ສະຖານທີ່ທ່ອງທ່ຽວສຳຄັນ ສ.ເກົາຫລີ ຖືກໄຟໄໝ້

- 475767725 1141437977349019 6605096658987305871 n - ສະຖານທີ່ທ່ອງທ່ຽວສຳຄັນ ສ.ເກົາຫລີ ຖືກໄຟໄໝ້
- kitchen vibe - ສະຖານທີ່ທ່ອງທ່ຽວສຳຄັນ ສ.ເກົາຫລີ ຖືກໄຟໄໝ້

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຖານທີ່ໂດ່ງດັງ ຢູ່ ສ.ເກົາຫລີ ເຊິ່ງເປັນຈຸດຖ່າຍຮູບຍອດນິຍົມຂອງນັກເດີນປ່າ, ຄອບຄົວ ແລະ ຄູ່ຮັກນັກທ່ອງທ່ຽວ ຖືກໄຟໄໝ້ໝົດທັງຫລັງ.

ໄຟໄໝ້ສາລາ ເວລາ 00:20 ນາທີ ຂອງວັນທີ  2 ກຸມພາ 2025, ສາລາແປດຫລຽມຊັງເຈຮູ (Sangjaeru) ຕັ້ງຢູ່ ມູຈູ ດັອກຢູຊານ ຊອລຊອນ ບົງ ເຊິ່ງເປັນສະຖານທີ່ທ່ອງທ່ຽງສຳຄັນ ຈຸດຖ່າຍຮູບພາບ ສ້າງຂຶ້ນໃນປີ 1977 ເປັນສັນຍາລັກຂອງມູຈູ  ດັອກຢູຊານ.

- Visit Laos Visit SALANA BOUTIQUE HOTEL - ສະຖານທີ່ທ່ອງທ່ຽວສຳຄັນ ສ.ເກົາຫລີ ຖືກໄຟໄໝ້
- Visit Laos Visit SALANA BOUTIQUE HOTEL - ສະຖານທີ່ທ່ອງທ່ຽວສຳຄັນ ສ.ເກົາຫລີ ຖືກໄຟໄໝ້

ສາລາໄມ້ດັ່ງກ່າວຕັ້ງຢູ່ທີ່ລະດັບຄວາມສູງຈາກໜ້ານ້ຳທະເລ 1,520 ແມັດ ເຮັດໃຫ້ເຈົ້າໜ້າທີ່ດັບເພີງເຂົ້າເຖິງສະຖານທີ່ດ້ວຍຄວາມຍາກລໍາບາກໃນການເຂົ້າດັບໄຟ. ປັດຈຸບັນ, ເຈົ້າໜ້າທີ່ກຳລັງສອບສວນຫາສາເຫດໄຟໄໝ້ຄັ້ງນີ້ ຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບເພາະຕອນເກີດເຫດເປັນຕອນກາງຄືນ ບໍ່ມີນັກທ່ອງທ່ຽວ.

ພາຍຫລັງເກີດເຫດໄໝ້  ໃນໂຊຊຽວ ໄດ້ມີນັກທ່ອງທ່ຽວຈຳນວນຫລາຍໄດ້ໂພສພາບສະຖານທີ່ແຫ່ງນີ້  ຕອນທີ່ຍັງບໍ່ທັນຖືກໄຟໄໝ້ ແລະ ໄດ້ສະແດງຄວາມຕົກໃຈ ຕໍ່ເຫດການດັ່ງກ່າວ.

ທີ່ມາ: World Forum 

- 3 - ສະຖານທີ່ທ່ອງທ່ຽວສຳຄັນ ສ.ເກົາຫລີ ຖືກໄຟໄໝ້
- 4 - ສະຖານທີ່ທ່ອງທ່ຽວສຳຄັນ ສ.ເກົາຫລີ ຖືກໄຟໄໝ້
- 5 - ສະຖານທີ່ທ່ອງທ່ຽວສຳຄັນ ສ.ເກົາຫລີ ຖືກໄຟໄໝ້