຫານພາຍໃນໃຫ້ພຽງພໍ; ຄຸ້ມຄອງ, ປົກປັກຮັກສາ, ປັບປຸງ ແລະ ຟື້ນຟູ ລະບົບຊົນລະປະທານ ໃຫ້ຮັບປະກັນການສະໜອງນໍ້າແກ່ການຜະລິດ ຂອງກະສິກອນ ຢ່າງທົ່ວເຖິງ ແລະ ມີມາດຕະການຄຸ້ມຄອງຢ່າງເຂັ້ມງວດ ຕໍ່ທີ່ດິນນາ, ທີ່ດິນກະສິກຳ ໃນເຂດທີ່ມີຊົນລະປະທານ ບໍ່ໃຫ້ມີການຫັນປ່ຽນໄປເປັນທີ່ດິນປະເພດອື່ນ; ເອົາໃຈໃສ່ຕິດຕາມ-ກວດກາ ການເພີ່ມຂຶ້ນຂອງລາຄາສິນຄ້າ ແລະ ຄວບຄຸມລາຄາສິນຄ້າຕາມທ້ອງຕະຫລາດ ໂດຍສະເພາະ ສິນຄ້າ ທີ່ຕິດພັນກັບການດໍາລົງຊີວິດຂອງປະຊາຊົນ, ຄວບຄຸມສິນຄ້ານຳເຂົ້າ, ຊຸກຍູ້ສົ່ງເສີມທົ່ວສັງຄົມ ໃຫ້ນໍາໃຊ້ສິນຄ້າທີ່ຜະລິດໄດ້ ພາຍໃນໃຫ້ຫລາຍຂຶ້ນ ເພື່ອຫລຸດການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ.

ສ່ວນການລົງທຶນຂອງລັດ ຕ້ອງໃຫ້ສອດຄ່ອງຕາມກົດໝາຍ ວ່າດ້ວຍການລົງທຶນຂອງລັດ, ກົດໝາຍ ວ່າດ້ວຍ ງົບປະມານແຫ່ງລັດ, ກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງ; ຄົ້ນຄວ້າຈັດສັນງົບປະມານການລົງທຶນຂອງລັດ ຕາມໂຄງປະກອບ ໜີ້ສິນ, ສືບຕໍ່ ແລະ ສະເໜີໃໝ່, ໃນນັ້ນໃຫ້ສຸມໃສ່ການຊຳລະໜີ້ສິນເປັນສ່ວນຫລາຍ; ການປະເມີນໂຄງການລົງທຶນຂອງລັດ ເຂົ້າໃນແຜນປີ 2025 ຕ້ອງເປັນໂຄງການທີ່ມີຈຸດສຸມ, ມີປະສິດທິພາບ, ປະສິດທິຜົນ ແລະ ປະເມີນຄືນບັນດາໂຄງການລົງທຶນຂອງລັດ ທີ່ບໍ່ມີຄວາມຄືບໜ້າ ແລະ ຈັດຕັ້ງປະຕິບັດບໍ່ໄປຕາມລະບຽບກົດໝາຍ.

ສະພາປະຊາຊົນ ນວ ສະເໜີ ໃຫ້ອົງການປົກຄອງ ນວ ສືບຕໍ່ແກ້ໄຂບັນຫາ ທີ່ເປັນຂໍ້ຄົງຄ້າງ - 3 - ສະພາປະຊາຊົນ ນວ ສະເໜີ ໃຫ້ອົງການປົກຄອງ ນວ ສືບຕໍ່ແກ້ໄຂບັນຫາ ທີ່ເປັນຂໍ້ຄົງຄ້າງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!