“ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ

“ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ - 470887896 1129943535168528 9021523402467025873 n - “ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ
“ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ - kitchen vibe - “ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ

ໂດຍ: ທິດກໍ່າ

ບັນຍາກາດ ບານເຕະທີມຊາດລາວຊຸດໃຫຍ່ໃນຫລາຍນັດທີ່ຜ່ານມາ ນັບວ່າເປັນບັນຍາກາດອັນດີຕໍ່ມື້ສົ່ງທ້າຍປີເກົ່າ ຄສ 2024 ຕ້ອນຮັບປີໃໝ່ ຄສ 2025 ເພາະທີມຊາດລາວເຮົາໄດ້ສ້າງຜົນງານ ແລະ ຊື່ສຽງອັນໂດດເດັ່ນໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວຈົນເປັນທີ່ຮືຮາຂອງສັງຄົມລາວ ແລະ ສື່ຂອງບັນດາປະເທດອາຊຽນ ກໍຄືຢູ່ໃນພາກພື້ນຢ່າງແພ່ຫລາຍ. ທັງນີ້ທັງນັ້ນກໍໄດ້ຄູຝຶກສີມືດີຢ່າງທ່ານ ຮາຢອກຈູນ (HA HYEOK JUN) ຄູຝຶກສັນຊາດ ສ.ເກົາຫລີ ມາຄຸມທີມ ເຊິ່ງບໍ່ພໍເທົ່າໃດເດືອນກໍໄດ້ປ່ຽນພິກໂສມໃຫ້ແຟນບານລາວ ແລະ ແຟນບານຊາວອາຊຽນຕ່າງກໍຍ້ອງຍໍຊົມເຊີຍວ່າບານເຕະທີມຊາດລາວຊຸດນີ້ມີການພັດທະນາຂຶ້ນຫລາຍ.

“ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ - Visit Laos Visit SALANA BOUTIQUE HOTEL - “ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ
“ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ - Visit Laos Visit SALANA BOUTIQUE HOTEL - “ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ

ຈາກຜົນງານຊິ້ນໃຫຍ່ໆພາຍຫລັງທ່ານ ຮາຢອກຈູນ ມາຄຸມທີມຊາດລາວນັບແຕ່ເດືອນສິງຫາ 2024 ກໍເລີ່ມພິສູດງານໜັກ ໂດຍເລີ່ມມີການແຂ່ງຂັນໃນລາຍການອາຊຽນຄັບ ເຊິ່ງເລີ່ມແຮກໝານສະເໝີບານເຕະທີມຊາດໄທ ສາມາດຕີສະເໝີ 1-1, ມາເສຍໃຫ້ຫວຽດນາມ 1-4, ສະເໝີອິນໂດເນເຊຍ 3-3, ສະເໝີຟີລິບປິນ 1-1 ແລະ ຫລ້າສຸດກໍສູ້ຢັນກັບມຽນມາ ເປັນທີມສຸດທ້າຍ ຈາກທີ່ມຽນມາຂຶ້ນນຳກ່ອນ ກໍສາມາດຕີສະເໝີ ແລະ ຂຶ້ນນຳ ແຕ່ສຸດທ້າຍກໍເສຍທ່າໃຫ້ກັບມຽນມາ ຂຶ້ນນຳ 3:2 ແລ້ວກໍຈົບເກມ ສະຫລຸບ ທີມຊາດລາວ ກໍຕົກຮອບ ສາມາດສະສົມຄະແນນໄດ້ພຽງ 2 ຄະແນນເທົ່ານັ້ນ.

ຢ່າງໃດກໍດີ, ຜ່ານການພິສູດເບິ່ງແລ້ວໃນແຕ່ລະທີມຊາດຂອງບັນດາປະເທດໃນອາຊຽນ ເຂົາລ້ວນແລ້ວແຕ່ເປັນທີມຊາດທີ່ຢືນຢູ່ແຖວໜ້າກັນທັງນັ້ນ ໂດຍສະເພາະທີມຊາດໄທ ແລະ ອິນໂດເນເຊຍ ເຊິ່ງເປັນທີມເຕັງໃນລະດັບອາຊຽນ, ແຕ່ພວກເຮົາກໍສາມາດຕີສະເໝີໄດ້ທັງສອງທີມ. ນີ້ກໍສະແດງວ່າເຮົາມີການພັດທະນາທີ່ດີຂຶ້ນຫລັງທ່ານ ຮາຢອກຈູນ ມາຄຸມທີມຊາດລາວເຮົາ.

ແນວໃດກໍຕາມ, ເພື່ອມີການພັດທະນາຕໍ່ຍອດໃຫ້ດີຂຶ້ນເລື້ອຍໆໃນອະນາຄົດ ມັນກໍຂຶ້ນກັບຫລາຍປັດໄຈ ທັງອັນລວມ ແລະ ອັນສະເພາະ ເປັນຕົ້ນປັດໄຈລວມແມ່ນຂຶ້ນກັບເສດຖະກິດ-ສັງຄົມຂອງປະເທດມີການພັດທະນາດີຂຶ້ນ ແລະ ຮັ່ງມີຂຶ້ນເລື້ອຍໆ. ສ່ວນປັດໄຈອັນສະເພາະກໍແມ່ນການພັດທະນາຄົນໃຫ້ສົມບູນແບບທາງດ້ານຮ່າງກາຍຕ້ອງໃຫຍ່ສູງ, ມີມານະຈິດໃຈ ທັງມີຄຸນສົມບັດເປັນທີມຊາດ. ນອກນັ້ນ ກໍພັດທະນາທາງດ້ານເຕັກນິກວິຊາສະເພາະດ້ານການກິລາບານເຕະ ນັບທັງທັກສະ ແລະ ພອນສະຫວັນຂອງນັກເຕະຜູ້ທີ່ດີເລີດ ແລະ ອັນດັບສຸດທ້າຍທີ່ສໍາຄັນກໍຕ້ອງມີເງິນ, ມີງົບໃນການພັດທະນາກິລາບານເຕະໃຫ້ກ້າວສູ່ລະດັບພາກພື້ນ ແລະ ສາກົນ.

ເຖິງຢ່າງໃດກໍດີ, ໃນເງື່ອນໄຂທີ່ປະເທດຊາດພວມເລັ່ງສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໄປຕາມຫລັງໝູ່ມີຫລາຍອັນຫລາຍຢ່າງທີ່ເຮົາຈະຕ້ອງໄດ້ເຮັດ, ແຕ່ຖ້າທຸກຄົນພ້ອມພຽງກັນຊຸກຍູ້ສົ່ງເສີມລົງທຶນລົງຮອນໃສ່ກິລາບານເຕະທີມຊາດລາວຕ້ອງເດີນໄກແນ່ນອນ. ອັນສໍາຄັນທີ່ສຸດຄືປອດການສໍ້ລາດບັງຫລວງ, ບໍ່ມີການໂກງໃນແວດວົງກິລາບານເຕະທີມຊາດ, ຄົນເຈົ້າຄົນຂ້ອຍຄືຫລາຍປີຜ່ານມາ. ຄາດວ່າບານເຕະທີມຊາດລາວເຮົາກໍຈະກ້າວໄປໄກຄືປະເທດທີ່ເຂົາພັດທະນາແລ້ວຢ່າງແນ່ນອນ.

“ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ - 4 - “ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ
“ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ - 5 - “ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ
“ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ - 3 - “ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ